ລັດຖະບານລາວ ແລະ ບໍລິສັດ ຊີ​ໂນ​-​ອາ​ກຣີໂປ​ຕາສ ເຊັນສັນຍາວ່າດ້ວຍການສຳຫຼວດສ້າງເປັນແບບຢ່າງພັດທະນາບໍ່ແຮ່ ຍູ້ແຮງພັດທະນາອຸດສາຫະກຳ

0
79

ໃນ​ວັນ​ທີ 28 ພະຈິກ 2022 ຢູ່ທີ່​ກະຊວງ​ແຜນການ ແລະ ການ​ລົງ​ທຶນ, ບໍລິສັດ ຊີ​ໂນ​-​ອາ​ກຣີ ໂປ​ຕາສ ຈໍາ​ກັດ (ຕໍ່​ໄປ​ນີ້“ຊີ​ໂນ​-​ອາ​ກຣີ ໂປ​ຕາສ”) ແລະ ລັດຖະບານ ແຫ່ງ ສປປ ລາວ ໄດ້​ມີ​ການ​ລົງ​ນາມໃນ​ສັນຍາ​ວ່າ​ດ້ວຍ​ການ​ສໍາ​ຫຼວດ​ແຮ່​ເກືອ​ໂປ​ຕາສ ຢູ່​ເຂດ​ບ້ານ​ໜອງ​ລົ່ມ ເມືອງ​ໜອງ​ບົກ ແຂວງ​ຄໍາ​ມ່ວນ ເນື້ອທີ່ 48.52 ກິໂລຕາ​

ແມັດ, ຕາງໜ້າສໍາ​ນັກ​ງານ​ນາຍົກລັດຖະມົນຕີ, ການ​ນໍາ​ຂອງ​ກະຊວງ​ແຜນການ ແລະ ການ​ລົງທຶນ, ກະຊວງ​ພະລັງງານ ແລະ ບໍ່​ແຮ່, ອໍາ​ນາດ​ການ​ປົກຄອງ ແຂວງ​ຄໍາ​ມ່ວນ ແລະພາກສ່ວນກ່ຽວຂ້ອງອື່ນໆ ແມ່ນ​ໄດ້​ເຂົ້າ​ຮ່ວມ ແລະ ເປັນ​ສັກຂີ​ພະຍານ​ໃນ​ການ​ເຊັນ​ສັນຍາ​ດັ່ງກ່າວ.

ພ້ອມ​ນັ້ນ, ທາງ ຊີ​ໂນ-ອາ​ກຣີ ໂປຕາສ ຍັງ​ມີ​ການ​ຈັດ​ພິທີ​ເປີດການຊີເຈາະສໍາຫຼວດ​ຢ່າງ​ເປັນ​ທາງ​ການ​ທີ່​ເຂດ​ແຮ່​ໜອງ​ລົ່ມ, ເລຂາຄະນະ​ພັກ​ແຂວງ ເຈົ້າແຂວງໆ ຄໍາມ່ວນ, ຮອງເລຂາ​ຄະນະ​ພັກ​ແຂວງ, ຫົວໜ້າ​ພະ​ແນ​ກ​ພະລັງງານ ແລະ ບໍ່​ແຮ່, ເຈົ້າເມືອງ​ຫີນ​ບູນ ແລະ ການ​ນໍາ​ຄົນ​ອື່ນໆ, ຕາງໜ້າ​ທີ​ມ​ກໍ່ສ້າງ​ຂອງ ຊີ​ໂນ​-​ອາ​ກຣີ ໂປ​ຕາສ, ທັງ​

ໝົດ 200 ກວ່າ​ຄົນ ໄດ້​ເຂົ້າ​ຮ່ວມ​ແລະ​ເປັນ​ພະຍານ​ໃນ​ພິທີ​ເປີດ​ການ​ຊີ​ເຈາະ​ສໍາ​ຫຼວດ​ດັ່ງກ່າວ​ດ້ວຍ. ສິ່ງ​ດັ່ງກ່າວ​ໄດ້​ເປັນ​ສັນຍາ​ລັກ​ວ່າ​ເຂດ​ເນື້ອທີ່​ແຮ່​ເກືອ​ໂປ​ຕາສ 48.52 ກິໂລ​ຕາ​ແມັດ ຢູ່​ເຂດ​ບ້ານ​ໜອງ​ລົ່ມ ໄດ້​ກ້າວ​ເຂົ້າ​ສູ່​ໄລຍະ​ແຫ່ງ​ຄວາມ​ເປັນ​ຈິງ​ນັ້ນ​ສູງ​ຂຶ້ນ ແລະ ເປັນ​ນິມິດ​ໝາຍວ່າ​ໃນ​ອະນາຄົດ​ປະເທດ​ລາວ ຈະ​ກາຍເປັນ​ຖານ​ການ​ຜະລິດ​ຝູ່ນ​ໂປ​ຕາສ ທີ່​ໃຫຍ່​ອັນ​ດັບ 4 ຂອງ​ໂລກ.

ໃນ 8 ບໍລິສັດ ທີ່ເຂົ້າຮ່ວມປະມູນ ຊີໂນ-ອາກຣີ ໂປຕາສ ແມ່ນໂດດເດັ່ນກວ່າໝູ່ຕາມ​ທີ່​ຮູ້ຈັກ, ໃນ​ການ​ແຂ່ງຂັນ​ປະມູນ ສິດ​ສໍາ​ປະທານ ຂຸດ​ຄົ້ນ ບໍ່​ແຮ່ ໂປ​ຕາສ ຢູ່​ບ້ານ ໜອງ​ລົ່ມ​ນັ້ນ,ລັດຖະບານ​ຂອງ​ຈີນ ໄດ້​ສືບຕໍ່​ຮັບ​ການ​ສະເໜີ​ຈາກ 8 ວິ​ສາ​ຫະ​ກິດ, ແຕ່​ໃນ​ທີ່​ສຸດ ບໍລິສັດ ຊີ​ໂນ-ອາ​ກຣີ ໂປ​ຕາສ ຈໍາ​ກັດ ກໍ​ໄດ້​ຊະນະ​ການ​ປະມູນ, ໄດ້​ຮັບ​ສິດ​ສໍາ​ປະທານ​ບໍ່​ແຮ່​ດັ່ງກ່າວ, ອັນ​ເປັນ​ບໍ່​ແຮ່​ແຫ່ງ​ຄວາມ​ຫວັງຂອງ​ລັດ​ຖະ​ບານ.

ການ​ນໍາ​ທີ່​ເຂົ້າ​ຮ່ວມ​ພິທີ​ເປີດ​ໄດ້​ເວົ້າ​ວ່າ, ຊັບພະຍາກອນ​ເກືອ​ໂປ​ຕາສ ທີ່​ອຸດົມສົມບູນ​ຂອງ​ລາວ ໄດ້​ດຶງ​ດູດ​ຈາກ​ນັກ​ລົງທຶນ​ໃນ​ທົ່ວ​ໂລກ​ຢ່າງ​ຫຼວງຫຼາຍ ແລະ ລັດຖະບານ ສປປ ລາວ ແມ່ນ​ມີ​ຄວາມ​ລະມັດລະວັງ​ຫຼາຍ​ໃນ​ການ​ເລືອກ​ບໍລິສັດ​ມາ​ພັດ​ທະ​ນາ. ລັດຖະບານ​ຈະ​ໃຫ້​ບູ​ລິ​ມະ​ສິດ ຫຼື ຈະ​ເລືອກ ບໍລິສັດ ທີ່​ມີ​ທຶນຮອນ​ອັນ​ເຂັ້ມແຂງ ແລະ ມີ​ເຕັກ​ໂນ​ໂລ​ຊີ​

ຂຸດ​ຄົ້ນ​ບໍ່​ແຮ່​ໂປ​ຕາ​ສ​ທີ່​ສຸກ​ງອມ, ຮັບປະກັນ​ໃຫ້​ບັນດາ​ວິ​ສາ​ຫະ​ກິດ ທີ່​ຊະນະ​ການ​ປະມູນ ມີ​ຄວາມ​ສາມາດ​ດໍາເນີນການ​ສໍາຫຼວດ ແລະ ພັດທະນາ​ບໍ່​ແຮ່ ໂປ​ຕາສ ໂດຍ​ໄວ ແລະ ປົດປ່ອຍໃຫ້ເຫັນຄຸນຄ່າຂອງ​ຊັບພະຍາກອນ​ແຮ່​ທາດ. ພ້ອມ​ກັນ​ນັ້ນ, ແມ່ນ​ໄດ້​ພິຈາລະນາ ເຖິງ​ເປົ້າ​ໝາຍ​ການ​ໄດ້​ຮັບ​ສິດ​ສໍາ​ປະທານ​ຂອງ​ບໍລິສັດ ທີ່​ຊະນະ​ການ​ປະມູນ, ພວກ​ເຮົາ​

ຫວັງ​ວ່າ ວິ​ສາ​ຫະ​ກິດ​ທີ່​ຊະນະ​ການ​ປະມູນ ຈະ​ມີ​ຄວາມ​ຮັບຜິດຊອບ, ເຮັດ​ວຽກ​ງານ​ຈິງ​ຈັງ​ໜັກ​ແໜ້ນ, ຂຸດ​ຄົ້ນ​ຊັບພະຍາກອນ​ແຮ່​ທາດ​ໄດ້​ຢ່າງ​ເລິກເຊິ່ງ, ຜ່ານ​ການ​ພັດທະນາ​ບໍ່​ແຮ່​ເຮັດ​ໃຫ້ອຸດ​ສາ​ຫະ​ກໍາ, ກະ​ສິ​ກໍາ​ຂອງ​ປະເທດ​ລາວ ມີຄວາມທັນສະໄໝ, ເຮັດໃຫ້ເສດຖະກິດຂອງທ້ອງຖິ່ນມີການພັດທະນາ, ຊີວິດການເປັນຢູ່ຂອງ ປະຊາຊົນດີຂຶ້ນ.

ຈາກການປະເມີນ, ກວດກາ, ທາງລັດຖະບານຈິ່ງເຫັນວ່າ ຊີໂນ-ອາກຣີ ໂປຕາສ ແມ່ນມີຄວາມເໝາະສົມທີ່ສຸດ.ຄວາມ​ໄວ ແລະ ປະສິດທິພາບ​ຂອງ ຊີໂນ-ອາ​ກຣີ ໂປ​ຕາສ ໄດ້​ກາຍເປັນ “​ທີ​ໜຶ່ງ” ໃນຫລາຍດ້າຍຂອງ ສປປ ​ລາວ

ຕາມ​ທີ່​ຮູ້ຈັກ, ປີ 2009 ເປັນຕົ້ນ​ມາ ຊີ​ໂນ​-​ອາ​ກຣີ ໂປ​ຕາສ ໄດ້​ເຂົ້າ​ມາ​ປະເທດ​ລາວ​ເພື່ອ​ດຳເນີນ​ທຸລະ​ກິດ​ດ້ານ​ການ​ຂຸດ​ຄົ້ນ ແລະ ຈຳໜ່າຍ​ຝຸ່ນ​ໂປ​ຕາສ, ຮອດ​ປະຈຸ​ບັນ​ແມ່ນ​ດໍາ​ເນີນ​ການ​ວຽກ​ງານ​ເກືອ​ໂປ​ຕາ​ສ​ແລ້ວ 13 ປີ, ໄດ້​ຮັບ​ສິດ​ສໍາ​ປະທານ​ເກືອ​ໂປ​ຕາ​ສ​ທັງ​ໝົດ​ໃນ​ແຂວງ​ຄໍາ​ມ່ວນ, ມີ​ຊັບ​ພະຍາ​ກອນ​ສໍາ​ຮອງ ໂປ​ຕາ​ສ​ຊຽມ ຄ​ລໍ​ໄຣ ຫຼາຍ​ຫວ່າ 829

ລ້ານ​ໂຕນ, ເປັນ​ວິ​ສາ​ຫະ​ກິດ​ທີ່​ມີ​ຊັບພະຍາກອນ ເກືອ​ໂປ​ຕາ​ສ​ໃຫຍ່​ທີ່​ສຸດ​ໃນ​ລາວ ແລະ ອາ​ຊີ. ໃນ​ປີ 2011, ບໍລິສັດ ໄດ້​ສໍາ​ເລັດ​ການ​ກໍ່ສ້າງ​ໂຄງການ​ຝຸ່ນ​ໂປ​ຕາ​ສ​ແບບ​ອຸດ​ສາ​ຫະ​ກໍາ​ທັນ​ສະໄໝ, ຂະໜາດ​ການ​ຜະລິດ​ໃຫຍ່​ອັນ​ດັບ​ທີ​ໜຶ່ງ​ຂອງ​ປະເທດ​ລາວ. ໃນ​ເດືອນ​ມັງກອນ 2020, ຫຼັງ​ຈາກ​ທີ່ ທີ​ມບໍໍ​ລິ​ຫານ​ໃໝ່​ຂຶ້ນ​ດໍາ​ລົງ​ຕໍາ​ແໜ່ງ, ກໍ​ເຮັດ​ໃຫ້​ການ​ດໍາ​ເນີນ​ງານ​ມີ​ປະສິດ​ທິ​ຜົນ​ສູງ​ຂຶ້ນ, ເຮັດ​ໃຫ້​ຄົນ​ພາຍ​ນອກ​ເຫັນ​ໄດ້​ໃນ​ຄວາມ​ມະຫັດສະຈັນ​ດັ່ງ​ກ່າວ.

ໃນ​ເດືອນ​ກັນຍາ 2021, ບໍລິສັດ​ໄດ້​ສໍາ​ເລັດ​ໃນ​ການ​ກໍ່ສ້າງ​ໂຄງການ​ຝຸ່ນ​ໂປ​ຕາ​ສ​ຂະໜາດ 1 ລ້ານ​ໂຕນ​ແຫ່ງ​ທໍາ​ອິດ 1 ປະເທດ​ລາວ, ເຊິ່ງ​ໃຊ້​ເວລາ​ພຽງ​ແຕ່ 17 ເດືອນ, ມີ​ຄວາມ​ໄວ​ໃນ​ການ​ກໍ່ສ້າງ​ທີ່​ກາຍ​ລະດັບ​ສາກົນ, ອັນ​ເປັນ​ການ​ສ້າງ “ຄວາມ​ໄວ​ຂອງ​ປະເທດ​ລາວ” ແລະ “ສິ່ງ​ມະຫັດສະຈັນ​ຂອງຂະແໜງການ”, ສຸດ​ທ້າຍ​ກາຍເປັນ ໂຄງການ​ຝຸ່ນ​

ໂປ​ຕາ​ສ​ທີ່​ໃຫຍ່​ທີ່​ສຸດ ໃນ​ອາຊີ​ຕາເວັນ​ອອກ​ສ່ຽງ​ໃຕ້, ສະແດງ​ໃຫ້​ເຫັນ​ຄວາມ​ເຂັ້ມແຂງ​ທາງ​ດ້ານ​ການ​ເງິນ, ເຕັກ​ໂນ​ໂລ​ຊີ​ທີ່​ກ້າວຫນ້າ ແລະ ຄວາມ​ສາມາດ​ໃນ​ການ​ຄຸ້ມ​ຄອງ​ແບບ​ມື​ອາຊີບ​ຂອງ​ທີ​ມ​ງານ​ບໍລິຫານຄຸ້ມ​ຄອງ, ກາຍເປັນ​ການ​ດໍາ​ເນີນ​ງານ​ດ້ານ​ແຮ່​ເກືອ​ໂປ​ຕາ​ສ​ອັນ​ດັບ​ໜຶ່ງ​ຂອງ​ປະເທດ​ລາວ.

ໂຄງການ​ຜະລິດ​ຝຸ່ນ​ໂປ​ຕາສ ຂະໜາດ 1 ລ້ານ​ໂຕນ​ຕໍ່​ປີ​ແຫ່ງ​ທີ 2 ຄາດ​ວ່າ​ຈະ​ເລີ່ມ​ດຳເນີນ​ການ​ທົດ​ລອງ​ໃນ​ທ້າຍ​ປີ​ນີ້, ໄລຍະ​ເວລາ​ການ​ກໍ່ສ້າງ​ຂອງ​ໂຮງງານ​ແມ່ນ​ໃຊ້​ເວລາ​ພຽງ​ແຕ່ 10 ເດືອນ, ເປັນ​ສະຖິຕິ​ຄວາມ​ໄວ​ທີ່​ລື່ນ​ກາຍ​ສາ​ກົນ. ໂຄງການ​ຜະລິດ​ຝຸ່ນ​ໂປ​ຕາ​ສ​ແຫ່ງ​ທີ​ສາມ​ທີ່​ມີ​ກຳລັງ​ການ​ຜະລິດ 1 ລ້ານ​ໂຕນ​ຕໍ່​ປີ ໄດ້​ເລີ່ມ​ກໍ່ສ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ, ຄາດ​ວ່າ​ທ້າຍ​ປີ​ໜ້າ​ກໍ​ສາມາດ​ທົດ​ລອງ​ຜະ​ລິດ.

ໃນ​ຂະນະ​ການ​ໄດ້​ຮັບ​ສິດ​ສໍາ​ປະທານ​ແຮ່​ເກືອ​ໂປ​ຕາສ, ທາງ ຊີໂນ-ອາ​ກຣີ ໂປ​ຕາສ ໄດ້ຖື​ເອົາ​ໂອກາດທີ່​ຕົນ​ເອງ​ມີ​ກໍາ​ລັງ​ແຮງ ເພື່ອ​ສ້າງ​ປະສິດ​ຕິ​ພາບການ​ຜະລິດ​ທີ່​ໄວ​ໃນ​ລາວ, ສ້າງ​ສະຕິ​ຖິ​ຕິ​ໃໝ່​ດ້ານ​ການ​ພັດທະນາ​ບໍ່​ແຮ່​ໃນ​ລາວ, ບັນລຸ​ການ​ດໍາ​ເນີນ​ງານ​ທີ່​ວ່ອງໄວ ແລະ ໄດ້​ຮັບຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະດັບ​ສູງ​ຈາກ​ລັດຖະບານ ສປປ ລາວ.

ຜູ້​ຮັບຜິດຊອບ​ຂອງ ຊີ​ໂນ​-​ອາ​ກຣີ ໂປ​ຕາສ ໄດ້​ເວົ້າ​ວ່າ ໃນ​ເດືອນ​ເມສາ​ຂອງ​ປີ​ນີ້ ບໍລິສັດ ໄດ້​ເລີ່ມ​ສະເໜີຂໍ​ສໍາ​ປະທານ​ບໍ່​ແຮ່ ເກືອ​ໂປ​ຕາ​ສ​ບ້ານ​ໜອງ​ລົ່ມ ເນື້ອທີ່ 48.52km2, ໃນ​ວັນ​ທີ 27 ຕຸລາ​ ໄດ້​ຮັບແຈ້ງ​ການກ່ຽວ​ກັບ​ການ​ເຈລະຈາ​ສັນ​ຍາ​ສໍາ​ຫຼວດ​ຈາກ​ກະຊວງ​ແຜນການ ແລະ ການ​ລົງທຶນ, ໃນ​ວັນ​ທີ 4 ພະຈິກ​ ໄດ້​ສໍາ​ເລັດ​ການ​ເຈລະຈາກັບອໍາ​ນາດ​

ການ​ປົກຄອງ​ແຂວງ​ຄໍາ​ມ່ວນ. ວັນ​ທີ 25 ເດືອນ​ພະຈິກ ຫຼັງ​ຈາກ​ທີ່ນາຍົກລັດຖະມົນຕີ​ມອບ​ສິດ​ໃຫ້​ກະຊວງ​ແຜນການ ແລະ ການ​ລົງທຶນ ເຊັນ​ສັນ​ຍາ​ສໍາ​ຫຼວດ ກັບ​ບໍລິສັດ, ໃນ​ວັນ​ທີ 27 ພະຈິກ ບໍລິສັດ ກໍ​ສໍາ​ເລັດ​ການ​ຊໍາ​ລະ​ຄ່າ​ສໍາ​ປະທານ 10 ລ້ານ​ໂດ​ລາ, ໄດ້​ຈ່າຍ​ອາກອນ​ຊັບພະຍາກອນ ແລະ ໄດ້​ຈັດ​ຕັ້ງ​ການ​ເຊັນ​ສັນ​ຍາ​ສໍາ​ຫຼວ​ດສໍາ​ເລັດ ແລະ ເລີ່ມ​ການ​ສໍາ​ຫຼວດ​ໃນ​ວັນ​ທີ 28 ພະ​ຈິກ.

ໃນ​ລະຫວ່າງ​ນັ້ນ, ທາງ ຊີ​ໂນ​-​ອາ​ກຣີ ໂປ​ຕາສ ໄດ້​ກໍາ​ນົດ​ແຜນ​ການ​ສໍາ​ຫຼວດ​ທີ່​ລະອຽດ, ທາງ ຊີ​ໂນ-ອາ​ກຣີ ໂປຕາສ ໄດ້​ເພີ່ມຈໍາ​ນວນ​ຂຸມ​ເຈາະ​ສໍາ​ຫຼວດ​ທີ່​ໄດ້​ມາດຕະຖານຕາມ​ຂັ້ນ​ຕອນ​ການ​ຂຸດ​ຄົ້ນ ໂດຍເພີ່ມ​ຂຶ້ນ​ຈາກ 37 ເປັນ 46, ເກີນ​ມາດຕະຖານ​ການ​ຂຸດ​ເຈາະ ໃນ​ພື້ນ​ທີ່​ຂຸດ​ຄົ້ນ​ບໍ່​ແຮ່​ເບື້ອງ​ຕົ້ນ​ໃນ​ໄລຍະ​ການ​ຂຸດ​ຄົ້ນ​ບໍ່​ແຮ່. ພ້ອມ​ນັ້ນ​ຍັງ​ໄດ້​ມີ​ການ​

ກໍາ​ນົດ​ເຈດ​ຈໍາ​ນົງ​ການ​ສໍາ​ຫຼວດ​ກັບ 2 ບໍລິສັດ, ສາມາດ​ຮວບຮວມ​ເຄື່ອງ​ຂຸດ​ເຈາະ​ໄດ້ 23 ເຄື່ອງ, ຮອດ​ປະຈຸ​ບັນ​ແມ່ນ​ມີ 10 ກວ່າ​ເຄື່ອງ ທີ່​ມາ​ຮອດ​ສະໜາມ ແລະ ສາ​ມາດ​ນໍາ​ໃຊ້​ໄດ້​ແລ້ວ, ສ່ວນ​ທີ່​ເຫຼືອ​ແມ່ນ​ກໍາ​ລັງ​ທະຍອຍ​ມາ.

ຜູ້​ຮັບຜິດຊອບ​ໄດ້​ເວົ້າ​ວ່າ, ແຜນ​ການ​ສໍາ​ຫຼວດ ຂອງ​ບໍລິສັດ ໄດ້​ຍົກ​ສູງປະສິດທິພາບ ແລະ ຄວາມ​ໄວ​ໃນ​ການ​ສຳຫຼວດ ແລະ ຜະລິດ​ເກືອ​ໂປ​ຕາສ ໃນ​ບ້ານ​ໜອງ​ລົ່ມ. ປັບ​ໄລຍະ​ເວລາ​ການ​ສໍາ​ຫຼວດ​ເດີມ 2 ປີ, ການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້ 1 ປີ ແລະ ການ​ປະ​ເມີນ​ສິ່ງແວດລ້ອມ 1 ປີ ມາ​ເປັນ 2 ຂັ້ນ​ຕອນ ແຕ່​ລະຂັ້ນ​ຕອນ 1 ປີ ແລະ

ພະຍາຍາມ​ໃຫ້​ສຳເລັດ​ການ​ສຳຫຼວດພາຍໃນ​ເຄິ່ງ​ປີ, ສຳເລັດ​ການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້ ແລະ ການ​ປະ​ເມີນ​ຜົນ​ກະທົບ​ຕໍ່​ສິ່ງແວດລ້ອມ​ໃນອີກ​ເຄິ່ງ​ປີ. ຫຼັງ​ຈາກ​ດໍາ​ເນີນ​ການ​ຜະລິດ​ເກືອ​ໂປ​ຕາສ, ນອກຈາກ​ຜົນ​ປະໂຫຍດ​ທີ່​ໄດ້​ມາ​ຈາກ​ການ​ລົງທຶນ​ໃນ​ຊັບ​ສິນ​ຄົງ​ທີ່​ໃນ​ໄລຍະ​ການ​ກໍ່ສ້າງ, ທຸກໆ​ການ​ຜະລິດ ເກືອ​ໂປ​ຕາສ 1 ລ້ານ​ໂຕນ ຊຸກຍູ້​ໃຫ້​ເກີດ​ການ​

ຈ້າງ​ງານ​ແກ່ 3000 ຄົນ ແລະ ຍັງ​ສາ​ມາດ​ນໍາ​ມາ​ເຊິ່ງ​ການ​ເສຍ​ພາສີ​ອາກອນ​ປະ​ຈໍາ​ປີ​ໃຫ້​ແກ່​ລັດຖະບານເປັນ​ເງິນ 30 ລ້ານ​ໂດ​ລາ​ສະຫະ​ລັດ. ຜົນ​ປະໂຫຍດ​ທາງ​ດ້ານ​ເສດຖະກິດ​ໃນ​ອະນາຄົດ​ຂອງ​ໂຄງການ ຂຸດ​ຄົ້ນ​ເກືອ​ໂປ​ຕາສ ຢູ່​ບ້ານ​ໜອງ​ລົ່ມ ຄາດ​ວ່າ​ຈະ​ສູງ​ກວ່າ​ຄວາມ​ຄາດ​ຫວັງ​ຂອງ​ລັດຖະບານ​ລາວ.

ໃນ​ໄລຍະ​ທີ່​ສຳຄັນ​ຂອງ​ການ​ຫັນປ່ຽນ ແລະ​ພັດທະນາ​ເສດຖະກິດ, ປະສິດ​ຕິ​ພາບ ແລະ ຄວາມ​ໄວ​ໃນ​ການ​ດໍາ​ເນີນ​ງານ​ຂອງ​ບໍລິສັດ ແມ່ນ​ເປັນ​ແບບຢ່າງ​ທີ່​ໃຫ້​ກັບ​ຂະແໜງການ​ອື່ນໆ​ໃນ​ລາວ.

ຮູບ​ແບບ​ການ​ພັດທະນາ​ເຂດ​ນິຄົມ​ອຸດ​ສາ​ຫະ​ກໍາ​​ໂປ​ຕາ​ສ​ຂອງ ບໍລິສັດ ຊີ​ໂນ​-​ອາ​ກຣີ ​ໂປ​ຕາສ ຈໍາ​ກັດ ທີ່ໜ້າສຶກສາແລະຮຽນຮູ້ ເນັ້ນ​ໃສ່​ການ​ພັດທະນາ​ກໍ່ສ້າງ​ເຂດ​ບໍ່​ແຮ່​ດັ່ງກ່າວ, ບໍລິສັດ ຊີ​ໂນ​-​ອາ​ກຣິ ​ໂປ​ຕາສ ຈໍາ​ກັດ ກໍ​ມີ​ການ​ວາງ​ແຜນ​ຢ່າງ​ລະອຽດ, ການ​ວາງ​ແຜນ​ດັ່ງກ່າວ​ເປັນ​ນະ​ວັດ​ຕະ​ກໍາ​ໃໝ່​ຂອງ​ຮູບ​ແບບ​ການ​ພັດທະນາ​ບໍ່ແຮ່ ຫລື ຈະ​ເປັນ​ການ​ຫັນປ່ຽນ​ມູນ​ຄ່າ​ຊັບພະຍາກອນ​ບໍ່​ແຮ່​ຂອງ​ປະເທດ​ລາວ​ກາຍເປັນ​ມູນ​ຄ່າ​ເສດຖະກິດ, ຊຸກຍູ້​ການ​ພັດທະນາ​ເສດຖະກິດ ແລະ ສັງຄົມ​ປະເທດ​ລາວ​ຢ່າງ​ແທ້​ຈິງ.

ຈາກການເປີດເຜີຍຂອງຫົວໜ້າວິສະວະກອນ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ: ບໍລິສັດ ກໍາລັງກໍ່ສ້າງເຂດນິຄົມອຸດສາຫະກໍາລະດັບປະເທດຢູ່ແຂວງຄໍາມ່ວນ. ອີງໃສ່ຊັບພະຍາກອນບໍ່ແຮ່ທີ່ມີໃນ ປັດຈຸບັນ, 1. ເລັ່ງຂະຫຍາຍກໍາລັງການຜະລິດຂອງຝຸ່ນໂປຕາສ, ສ້າງເຂດນິຄົມອຸດສາຫະກໍາຝຸ່ນໂປຕາສ. ປັດຈຸບັນ, ໂຄງການທີສອງ ແລະ

ໂຄງການທີສາມ ໂຄງການຜະລິດຝຸ່ນໂປຕາສ 1 ລ້ານໂຕນ/ປີ ແມ່ນກໍາລັງດໍາເນີນການກໍ່ສ້າງຢ່າງເຕັມທີ່, ສ່ວນໂຄງການທີສີ່ ແລະ ໂຄງການທີຫ້າ ໂຄງການຜະລິດຝຸ່ນໂປຕາສ 1 ລ້ານໂຕນ/ປີ ແມ່ນໄດ້ປະກອບເອກະສານ ແລະ ສະເໜີໄປຫາພາກສ່ວນທີ່ກ່ຽວຂ້ອງຂອງພາກລັດລາວແລ້ວ. ຄາດຄະເນ ປີ 2023 ບັນລຸກໍາລັງການຜະລິດປຸ໋ຍໂປ

ຕາສ 3 ລ້ານໂຕນ, ປີ 2025 ບັນລຸກໍາລັງການຜະລິດ 5 ລ້ານໂຕນ, ພະຍາຍາມສູ້ຊົນເພື່ອໃຫ້ບັນລຸຂະໜາດກໍາລັງການຜະລິດລະດັບ 10 ລ້ານໂຕນໃນໄລຍະກາງ ແລະ ໄລຍະຫຼັງ, ກາຍເປັນຖານຜະລິດຝຸ່ນໂປຕາສໃຫຍ່ທີ່ສຸດໃນອັນດັບທີ 4 ຂອງໂລກ; 2. ສົມທົບ​ພັດທະນາ​ຊັບພະຍາກອນ​ທີ່​ບໍ່​ແມ່ນ​ໂປ​ຕາສ, ສ້າງ​ນິຄົມ​ອຸດ​ສາ​ຫະ​ກໍາ​ອະໂປຕາສ

(​ບໍ່​ມີ​ໂປ​ຕາ​ສ), ນໍາ​ໃຊ້​ຊັບພະຍາກອນ​ແຮ່​ຕິດ​ພັນ​ຂອງບໍ່ແຮ່​ເກືອ​ໂປ​ຕາສ (ໂບຣ​ມິນ, ເກືອນາຕີ ແລະ ອື່ນໆ), ພັດທະນາ​ໂຄງການ​ສານ​ໂບຣ​ມິນ, ອຸດ​ສາ​ຫະ​ກໍາ​ເຄ​ມີ​ ຄລໍ-ອານຄາໄລ (chlor-alkali), ເກືອ​ບໍລິໂພກ ແລະ ອື່ນໆ, ນໍາ​ໃຊ້​ຊັບພະຍາກອນ​ບໍ່​ແຮ່​ແບບກວມລວມໃນ​ວົງ​ປິດ, ລົງເລິກການເພີ່ມ​ມູນ​ຄ່າ​ເສດຖະກິດ​, ຜ່ານ​ການ​ວາງ​

ແຜນ​ຜະລິດ​ຕະ​ພັນ​ຫຼາຍ​ຮູບ​ແບບ, ສ້າງ​ເປັນ​ຮູບ​ແບບ​ອຸດ​ສາ​ຫະ​ກໍາ​ໃໝ່​ທີ່​ທົດ​ແທນ​ການ​ນໍາ​ເຂົ້າ ແລະ ສ້າງ​ລາຍ​ຮັບ​ຈາກ​ການ​ສົ່ງ​ອອກ​ຂອງ​ປະເທດ​ລາວ; 3. ສ້າງ​ຕົວ​ເມືອງ ອາຊີ​-​ໂປ​ຕາ​ສ​ຂະໜາດ​ນ້ອຍ, ຊຸກຍູ້​ການ​ພັດທະນາ​ແບບ​ຕົວ​ເມືອງ. ຜ່ານ​ການ​ສ້າງ​ຕົວ​ເມືອງ​ຂະໜາດ​ນ້ອຍ, ປັບປຸງ​ສະພາບ​ແວດ​ລ້ອມ​ດໍາ​ລົງ​ຊີວິດ​ຂອງ​ປະຊາຊົນ​ໃນ​ບໍລິເວນ​

ອ້ອມ​ຂ້າງ, ດໍາ​ເນີນ​ການເຄື່ອນໄຫວ​ຊ່ວຍເຫຼືອ​ຄວາມທຸກ​ຍາກ​ດ້ວຍ​ກະ​ສິ​ກໍາ ແລະ ສ້າງ​ກອງ​ທຶນ​ການ​ສຶກສາ, ເຮັດ​ໃຫ້ການ​ພັດທະນາ​ສົ່ງ​ຜົນ​ປະໂຫຍດ​ຕົວ​ຈິງ​ຕໍ່​ປະຊາຊົນ​ໃນ​ບໍລິເວນ​ອ້ອມ​ຂ້າງ, ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ທ້ອງຖິ່ນ ແລະ ການ​ກໍ່ສ້າງ​ຊີວິດ​ສັງ​ຄົມ. ໃນ​ອະນາຄົດ, ບໍລິສັດ​ວາງ​ແຜນ​ຈະ​ນໍາ​ເອົາ​ຮູບ​ແບບ​ການ​ພັດທະນາ​ດັ່ງກ່າວ​ໄປ​

ນໍາ​ໃຊ້​ໃນ​ເຂດ​ບໍ່​ເກືອ​ໂປ​ຕາສ ເນື້ອທີ່ 48.52 ກິໂລ​ຕາ​ແມັດ ຢູ່​ບ້ານ​ໜອງລົ່ມ ແລະ ເຮັດ​ໃຫ້​ນິຄົມ​ອຸດ​ສາ​ຫະ​ກໍາ​ມີ​ການ​ເຊື່ອມ​ໂຍງ​ກັນ, ສ້າງ​ມູນ​ຄ່າ​ສູງ​ກວ່າ​ເກົ່າ ແລະ ສົ່ງ​ຜົນ​ປະໂຫຍດ​ຕໍ່​ປະຊາຊົນ​ຫຼາຍ​ກວ່າ​ເກົ່າ.

ບໍລິສັດ ຊີ​ໂນ​-​ອາ​ກຣີ ໂປ​ຕາສ ຈໍາ​ກັດ ໄດ້​ຖື​ເອົາ​ອຸດ​ສາ​ຫະ​ກໍາ​ຝຸ່ນ​ໂປ​ຕາ​ສ​ເປັນ​ແກ່ນ​ສານ, ດໍາ​ເນີນ​ການ​ຂະຫຍາຍ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກໍາ​ແບບ​ແນວ​ຕັ້​ງ-​ແນວ​ນອນ, ສ້າງ​ຮູບ​ແບບ​ການ​ພັດທະນາ​ຂອງ​ເຂດ​ນິຄົມ​ອຸດ​ສາ​ຫະ​ກໍາ, ບໍ່​ພຽງ​ແຕ່​ຈະ​ຊ່ວຍ​ສະໜອງ​ແນວ​ຄິດ​ໃໝ່ ແລະ ການ​ສາທິດ​ໃໝ່​ໃຫ້​ແກ່​ການ​ພັດທະນາ​ຊັບພະຍາກອນ​ບໍ່​ແຮ່​ຂອງ​ປະເທດ​ລາວ, ມີ​ຜົນ​ດີ​ຕໍ່​ການ​ຊຸກຍູ້​ການ​ພັດທະນາ​ອຸດ​ສາ​ຫະ​ກໍາ ແລະ ຕົວ​ເມືອງ​ຂອງ​ປະເທດ​ລາວ.

ປຽບ​ເໝືອນ​ຟ້າ​ກັບ​ດິນ, ການ​ສົມ​ທຽບ​ຢ່າງ​ຮຸນ​ແຮງ​ເຮັດ​ໃຫ້​ມີ​ການ​ໄຕ່ຕອງໃນ​ເຂດ​ບໍ່​ເກືອ​ໂປ​ຕາສ ບ້ານ​ໜອງ​ລົ່ມ, ບໍລິສັດ ໄດ້​ຈັດ​ສັນ​ເຄື່ອງ​ຈັກ​ຊີ​ເຈາະ 10 ກວ່າ​ເຄື່ອງ ເຂົ້າ​ໃນ​ວຽກ​ງານ​ການ​ເຈາະ​ສໍາ​ຫຼວດ​ໃນ​ອາກາດ​ທີ່​ຮ້ອນ​ຫຼາຍ, ບັນຍາກາດ​ອັນ​ຟົດຟື້ນ​ໃນ​ພິ​ທິ​ເປີດ ໂຄງການ​ກໍ່​ເຮັດ​ໃຫ້​ເຮົາ​ເຫັນ​ຄວາມ​ຈະເລີນ​ຮຸ່ງເຮືອງ​ໃນ​ອະ​ນາ​ຄົດ. ແຕ່​ວ່າ, ນັກ​

ຂ່າວ​ກໍ່​ໄດ້​ສັງເກດ​ເຫັນ​ເຂດ​ບໍ່​ແຮ່​ອີກ​ເຂດ​ໜຶ່ງ​ທີ່​ຕິດ​ກັບ​ເຂດ​ບໍ່​ເກືອ​ໂປ​ຕາສ ບ້ານ​ໜອງ​ລົ່ມ ແມ່ນ​ງຽບ​ເຫງົາ​ຫຼາຍ. ພາຍ​ຫຼັງ​ທໍາ​ຄວາມ​ເຂົ້າໃຈ​ແລ້ວ,ນັກ​ຂ່າວ​ຈຶ່ງ​ຮູ້​ວ່າ ນີ້​ກໍ່​ເປັນ​ເຂດ​ບໍ່​ເກືອ​ໂປ​ຕາ​ສ​ອີກ​ເຂດ​ໜຶ່ງ​ທີ່​ຕິດ​ກັບ​ເຂດ​ບໍ່​ເກືອ​ໂປ​ຕາສ ບ້ານ​ໜອງ​ລົ່ມ, ເຊິ່ງ​ໄດ້​ເຊັນ​ສັນຍາ​ສຶກສາ​ສໍາ​ຫຼວດ​ໃນ​ເດືອນ 3 ປີ 2022, ແຕ່​ວ່າ ການ​ວາງເງິນ​ຂອງ​ບໍລິສັດ​ແມ່ນ​ມີ​ຄວາມ​ຊັກ​ຊ້າ, ປະສິດທິພາບ​ການ​ສໍາ​ຫຼວດ​ກໍ່​ຕໍ່າ​ຫຼາຍ, ປັດ​ຈຸ​ບັນ​ສໍາ​ເລັດ​ການ​ຊີ​ເຈາະ​ພຽງ 2 ຮູ​ເທົ່າ​ນັ້ນ ແລະ ວຽກ​ງານ​ການ​ສໍາ​ຫຼວດ​ຢູ່​ໃນ​ສະພາບ​ຢຸດ​ເຊົາ.

ຈາກ​ທີ່​ຮັບ​ຮູ້​ແລ້ວ, ຊັບພະຍາກອນ​ບໍ່​ແຮ່​ຂອງ​ປະເທດ​ລາວ​ມີ​ຄວາມ​ອຸດົມສົມບູນ, ລວມ​ທັງ​ບໍ່​ເກືອ​ໂປ​ຕາສ, ບໍ່​ຖ່ານ​ຫີນ, ບໍ່​ບົກ​ຊິດ ແລະ ບໍ່​ແຮ່​ອື່ນໆ, ລະດັບ​ການ​ພັດທະນາ​ຂ້ອນ​ຂ້າງ​ຕໍ່າ, ພື້ນ​ທີ່​ການ​ພັດທະນາ​ກວ້າງ, ກາຍເປັນ “ສະຫວັນ​ແຫ່ງ​ການ​ຂຸດ​ຄົ້ນ​ບໍ່​ຄໍາ” ຂອງ​ນັກ​ລົງທຶນ, ໄດ້​ດຶງ​ດູດ​ນັກ​ລົງທຶນ​ເປັນ​ຈໍາ​ນວນ​ຫຼາຍ. ພ້ອມ​ນີ້, ກໍ່​ໄດ້​ດຶງ​ດູດ​ນັກ​

ສວຍໂອກາດ ແລະ ນັກ​ລົງທຶນ​ທີ່​ມີ​ຄວາມ​ສາ​ມາດ​ຕໍ່າ. ວິ​ສາ​ຫະ​ກິດ​ລັກສະນະ​ສວຍໂອກາດ​ເຫຼົ່າ​ນີ້ ມັກ​ຈະ​ກັກ​ຕຸນ ແລະ ຄອບຄອງ​ສິດ, ເມື່ອ​ໄດ້​ຮັບ​ສິດທິ​ບໍ່​ແຮ່​ແລ້ວ ບໍ່​ດໍາ​ເນີນ​ການ​ພັດທະນາ, ລໍຖ້າ​ໂອກາດ​ແລ້ວ​ໂອນ​ຂາຍ​ດ້ວຍ​ລາຄາ​ສູງ; ວິ​ສາ​ຫະ​ກິດ​ທີ່​ມີ​ຄວາມ​ສາ​ມາດ​ຕໍ່າ, ໃນ​ເມື່ອ​ໄດ້​ຮັບ​ສິດທິ​ບໍ່​ແຮ່​ແລ້ວ, ເນື່ອງ​ຈາກ​ມີ​ຂໍ້​ຈໍາ​ກັດ​ດ້ານ​ຄວາມ​ສາມາດ,

ພຽງ​ແຕ່​ສາ​ມາດ​ດໍາ​ເນີນ​ການ​ປຸງ​ແຕ່ງ​ຊັບພະຍາກອນ​ບໍ່​ແຮ່​ໃນ​ຂັ້​ນທໍາ​ອິດ ຫລື ພັດທະນາ​ພາກສ່ວນ​ໜຶ່ງ​ເທົ່າ​ນັ້ນ, ຜົນ​ປະໂຫຍດ​ໃນ​ການ​ພັດທະນາ​ຊັບພະຍາກອນ​ບໍ່​ແຮ່​ໄດ້​ຫຼຸດ​ລົງ​ຫຼາຍ. ບໍ່​ວ່າ​ຈະ​ເປັນ​ການ​ສວຍໂອກາດ​ກັກ​ຕຸນ ຫລື ຄອບຄອງ​ສິດ,ການ​ປຸງ​ແຕ່ງ​ຂັ້​ນທໍາ​ອິດ ແລະ ການ​ພັດທະນາ​ພາກສ່ວນ​ໜຶ່ງ​ທີ່​ໄດ້​ຮັບ​ການ​ຈໍາ​ກັດ​ດ້ານ​ຄວາມ​ສາມາດ, ທັງ​

ເປັນ​ການ​ລະເມີດ​ສັນຍາ​ທີ່​ເຊັນ​ກັບ​ລັດຖະບານ ແລະ ສົ່ງ​ຜົນ​ກະທົບ​ຕໍ່​ການສະແດງ​ທ່າແຮງ​ດ້ານ​ຊັບພະຍາກອນ​ແຮ່​ທາດ​ຂອງ​ປະເທດ​ລາວ, ສົ່ງ​ຜົນ​ກະທົບ​ຕໍ່​ການ​ພັດທະນາ​ເສດຖະກິດ​ແບບ​ຄຸນ​ນະ​ພາບ ແລະ ວ່ອງໄວ​ຂອງ​ປະເທດ​ລາວ.

ຕໍ່​ເຫດການ​ເຫຼົ່າ​ນີ້, ທາງ​ພາກສ່ວນ​ກ່ຽວຂ້ອງ​ຂອງ​ລັດຖະບານ​ຈະ​ຕ້ອງ​ໃຫ້​ຄວາມ​ເອົາໃຈໃສ່​ທີ່​ສຸດ, ສໍາ​ລັບ​ວິ​ສາ​ຫະ​ກິດ​ທີ່​ມີ​ສິດທິ​ບໍ່​ແຮ່​ແຕ່​ບໍ່​ດໍາ​ເນີນ​ການ​ພັດທະນາ, ຈະ​ຕ້ອງ​ກໍາ​ນົດ​ເວລາ​ເກັບ​ຄືນ​ສິດທິ​ບໍ່​ແຮ່, ແລ້ວ​ນໍາ​ເອົາ​ຊັບພະຍາກອນ​ເຂົ້າ​ໃນ​ຕະຫຼາດ​ຄືນໃໝ່, ເພື່ອ​ເລືອກ​ເອົາ​ວິ​ສາ​ຫະ​ກິດ​ທີ່​ມີ​ຄວາມ​ສາມາດ ແລະ ເຮັດ​ແທ້​ທໍາ​ຈິງ​ນັ້ນ​ເຂົ້າ​ໄປ​ດໍາ​ເນີນ​ການ​

ພັດທະນາ​ຊັບພະຍາກອນ​ແບບ​ລົງ​ເລິກ, ສ້າງ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກໍາ​ປຸງ​ແຕ່ງ​ຊັບພະຍາກອນ​ບໍ່​ແຮ່​ທັງ​ໝົດ; ໝູນ​ໃຊ້​ຕົ້ນ​ທຶນ​ພະລັງງານ​ໄຟ​ຟ້າ​ຕໍ່າ ແລະ ຄ່າ​ແຮງ​ງານ​ຕໍ່າ​ຂອງ​ປະເທດ​ລາວ, ດໍາ​ເນີນ​ການ​ລວບ​ລວມ​ອຸດ​ສາ​ຫະ​ກໍາ, ສ້າງ​ເປັນ​ກຸ່ມ​ອຸດ​ສາ​ຫະ​ກໍາ, ເພື່ອ​ຊຸກຍູ້​ການ​ພັດທະນາ​ອຸດ​ສາ​ຫະ​ກໍາ​ຂອງ​ປະເທດ​ລາວ, ເພີ່ມ​ລະດັບ​ຄວາມ​ສາມາດ​ດ້ານ​ການ​

ສະໜອງ​ຜະລິດ​ຕະ​ພັນ ແລະ ຄວາມ​ສາມາດ​ດ້ານ​ລາຍ​ຮັບ​ຈາກ​ການ​ສົ່ງ​ອອກ​ຂອງ​ປະເທດ​ລາວ, ເຮັດ​ໃຫ້​ມູນ​ຄ່າ​ເງິນຕາ​ຂອງ​ປະເທດ​ລາວ​ມີ​ຄວາມ​ໝັ້ນຄົງ, ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ແບບ​ແຂງແຮງ ແລະ ວ່ອງໄວ​ຂອງ​ປະເທດ​ລາວ.