ນັບຕັ້ງແຕ່ 2-4 ທັນວາ ຈະບໍ່ອະນຸຍາດໃຫ້ຈອດລົດຢູ່ເດີ່ນຈອດລົດໜ້າສະຖານີລົດໄຟນະຄອນຫຼວງວຽງຈັນ

0
68

ເນື່ອງໃນໂອກາດສະເຫຼີມສະຫຼອງການເປີດບໍລິການທາງລົດໄຟລາວຈີນຄົບຮອບ 1 ປີ, ໂດຍພາຍໃຕ້ການຊີ້ນຳຂອງພາກລັດຖະບານ ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ຈະໄດ້ມີການຈັດງານກິດຈະກຳ ພິທີສະເຫຼີມສະຫຼອງຢູ່ເດີ່ນຫນ້າຂອງສະຖານີລົດໄຟນະຄອນ ຫຼວງວຽງຈັນ.

ດັ່ງນັ້ນ, ເພື່ອຮັບປະກັນໃຫ້ກິດຈະກຳສະເຫຼີມສະຫຼອງຄັ້ງນີ້ດຳເນີນໄປຢ່າງລາບລື່ນ, ບົນພື້ນຖານການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ນັບຕັ້ງແຕ່ ວັນທີ 2 ທັນວາ 2022 ເວລາ 22:00 ໂມງເປັນຕົ້ນໄປ ຈະບໍ່ອະນຸຍາດໃຫ້ຈອດລົດຢູ່ເດີ່ນຈອດລົດໜ້າສະຖານີລົດໄຟນະຄອນຫຼວງວຽງຈັນ ຈົນເຖິງ ວັນທີ 4 ທັນວາ 2022 ເວລາ 06:00 ໂມງ ຈຶ່ງສາມາດກັບມາໃຫ້ຈອດເປັນປົກກະຕິໄດ້. ພ້ອມດຽວກັນນີ້, ເພື່ອອໍານວຍສະດວກໃຫ້ແກ່ການຮັບ-ສົ່ງຜູ້ໂດຍສານ ພວກເຮົາຈິ່ງໄດ້ຈັດສັນສະຖານທີ່ເພື່ອເປັນເດີ່ນຈອດລົດຊົ່ວຄາວຢູ່ດ້ານຂ້າງເສັ້ນທາງເຂົ້າສະຖານີແທນ.