ອີງຕາມຕົວເລກຫຼ້າສຸດທີ່ອົງການຕ້ານໄພພິບັດແຫ່ງຊາດອິນໂດເນເຊຍປະກາດໃນວັນທີ 25 ພະຈິກນີ້, ໄພແຜ່ນດິນໄຫວຂັ້ນ 5,6 ຣິກເຕີທີ່ເກີດຂຶ້ນຢູ່ແຂວງຈາວາຕາເວັນຕົກປະເທດອິນໂດເນເຊຍໃນວັນທີ 21 ພະຈິກນີ້ໄດ້ເຮັດໃຫ້ມີ ຄົນເສຍຊີວິດ 310 ຄົນ.
ຂ່າວແຈ້ງໃຫ້ຮູ້ວ່າ, ປັດຈຸບັນ ຍັງມີ 24 ຄົນຫາຍສາບສູນ, ວຽກງານກອບກູ້ພວມດຳເນີນຢູ່.ອີງຕາມຕົວເລກຫຼ້າສຸດທີ່ອົງການຕ້ານໄພພິບັດແຫ່ງຊາດອິນໂດເນເຊຍ ປະກາດໃນວັນທີ 24 ພະຈິກນີ້, ໄດ້ມີ 60.000 ກວ່າຄົນໜີອອກຈາກບ້ານເພື່ອຫຼົບໄພ, ເຮືອນຢູ່ 50.000 ກວ່າຫຼັງຖືກທຳລາຍ, ໃນນັ້ນ ລວມທັງໂຮງຮຽນ 363 ແຫ່ງ ແລະ ໂຮງໝໍ 3 ແຫ່ງ.
ຫຼັງຈາກໄດ້ເດີນທາງໄປເຂດໃຈກາງແຜ່ນດິນໄຫວໃນວັນທີ 22 ພະຈິກນີ້, ທ່ານໂຈໂກ ວິໂດໂດ ປະທານາທິບໍດີອິນໂດເນເຊຍ ໄດ້ໄປເຂດດັ່ງກ່າວອີກເທື່ອໜຶ່ງເພື່ອຊີ້ນຳວຽກງານກູ້ໄພໃນວັນທີ 24 ພະຈິກນີ້. ທ່ານກ່າວວ່າ, ປັດຈຸບັນ, ການກອບກູ້ຊ່ວຍເຫຼືອຍັງຜະເຊີນໜ້າກັບອຸປະສັກຊະນິດຕ່າງໆ, ຕົວຢ່າງຄື: ຝົນຕົກ ແລະ ຍັງມີແຮງສັ່ນສະເທືອນເກີດຂຶ້ນຕາມຫຼັງເລື້ອຍໆ.
ຂ່າວ: CRI-FM93