ທ່ານ ບຸນເຫລືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ລາຍງານການຈັດຕັ້ງປະຕິບັດແຜນເງິນຕາ ປີ 2022 ແລະ ແຜນເງິນຕາປະຈຳປີ 2023 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 5 ທັນວາ 2022 ນີ້ວ່າ: ການສ້າງຄວາມເຂັ້ມແຂງໃຫ້ຖານະເງິນຕາຕ່າງປະເທດ ກໍຄືຄັງສໍາຮອງເງິນຕາຕ່າງປະເທດ ແມ່ນຄວາມຈໍາເປັນພາວະວິໃສ ຊຶ່ງທະນາຄານແຫ່ງ ສປປ ລາວ ຈະສຸມໃສ່ວຽກຕົ້ນຕໍດັ່ງນີ້:
ປັບປຸງການຄຸ້ມຄອງເງິນຕາຕ່າງປະເທດຈາກການສົ່ງອອກ, ການນໍາເຂົ້າ ແລະ ການລົງທຶນຈາກຕ່າງປະເທດ ແລະ ແຫລ່ງອື່ນຮອບດ້ານດ້ວຍການ ວາງແຜນຢ່າງເປັນລະບົບ. ສະເພາະໄລຍະສັ້ນ, ຈະສຸມໃສ່ຂະແໜງການບໍ່ແຮ່, ພະລັງງານ, ກະສິກໍາ ແລະ ອຸດສາຫະກໍາປຸງແຕ່ງ ເພື່ອນໍາເງິນຕາເຂົ້າສູ່ ປະເທດຫລາຍຂຶ້ນ; ຄຽງຄູ່ກັບການປັບປຸງດ້ານ
ນິຕິກໍາ, ຈະເລັ່ງສ້າງລະບົບຕິດຕາມກວດກາຂໍ້ມູນ ກະແສເງິນຕາ, ຂໍ້ມູນການຄ້າ ແລະ ຂໍ້ມູນພາສີອາກອນ ທີ່ເຊື່ອມຈອດກັນລະຫວ່າງບັນດາຂະແໜງການ (ເປັນຕົ້ນທະນາຄານແຫ່ງ ສປປ ລາວ, ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງພະລັງງານ ແລະ ບໍ່ແຮ່); ພັດທະນາບຸກຄະລາກອນຂະແໜງທະນາຄານໃຫ້ມີທັກສະ-ຄວາມຊໍານານໃນວຽກຄຸ້ມຄອງເງິນຕາ;
ປະສານສົມທົບກັບຂະແໜງການກ່ຽວຂ້ອງທັງຂັ້ນສູນກາງ ແລະ ທ້ອງຖິ່ນໃນການແລກປ່ຽນຂໍ້ມູນໃຫ້ທັນການຕິດຕາມກວດກາການສົ່ງອອກສິນຄ້າຕາມດ່ານສາກົນ ແລະ ດ່ານປະເພນີ; ການເຄື່ອນຍ້າຍເງິນຕາຕາມຊາຍແດນ; ການນໍາໃຊ້ເງິນຕາຕ່າງປະເທດຢູ່ເຂດເສດຖະກິດພິເສດ; ການເຄື່ອນຍ້າຍ ແຮງງານໃນຂົງເຂດເສດຖະກິດສໍາຄັນ (ຊາຍແດນ, ເຂດເສດຖະກິດພິເສດ);
ດັດສົມເງິນຕາຕ່າງປະເທດໃຫ້ແກ່ການນໍາເຂົ້າສິນຄ້າ ແລະ ບໍລິການ ໃຫ້ມີລັກສະນະປະຢັດ ໂດຍທະນາຄານແຫ່ງ ສປປ ລາວ ຈະສົມທົບເຮັດວຽກກັບກະຊວງການເງິນ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ ໃນຖານະທີ່ເປັນອົງການຄຸ້ມຄອງມະຫາພາກຄຸ້ມຄອງການນໍາເຂົ້າສິນຄ້າ ແລະ ການ ບໍລິການຄົ້ນຄວ້ານະໂຍບາຍ ແລະ ມາດຕະການດ້ານ
ການຄ້າ, ດ້ານພາສີອາກອນ, ດ້ານການດັດສົມ ເງິນຕາຕ່າງປະເທດ ແລະ ສິນເຊື່ອ ທີ່ຕິດພັນກັບການນໍາເຂົ້າ ແນໃສ່ຫລຸດຜ່ອນການນໍາເຂົ້າສິນຄ້າຟຸມເຟືອຍ, ສິນຄ້າທີ່ ສປປ ລາວ ສາມາດຜະລິດເອງໄດ້ ແລະ ມີຄວາມສາມາດແຂ່ງຂັນ ເພື່ອຫລຸດຜ່ອນ ຄວາມຕ້ອງການໃຊ້ເງິນຕາຕ່າງປະເທດໃຫ້ຫລຸດລົງ;
ສົ່ງເສີມການນໍາໃຊ້ເງິນກີບຢ່າງແຂງແຮງ ໂດຍເລີ່ມຈາກການເຮັດວຽກກັບພາກສ່ວນກ່ຽວຂ້ອງ ເຊັ່ນ: ກະຊວງຖະແຫລງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ, ກະຊວງອຸດສະຫະກໍາ ແລະ ການຄ້າ, ກະຊວງ ສຶກສາທິການ ແລະ ກິລາ, ກະຊວງປ້ອງກັນຄວາມສະຫງົບ ເພື່ອໃຫ້ບັນດາກະຊວງດັ່ງກ່າວ ເພີ່ມທະວີຄວາມເປັນເຈົ້າການ ແຈ້ງບັນດາ
ຫົວໜ່ວຍທຸລະກິດທີ່ຂຶ້ນກັບຄວາມຮັບຜິດຊອບຕົນໃຫ້ຮັບຊໍາລະເປັນເງິນກີບ ແລະ ຫລຸດຜ່ອນການນໍາໃຊ້ເງິນຕາຕ່າງປະເທດ; ຄຽງຄູ່ກັນນັ້ນ, ທະນາຄານແຫ່ງ ສປປ ລາວ ຈະສຸມໃສ່ວຽກງານໂຄສະນາເຜີຍແຜ່ລະບຽບກົດໝາຍ ແບບກະທັດຮັດ, ເຂົ້າເຖິງໄດ້ງ່າຍ, ຫລາກຫລາຍຮູບການ ເພື່ອໃຫ້ສັງຄົມຮັບຮູ້ຢ່າງກວ້າງຂວາງ ຜ່ານເຄື່ອງມືເອເລັກ
ໂຕຣນິກ ແລະສື່ຕ່າງໆ; ຄົ້ນຄວ້າ ແລະ ພັດທະນາເຄື່ອງມືການຊໍາລະ ເພື່ອໃຫ້ລະບົບການໂອນຊໍາລະ ລະຫວ່າງທະນາຄານ ກັບທະນາຄານສາມາດເຊື່ອມໂຍງກັນໄດ້ ໃຫ້ມີຄວາມສະດວກຂຶ້ນກວ່າເກົ່າ;
ສົ່ງເສີມການນໍາໃຊ້ເງິນກີບກັບສະກຸນເງິນຂອງບັນດາປະເທດຄູ່ຄ້າທີ່ສໍາຄັນຕໍ່ເສດຖະກິດຂອງ ສປປ ລາວ ດ້ວຍການເຈລະຈາກັບບັນດາທະນາຄານກາງຂອງປະເທດຄູ່ຄ້າຫລັກ ເພື່ອສ້າງຫລັກການ-ລະບຽບ ການໃນການນໍາໃຊ້, ການສະໜອງສະພາບຄ່ອງ ແລະ ການແລກປ່ຽນເງິນຕາສະກຸນເງິນທ້ອງຖິ່ນ ດັ່ງກ່າວໃຫ້ມີຄວາມຄ່ອງຕົວ;
ສົມທົບກັບຂະແໜງການກ່ຽວຂ້ອງໃນລະດັບສູນກາງ ແລະ ທ້ອງຖິ່ນ ຄົ້ນຄວ້າສ້າງແຜນຍຸດທະສາດ ການຄຸ້ມຄອງຫນີ້ສິນຕ່າງປະເທດ ຮອດປີ 2035 ໃຫ້ສໍາເລັດ ເພື່ອສະເໜີສະພາແຫ່ງຊາດພິຈາລະນາ ຮັບຮອງໃນປີ 2023;ພັດທະນາກົນໄກສື່ສານ ແລະ ການປະຊາສໍາພັນ ໃຫ້ສັງຄົມເຂົ້າໃຈກ່ຽວກັບວຽກງານຄຸ້ມຄອງມະຫາພາກດ້ານເງິນຕາ.