ເປີດລົດໄຟຖ້ຽວປະຖົມມະເລິກສົ່ງອອກຫມາກກ້ວຍຈາກ ລາວ ໄປ ຈີນ ຕັດບັນຫາສິນຄ້າເໜົ່າເປື່ອຍ

    0
    73

    ການສົ່ງອອກທີ່ແກ່ຍາວເປັນບັນຫາໜັກໜ່ວງຂອງຂະແໜງກະສິກຳ ເນື່ອງຈາກພືດຜັກສົດບໍ່ອາດລໍຖ້າເປັນເວລາດົນໆ ແຕ່ທີ່ຜ່ານມາຍ້ອນການລະບາດຂອງໂຄວິດ-19 ເຮັດໃຫ້ທາງ ສປ ຈີນກວດກາເຂັ້ມງວດ ສົ່ງຜົນໃຫ້ລົດຂົນສົ່ງໄປອັ່ງອໍຢູ່ດ່ານບໍ່ເຕ່ນ-ບໍ່ຫານ ແລະແນ່ນອນສິນຄ້າກະສິກຳເສຍຫາຍຫຼາຍສົມຄວນ ນັກລົງທຶນຈຶ່ງຮຽກຮ້ອງໃຫ້ມີການແກ້ໄຂໂດຍໄວທີ່ສຸດຖ້າຢາກໃຫ້ການຄ້າຂາຍກະສະກຳລາວ-ຈີນຍືນຍົງ ແລະມື້ນີ້ມີຂ່າວດີ ໄດ້ເລີ່ມເປີດໃຫ້ຂົນສົ່ງໝາກກ້ວຍຜ່ານທາງລົດໄຟແລ້ວ.


    ເພື່ອຈັດຕັ້ງປະຕິບັດແຜນດຳເນີນງານໃນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມທຸກຍາກດ້ານເສດຖະກິດການເງິນ 2021-2023 ແລະ ເພື່ອຫັນເອົາການຄ້າຊາຍແດນເຂົ້າສູ່ການຄ້າສາກົນບົນພື້ນຖານການຈັດຕັ້ງອະນຸສັນຍາກ່ຽວກັບຂໍ້ກຳນົດເງື່ອນໄຂດ້ານສຸຂານາໄມພືດສໍາລັບການສົ່ງອອກພືດ ແລະ ຜະລິດຕະພັນພືດໄປ ສປ ຈີນ
    ໃນວັນທີ 05 ທັນວາ 2022 ນີ້, ກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຮ່ວມກັບບໍລິສັດຊວນເຢລາວຈໍາກັດ ໄດ້ຈັດພິທີເປີດຂະບວນລົດໄຟຖ້ຽວປະຖົມມະເລິກສົ່ງອອກຫມາກກ້ວຍຈາກ ສປປ ລາວ ໄປ ສປ ຈີນ.

    ເປັນກຽດເຂົ້າຮ່ວມພິທີໃນຄັ້ງນີ້ມີ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ນາງ ລໍາພອຍ ສີອັກຄະຈັນ ຄະນະປະຈໍາພັກນະຄອນຫລວງຮອງປະທານສະພາປະຊາຊົນນະຄອນຫລວງວຽງຈັນ, ທ່ານ ຫານເຢ້ ຜູ້ຮັບຜິດຊອບຊົ່ວຄາວຂອງຫ້ອງການເສດຖະກີດການຄ້າສະຖານທູດ ສປ ຈີນ, ຫົວໜ້າ, ຮອງຫົວໜ້າກົມ, ຫົວຫນ້າພະແນກ ຮອງຫົວໜ້າພະແນກ ກປ ແຂວງ, ປະທານບໍລິສັດຊວນເຢ, ນັກທຸລະກິດຜູ້ປະກອບການດ້ານກະສິກໍາຢູ່ສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.


    ໃນພິທີ ທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ ໄດ້ກ່າວວ່າກົມປູກຝັງໄດ້ສຸມໃສ່ 2 ວຽກຈຸດສຸມຄືຊຸກຍູ້ສົ່ງເສີມການຜະລິດກະສິກໍາເພື່ອທົດແທນການນໍາເຂົ້າທັງເພື່ອຫຼຸດຜ່ອນການໄຫຼອອກເງິນຕາໄປຕ່າງປະເທດ ແລະ ສຸມໃສ່ການຊຸກຍູ້ການຜະລິດກະສິກໍາຕິດພັນກັບການປຸງແຕ່ງເປັນສິນຄ້າເພື່ອສົ່ງອອກໄປຕ່າງປະເທດນໍາເອົາເງິນຕາເຂົ້າມາໃຫ້ຫຼາຍຂື້້ນ ຜ່ານມາການຊຸກຍູ້ການເຈລະຈາເປີດຕະຫຼາດເພື່ອສົ່ງອອກ ພືດ ແລະ ຜະລິດຕະພັນພືດນັບມື້ນັບຂະຫຍາຍຕົວ ນັບແຕ່ປີ 2012 ເປັນຕົ້ນມາ ໄດ້ສໍາເລັດການລົງນາມອະນຸສັນຍາສອງຝ່າຍ ລາວ-ຈີນ ຮ່ວມກັນ ທັງໝົດ 15 ພືດ ໃນ 10 ອະນຸສັນຍາ.

    ສໍາລັບໝາກກ້ວຍ ໄດ້ລົງນາມຮ່ວມກັນໃນຂໍ້ກໍານົດເງື່ອນໄຂດ້ານສຸຂານາໄມພືດ ກ່ຽວກັບການສົ່ງອອກໝາກ້ວຍໃນປີ 2013ໂດຍຜ່ານມາແມ່ນຜ່ານທາງລົດຜ່ານດ່ານສາກົນບໍ່ເຕັນບໍຫານ,ການເປີດຂະບວນລົດໄຟຖ້ຽວປະຖົມມະເລິກສົ່ງອອກຫມາກກ້ວຍຈາກ ສປປ ລາວ ໄປ ສປ ຈີນ ແມ່ນມີຄວາມໝາຍຄວາມສໍາຄັນຍິ່ງເປັນໂອກາດທີ່ເປີດຊ່ອງໃຫ້ສາມາດສ້າງມູນຄ່າການຄ້າຂອງທັງສອງປະເທດ, ການດຶງດູດການລົງທຶນເພື່ອກ້າວຜ່ານອຸປະສັກຈາກໂຄວິດ 19 ແລະ ຮອງຮັບຜົນສໍາເລັດຂອງການກໍ່ສ້າງທາງລົດໄຟລາວ-ຈີນ ເຊິ່ງຈະຊ່ວຍຫຼຸດຕົ້ນທຶນ ແລະ ສາມາດແຂ່ງຂັນກັບສິນຄ້າຂອງປະເທດ ແລະ ສາກົນໄດ້.


    ອີງຕາມບົດບັນທຶນຄວາມເຂົ້າໃຈການຮ່ວມສ້າງໂຄງການໜຶ່ງທາງສອງເຂດໄດ້ລົງນາມເຊັນໃນວັນທີ 26 ສິງຫາ2022 ລະຫວ່າງກະຊວງກະສິກໍາ ແລະ ປ່າໄມ້ ແລະ ອົງການປົກຄອງປະຊາຊົນແຂວງຫູໜານ ສປ ຈີນ ລະບຸວ່າແຂວງຫູໜານ ຈະຈັດຊື້ຜະລິດຕະພັນກະສິກໍາຈາກລາວ 1 ລ້ານໂຕນຕໍ່ປີ ເຊິ່ງບໍລິສັດຊວນເຢ ລາວຈໍາກັດ ໄດ້ຖືກມອບໝາຍໃຫ້ເປັນຜູ້ຮັບຜິດຊອບການຜະລິດ, ເກັບຊື້ ແລະ ສົ່ງອອກຜະລິດຕະພັນ.

    ການສົ່ງອອກໝາກກ້ວຍຈາກ ສປປ ລາວ ຜ່ານທາງລົດໄຟລາວ-ຈີນ ໄປຍັງ ສປ ຈີນ ໃນຂະບວນລົດໄຟຂົນສົ່ງຄັ້ງປະຖົມມະເລີກດັ່ງກ່າວນີ້ແມ່ນມີຈໍານວນຂົນສົ່ງ 25 ຕູ້ຄອນເທເນີ້ດ້ວຍລະບົບເຢັນ, ໄດ້ບັນຈຸໝາກກ້ວຍ 500 ໂຕນ ໂດຍເດີນທາງຂ້າມພູເຂົາ ແລະ ແມ່ນໍ້າຂອງ ໄປສູ່ເມືອງຊາງຊາ ແຂວງຫູໜານ ສປ ຈີນ ເຊິ່ງເປັນຂະບວນລົດໄຟຂົນສົ່ງຜະລິດຕະພັນກະສິກໍາ ແຫ່ງທໍາອິດ ພາຍຫຼັງໄດ້ເຊັນບົດບັນທຶກຮ່ວມກັນສ້າງໂຄງການ ໜຶ່ງທາງ ສອງເຂດ ໂດຍພາຍຫຼັງພິທີເປີດການສົ່ງແມ່ນຈະມີການສືບຕໍ່ສົ່ງອອກໝາກກ້ວຍທີ່ມີຄຸນນະພາບສູງ ແລະ ຜະລິດຕະພັນກະສິກໍາອື່ນໆຈາກລາວໄປແຂວງຫູໜານ ສປ ຈີນ ໂດຍຜ່ານທາງລົດໄຟລາວ-ຈີນໃນອາທິດໜຶ່ງບໍ່ຫຼຸດ 2 ຂະບວນ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.