ອົດທົນມາຕະຫຼອດ 9 ປີ 3 ເດືອນ ສຸດມັກຮັກໃນອາຊີບ ແຕ່ສູ້ບໍ່ໄຫວ ຂໍຖອຍຈາກອາຊີບຄູ

    0
    113

    ຝາກກົດໄລ້ແຊສແດ່ເດີທຸກຄົນບາງທີມີຜູ້ໃຈບຸນເພິ່ນຢາກຊ່ວຍເຫລືອຕໍ່ເປັນທຶນຮອນເພື່ອສູ້ຊີວິດຕໍ່ໄປ.ໂລກນີ້ໂຫດຮ້າຍເກີນນໍຄຶບໍ່ຢຸດຕິທຳກັບຂ້ອຍເເທ້ເດຮຽນມາ 5 ປີຈົບປະລິນຍາຕີໂຄດວ່າທຸກແລ້ວຈົບມາເຮັດວຽກທຸກ10ເທົ້າສອນບໍ່ໄດ້ເງິນຈັກເທື່ອມີແຕ່ລໍໆອົດທົນບອກໃຈໂຕເອງມາຕະຫຼອດຈົນມາຮອດ 9 ປີ 3 ເດືອນ

    ສຸດມັກຮັກໃນອາຊີບແຕ່ອາຊີບສູ້ກັບບໍ່ໄຫວຖອຍອອກມາຈາກອາຊີບຄູ,ບາງທີອາຊີບອື່ນອາດເຫມາະສົມກັບເຮົາກ່ອນນີ້, ເຄີຍມີຄວາມຄິດຢາກຮຽນສູງໆຈົບມາມີເງິນເດືອນໃຫ້ແມ່ເອຶ້ອຍນ້ອງພູມໃຈລູກຂໍໂທດເດແມ່ເອຶ້ອຍນ້ອງ ຄິດວ່າຊິສູ້ຕໍ່ແຕ່ຫນັກເກີນກຳລັງ,ຄິດໃນໃຈວ່າຖ້າໄດ້ລັດຖະກອນມື້ໃດເງິນກ້ອນແລກຊິບໍ່ໃຊ້ຊິໃຫ້ແມ່ເອຶ້ອຍນ້ອງຜູ້ທຸກນຳຜູ້ຊຸກຍູ້ເຮົາຮຽນ,ສຸດທ້າຍກະໄປບໍ່ຮອດຝັ່ງຝັນ,

    ລູກຂໍໂທດເດີແມ່ເອຶ້ອຍນ້ອງທຸກຄົນ,ສູ້ບໍ່ໄຫວອະຫລີ່ສະພາບແວດລ້ອມຄູ່ມື້ແມ່ນໃຊ້ແຕ່ເງິນ,ເຮົາບໍ່ມີເວລາຫາເງິນມີແຕ່ເວລາໄປສອນເບິດມື້ເບິດເດືອນບໍ່ໄດ້ເງິນເດືອນ,ຂະຫນາດພະນັກງານມີເງິນເດືອນເງິນອອກຊ້າມື້1-2ຍັງຮ້ອງໂອຍໆບາດທີ່ເຮົາຄູອາສາ9ປີເງິນເດືອນບໍ່ອອກ,

    ເວລາມີງານຈັດງານເກັບເງິນກັນກະວ່າຄູອາສາກະເກັບເດີສາມະຄີ,ຄິດໄດ້ແນວໃດວ່າສາມະຄີເງິນເດືອນບໍ່ມີຈັກກີບບໍ່ເຫັນໃຈກັນແດ່ນໍເຫັນຜັກຫອມຫ້ຽນແຄມທາງຢ່າຟ້າວຢ່ຳບາດປີ້ນປົ່ງໃບຍັງຊິໄດ້ໃສ່ລາບກ້ອຍດອກນາ,ເຮົາສູ້ມາຮອດຈຸດນີ້ໃຜວ່າຂ້ອຍບໍ່ເກັ່ງກະຢ່າຂ້ອຍສູ້ສຸດແລ້ວດິ້ນລົ້ນທຸກຢ່າງໃຫ້ມີຄຶຫມູ່ເສື້ອຜ້າເຄື່ອງຂອງຕັດໄຫ່ມໃສ່ຊຸດໄຫມ່ດິ່້ນລົ້ນຫາເງິນໄປນຳສອນໄປນຳຍ້ອນຢາກໄດ້ມີຄຶຫມູ່,

    ຫມູ່ໃສຊຸດໄຫ່ມເຮົາກະໄຫ່ມຄືກັນ,ເມື່ອຍດິ້ນລົ້ນຂໍລາມາເປັນນາຍໂຕເອງບາດນິ.ສອນໄປວັນໆແບບບໍ່ມີຄວາມຫວັງສ່ຳງົມເຂັ້ມໃນທະເລ.

    ສຸດທ້າຍຈຳເປັນຕ້ອງໄດ້ຖ້ອຍອອກມາຍ້ອນເຮົາຄົນຈົນເງິນນ້ອຍສອນຫລາຍປີສ່ຳໃດກະບໍ່ໄດ້ລັດຖະກອນ,ບາດລູກເຈົ້າລູກນາຍມານຳຫລັງດັງກ່ອນໄດ້ລັດຖະກອນ,ໂລກນີ້ຕັ້ງລຳອ່ຽງນໍ,ຖ້າໂລກນີ້ເປັນແບບນີ້ປະເທດຊາດບ້ານເມືອງຊິຈະເລີນກ້າວຫນ້າແນວໃດແຕ່ລະປີຕ້ອງມີພະນັກງານຄູອາສາດີໆເຮັດດ້ວຍໃຈຕັ້ງໃຈສອນໄປໂດຍບໍ່ຫວັງສິ່ງຕອບແທນ,

    ສູ້ຈົນເບິດແຮງແຕ່ກະສູ້ລູກເຈົ້າຫລານນາຍບໍ່ໄດ້ພັກລັດຕັ້ງບໍ່ເຫັນໃຈຜູ້ເງິນນ້ອຍນໍ,ເຫັນແຕ່ຜູ້ມີອຳນາດມີເສັ້ນມີສາຍຈົບມາລະໄດ້ບັນຈຸລັດຖະກອນໂລດ,ເຮົາຜູ້ຄົນຈົນຮຽນມາກະໃຊ້ເງິນຫລາຍລ້ານຄຶກັນກັບລູກເຈົ້າຫລານນາຍຫະແລະບໍ່ໄດໃຊ້ໃບໄມ້ຮຽນດອກກ່ວາຊິຈົບແມ່ຂາຍງົວ,ຄວາຍງົວວເບິດເປັນຄອກ,ຕົ້ນໄມ້ໄຮ່ນາຮົ້ວສ່ວນຂາຍເບິດເພື່ອໃຫ້ລູກໄດ້ຮ່ຳຮຽນ.ພີມນຳນ້ຳຕາໄຫລນຳ

    ບໍ່ຢາກໃຫ້ແຕ່ມັນໄຫລອອກເອງ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.