ເກີດແຜ່ນດິນໄຫວ ໃນບໍລິເວນແຂວງບໍ່ແກ້ວ ຄວາມແຮງສັ່ນສະເທືອນ 1.9 ຣີກເຕີຂປລ. ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານສະພາບການເກີດ ແຜ່ນດິນໄຫວ ຈາກສູນຂ່າວສານແຜ່ນດິນໄຫວແຫ່ງຊາດ ໃນວັນທີ 07 ທັນວາ 2022 ເວລາ 16:56 ໂມງ ໄດ້ພົບສັນຍານເກີດແຜ່ນດິນໄຫວ 01 ຄັ້ງ ໃນບໍລິເວນ ແຂວງບໍ່ແກ້ວ ມີຈຸດ
ສູນກາງສັ້ນຂະໜານທີ່ 20.368 ອົງສາ ເໜືອ ແລະ ເສັ້ນແວງທີ່ 100.119 ອົງສາຕາເວັນອອກ ຄວາມແຮງສັ່ນສະ ເທືອນວັດແທກໄດ້ 1.9 ຣີກເຕີ ເຊິ່ງມີຄວາມເລິກຈາກເທິງໜ້າດິນປະມານ 01 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ບໍລິເວນບ້ານ ຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເຊີ່ງຈຸດເກິດແຜ່ນດິນໄຫວແມ່ນຫ່າງຈາກ ເທສະບານ ເມືອງເຜິ້ງ ປະມານ 10 ກິໂລແມັດ. ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.