ເກີດເຫດດິນເຈື່ອນໃນບຣາຊິວ ມີຜູ້ເສຍຊີວິດ-ສູນຫາຍ ຫລາຍກວ່າ 50 ຄົນ

0
76

ດິນເຈື່ອນໃນບຣາຊິວ ມີຜູ້ເສຍຊີວິດ-ສູນຫາຍ ຫລາຍກວ່າ 50 ຄົນຂປລ.​ຕາມ​ຂ່າວ​ຈາກ, ວັນ​ທີ 1​ ທັນວາ​ນີ້, ເກີດ​ເຫດ​ ດິນ​ເຈື່ອນ ຢ່າງຮຸນ​ແຮງ ​ທັບ​ໃສ່​ ຖະໜົນຫລວງ​ ພິ​ເສດ ​ໃນ​ພື້ນ​ທີ່ ທາງ​ພາກ​ໃຕ້​ ຂອງ​ ລັດ​ປາຣານາ ປະ​ເທດ ບຣາຊິນ ​ໃນ​ລະຫວ່າງ ​ລົດ​ແລ່ນ ຢູ່​ຖະໜົນ ຢ່າງ​ໜ້ອຍ 16 ຄັນ ​ເຮັດ​ໃຫ້​ມີ ​ຜູ້​ເສຍ​ຊີວິດ 2 ຄົນ ​ແລະ ສູນຫາຍ​

ປະມານ 50 ຄົນ.ຂະນະ​ນີ້ ​ເຈົ້າໜ້າ​ທີ່​ ກູ້​ໄພ ຂອງ​ ລັດ​ປາຣານາ ​ໄດ້​ຊ່ວຍ ​ຜູ້​ລອດ​ຊີວິດ ​ຈາກ​ເຫດ​ການໃນຄັ້ງນີ້​ ​ປະມານ 6​ຄົນ ລວມທັງ ​ເຈົ້າ​ເມືອງ​ ກົວຣາຕູ​ບາ ​ໄດ້​ລອດ​ຊີວິດ ຢ່າງ​ມະຫັດສະຈັນ. ສຳນັກງານ ​ອຸຕຸນິຍົມ ວິທະຍາ​ແຫ່ງ​ຊາດ ຂອງ ​ບຣາຊິນ (INMET) ລາຍ​ງານ​ວ່າ: ອາດຈະ​ເກີດ​ເຫດ​ ດິນ​ເຈື່ອນ​ຂຶ້ນມາ​ອີກ ​ຫລາຍ​ຄັ້ງ​ໃນ​ບຣາຊິນ ​ເນື່ອງ​ຈາກ ​ໄດ້​ປະກາດ​ ແຈ້ງ​ເຕືອນ​ ຝົນຕົກ​ໜັກ ​ໃນ​ຫລາຍ​ລັດ ​ຂອງ​ບຣາຊິນ./. (ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ