ຄວາມບໍ່ສົມດຸນກັນລະຫວ່າງ ຄວາມຕ້ອງການ ແລະ ຄວາມສາມາດສະໜອງເງິນຕາຕ່າງປະເທດ ໄດ້ກາຍເປັນປັດໄຈຕົ້ນຕໍ ທີ່ພາໃຫ້ເງິນກີບທຽບເງິນໂດລາ ແລະ ເງິນບາດ ອ່ອນຄ່າ ແລະ ຄາດວ່າ ຈະຍັງສືບຕໍ່ມີທ່າອ່ຽງ ອ່ອນຄ່າເພີ່ມຂຶ້ນ ເພາະສິນຄ້ານໍາເຂົ້າໄດ້ກວມເຖິງໜຶ່ງສ່ວນສາມ.
ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ໄດ້ລາຍງານການຈັດຕັ້ງ ປະຕິບັດແຜນເງິນຕາ ປີ 2022 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ເມື່ອວັນທີ 5 ທັນວາ 2022 ທີ່ຜ່ານມາວ່າ: ປັດໄຈຕົ້ນຕໍທີ່ພາໃຫ້ເງິນກີບອ່ອນຄ່າຖ້າທຽບກັບເງິນຕາຕ່າງປະເທດ ແມ່ນຍ້ອນເງິນລົງທຶນ ຈາກ
ຕ່າງປະເທດ ຍັງບໍ່ທັນເຂົ້າມາປະເທດ ຜ່ານລະບົບທະນາຄານ. ຂະນະດຽວກັນ, ການຄຸ້ມຄອງເງິນຕາຕ່າງປະເທດ ຂອງທຸກພາກສ່ວນກ່ຽວຂ້ອງ ໃນ ສປປ ລາວ ຍັງບໍ່ທັນກົມກຽວ ແລະ ຮັດກຸມ ສົ່ງຜົນໃຫ້ຍັງມີສະພາບລາຍຮັບ ທີ່ເປັນເງິນຕາຕ່າງປະເທດຈາກການສົ່ງອອກ ແລະ ເງິນລົງທຶນ ຈາກຕ່າງ ປະເທດຈໍານວນຫຼາຍ ຍັງບໍ່ທັນເຂົ້າມາ
ປະເທດ ຜ່ານລະບົບທະນາຄານ ຕາມ ລະບຽບການ ເຮັດໃຫ້ເງິນ ຕາຕ່າງປະເທດ ເຂົ້າສູ່ລະບົບທະນາຄານໜ້ອຍກວ່າທີ່ຄວນຈະ ເປັນ.
ທ່ານ ບຸນເຫຼືອ ໄດ້ກ່າວຕື່ມວ່າ: ບັນຫາດັ່ງກ່າວໄດ້ສ້າງຄວາມບໍ່ສົມດຸນກັນລະ ຫວ່າງ ຄວາມຕ້ອງການ ແລະ ຄວາມສາມາດສະໜອງເງິນຕາຕ່າງປະເທດ ແລະ ກາຍເປັນປັດໄຈຕົ້ນຕໍ ທີ່ພາໃຫ້ເງິນກີບທຽບເງິນໂດລາ ອ່ອນຄ່າ 19,44% ແລະ ເງິນກີບທຽບເງິນບາດ ອ່ອນຄ່າ 18,02% ຮອດທ້າຍເດືອນກັນຍາ; ສຳລັບສ່ວນຕ່າງລະຫວ່າງອັດຕາ
ແລກປ່ຽນຂອງທະນາຄານ ແລະ ຕະຫຼາດນອກລະບົບ ສໍາລັບອັດຕາເງິນກີບ ທຽບໃສ່ເງິນໂດລາ ຢູ່ໃນລະດັບ 12,33% ແລະ ອັດຕາເງິນກີບທຽບ ໃສ່ເງິນບາດ ຢູ່ໃນລະດັບ 4,27%. ການອ່ອນຄ່າຂອງເງິນກີບຍັງໄດ້ສົ່ງຜົນເຮັດໃຫ້ອັດຕາເງິນເຟີ້ເພີ່ມສູງຂຶ້ນຮອດລະດັບສອງຕົວ ເລກນັບແຕ່ເດືອນພຶດສະພາເປັນຕົ້ນມາ ແລະ ຄາດວ່າຈະຍັງສືບຕໍ່ມີທ່າ
ອ່ຽງເພີ່ມຂຶ້ນເພາະສິນຄ້າ ນໍາເຂົ້າໄດ້ກວມເຖິງໜຶ່ງສ່ວນສາມ. ພ້ອມນີ້, ສະພາບເສດຖະກິດ ຂອງບັນດາປະເທດໃນທົ່ວໂລກ ໂດຍລວມ ໄລຍະ 9 ເດືອນຕົ້ນປີ 2020 ຍັງບໍ່ ທັນຟື້ນຕົວໄດ້ເຕັມທີ່ ຈາກຜົນກະທົບຂອງການ ແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ກໍຕ້ອງມາປະເຊີນກັບ ສິ່ງທ້າທາຍອັນໃໝ່ຈາກອັດຕາເງິນ ເຟີ້ທີ່ເພີ່ມຂຶ້ນສູງໃນຮອບ
ຫລາຍສິບປີ ຊຶ່ງໃນເບື້ອງຕົ້ນ ຫຼາຍປະເທດໃນໂລກ ໄດ້ປະເມີນວ່າ ສາເຫດທີ່ພາໃຫ້ສະພາບເງິນເຟີ້ເພີ່ມສູງຂຶ້ນນັ້ນ ແມ່ນຍ້ອນການຢຸດສະງັກ ຂອງຕ່ອງໂສ້ ການຜະລິດ ບວກ
ໃສ່ກັບ ການປະຕິບັດການພິເສດທາງການທະຫານ ລະຫວ່າງອູແກຣນ ແລະ ຣັດເຊຍ ໃນຕົ້ນປີ 2022 ທີ່ເຮັດໃຫ້ລາຄາພະລັງງານ ແລະ ລາຄາສະບຽງອາຫານເພີ່ມຂຶ້ນເກືອບ ເທົ່າຕົວ ພາໃຫ້ຫລາຍກວ່າ 80 ປະເທດໃນໂລກ ໄດ້ຕົກໃນພາວະເງິນເຟີ້ຢູ່ໃນລະດັບສອງຕົວເລກ.
ທ່ານ ຜູ້ວ່າການທະນາຄານ ແຫ່ງສປປ ລາວ ກ່າວອີກວ່າ: ສະຖາບັນການເງິນສາກົນຫຼາຍແຫ່ງຂອງໂລກ ໄດ້ຄາດຄະເນອັດຕາເງິນເຟີ້ທົ່ວໂລກ ໃນປີ 2022 ຈະສູງເຖິງ 8,8%. ເພື່ອແກ້ໄຂສະພາບດັ່ງກ່າວ, ຫຼາຍທະນາຄານກາງໃນທົ່ວໂລກ ຈຶ່ງໄດ້ດໍາເນີນ ນະໂຍບາຍການ ເງິນ-ເງິນຕາ ແບບຮັດກຸມ ເປັນຕົ້ນ ທະນາຄານກາງ ສະຫະລັດ
ອາເມຣິກາ(FED) ໄດ້ປັບຂຶ້ນອັດຕາດອກເບ້ຍ ນະໂຍບາຍໃນລະດັບທີ່ສູງ ຈາກລະດັບ 0,25% ໃນຕົ້ນປີ ເປັນ 4% ໃນປັດຈຸບັນ ແລະ ຄາດວ່າຈະສືບຕໍ່ປັບ ຂຶ້ນສູງເຖິງລະດັບ 4,5%-7% ໃນກາງປີ 2023 ຊຶ່ງຈະເຮັດໃຫ້ ສະກຸນເງິນໂດລາສາຫະລັດ ແຂງຄ່າຂຶ້ນຢ່າງຕໍ່ ເນື່ອງ ແລະ ສ້າງເເຮງກົດດັນເຮັດໃຫ້ຄ່າເງິນຂອງຫຼາຍປະເທດໃນທົ່ວໂລກ ລວມທັງ
ສປປ ລາວ ອ່ອນຄ່າລົງໃນ ລະດັບ 10%-30% ເປັນຕົ້ນ: ສະກຸນເງິນເອີໂຣ, ເຢນ, ເປໂຊ, ບາດ ແລະ ອື່ນໆ ຊຶ່ງຈະພາໃຫ້ ທະນາຄານກາງ ໃນຂົງເຂດອາຊຽນກໍລ້ວນແຕ່ຈະເພີ່ມອັດຕາດອກເບ້ຍອ້າງອີງ ເພື່ອແກ້ໄຂສະພາບເງິນເຟີ້.
ທີ່ມາ: ຂປລ