ລົດໄຟລາວ-ຈີນ ຈັດກິດຈະກຳໃຫ້ຜູ້ໂດຍສານທີ່ໂຊກດີໄດ້ຂີ່ລົດໄຟຟຣີ ສະຫຼອງເປີດບໍລິການຄົບຮອບ 1 ປີ

    0
    125

    ບໍລິສັດທາງລົດໄຟລາວ-ຈີນ ຈັດກິດຈະກຳໃຫ້ຜູ້ໂດຍສານທີ່ໂຊກດີ ໄດ້ຂີ່ລົດໄຟຟຣີ ເພື່ອສະເຫຼີມສະຫຼອງການເປີດບໍລິການທາງລົດໄຟລາວ-ຈີນ ຄົບຮອບ 1 ປີ, ກິດຈະກຳດັ່ງກ່າວຈັດຂຶ້ນ 5 ວັນ ລະຫວ່າງວັນ 29 ພະຈິກ ຫາ 2 ທັນວາ 2022

    ເນື່ອງໃນໂອກາດສະເຫຼີມສະຫຼອງທາງລົດໄຟລາວ-ຈີນຄົບຮອບ 1 ປິໃນວັນທີ 3 ທັນວາ 2022 ທີ່ໃກ້ຈະໝູນວຽນມາເຖິງ, ບໍລິສັດທາງລົດໄຟລາວ-ຈີນ ຈິ່ງຈັດກິດຈະກຳໃຫ້ຜູ້ໂດຍສານຜູ້ໂຊກດີໄດ້ຂີ່ລົດໄຟຟຣີ, ກິດຈະກຳຈະເລີ່ມໃນລະຫວ່າງວັນທີ 28 ພະຈິກ- 2 ທັນວາ 2022 ເປັນເວລາ 5 ມື້, ພຽງແຕ່ທ່ານເດີນທາງກັບທາງລົດໄຟລາວ-ຈີນ ຕັ້ງແຕ່ວັນທີ 28/11/2022-2/12/12 ທ່ານກໍມີສິດຈະໄດ້ເປັນຜູ້ໂຊກດີໄດ້ຮັບປີ້ລົດໄຟເດີນທາງໃນຖ້ຽວນັ້ນຟຼີທັນທີ, ໂດຍພະນັກງານຈຸລົດໄຟຈະເລືອກເອົາຜູ້ໂດຍສານທີ່ໂຊກດີໂດຍການເຊື່ອງພວງກຸນແຈນ້ອຍໆຢູ່ຕັ່ງນັ່ງຂອງທ່ານ ຫາກທ່ານພົບພວງກຸນແຈດັ່ງກ່າວທ່ານກໍຈະເປັນຜູ້ໂຊກດີໄດ້ຮັບປີ້ລົດໄຟເດີນທາງໃນຖ້ຽວນັ້ນຟຣີ

    ລາຍລະອຽດຄືດັ່ງນີ້: ວັນຈັນທີ 28/11/2022 ຈະດຳເນີນການແຈກປີ້ໃຫ້ຜູ້ໂຊກດີຢູ່ລົດໄຟ EMU ຖ້ຽວ C84/3; ວັນອັງຄານທີ 29/11/2022 ຈະດຳເນີນການແຈກປີ້ໃຫ້ຜູ້ໂຊກດີຢູ່ລົດໄຟທຳມະດາາ ຖ້ຽວ K12/11; ວັນພຸດທີ 30/11/2022 ຈະດຳເນີນການແຈກປີ້ໃຫ້ຜູ້ໂຊກດີຢູ່ລົດໄຟ EMU ຖ້ຽວ C84/3 ; ວັນພະຫັດທີ 1/12/2022 ຈະດຳເນີນການແຈກປີ້ໃຫ້ຜູ້ໂຊກດີຢູ່ລົດໄຟ EMU ຖ້ຽວ C82/1; ວັນສຸກທີ 2/12/2022 ຈະດຳເນີນການແຈກປີ້ໃຫ້ຜູ້ໂຊກດີຢູ່ລົດໄຟ EMU ຖ້ຽວ C92/1 ;

    ຂໍໃຫ້ທ່ານເປັນຜູ້ໂຊກດີໄດ້ຮັບລາງວັນຂອງພວກເຮົາ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.