ຊົມເຊີຍ 👏 ວັນທີ 26 ພະຈິກ 2022 ຄອບຄົວບັນດາການນຳຂັ້ນສູງ, ອົງການຈັດຕັ້ງສະຫະພັນແມ່ຍິງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຊຶ່ງນຳໂດຍທ່ານ ນາງ ວຽງເງິນ ໄຂຄຳພິທູນ ພັນລະຍາຂອງທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແລະ ອົງການປົກຄອງແຂວງສາລະວັນ ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ໄປ
ຊ່ວຍເຫຼືອປະຊາຊົນ ແລະ ນັກຮຽນທີ່ທຸກຍາກ-ດ້ອຍໂອກາດ ຢູ່ແຂວງສາລະວັນ ໂດຍມີການນຳຂອງແຂວງ, ການນຳຂອງເມືອງ, ອົງການປົກຄອງບ້ານ, ປະຊາຊົນ, ຄູອາຈານ ແລະ ນັກຮຽນ ທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ເຄື່ອງທີ່ນຳໄປຊ່ວຍເຫຼືອໃນຄັ້ງນີ້ ປະກອບມີເຄື່ອງອຸປະໂພກ-ບໍລິໂພກ ກໍຄືເຄື່ອງໃຊ້ຂອງສອຍ, ເຄື່ອງນຸ່ງຫົ່ມ, ອາຫານ ການກິນ, ເຄື່ອງມືອອກແຮງງານ ທຳການຜະລິດ
ແລະ ອື່ນໆ ເຊິ່ງລວມມູນຄ່າທັງໝົດ 200 ກວ່າລ້ານກີບ ໂດຍໄດ້ນຳໄປມອບໃຫ້ປະຊາຊົນ ຜູ້ທຸກຍາກ ຢູ່ບ້ານພ້າວ ເມືອງສາລະວັນ, ບ້ານຕຸ້ມລານ ເມືອງຕຸ້ມລານ ແລະ ນັກຮຽນທຸກຍາກ-ດ້ອຍໂອກາດ ຢູ່ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງສາລະວັນ.
ໃນໂອກາດ ດັ່ງກ່າວ ທ່ານ ນາງ ວຽງເງິນ ໄຂຄຳພິທູນ ໄດ້ໃຫ້ກຽດມີຄຳເຫັນພົບປະໂອ້ລົມ ຕໍ່ຜູ້ທີ່ເຂົ້າຮ່ວມ ແລະ ຜູ້ມາຮັບເຄື່ອງຊ່ວຍເຫຼືອ ໂດຍສະແດງຄວາມເປັນຫ່ວງເປັນໄຍ ຕໍ່ສະພາບຊີວິດການເປັນຢູ່ ຂອງເຂົາເຈົ້າ ແລະ ຖາມເຖິງ ຂໍ້ສະດວກ ແລະ ຄວາມຫຍຸ້ງຍາກຕ່າງໆ, ພ້ອມທັງ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ອົງການປົກຄອງທຸກຂັ້ນ ແລະ
ທຸກພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ເອົາໃຈໃສ່ ຕໍ່ການພັດທະນາທ້ອງຖິ່ນ ກໍຄືບ້ານຊ່ອງ ແລະ ໂຮງຮຽນຂອງຕົນ ເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ແລະ ລູກຫຼານນັກຮຽນ ນັບມື້ໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ. ສິ່ງສຳຄັນ, ທ່ານ ໄດ້ມີຄໍາເຫັນເນັ້ນໜັກ ໃຫ້ປະຊາຊົນ ສືບຕໍ່ຮັກສາມູນເຊື້ອອັນດີງາມຂອງທ້ອງຖິ່ນຕົນ ໃຫ້ມີ
ຄວາມຍືນຍົງ ເປັນຕົ້ນ ມູນເຊື້ອຄວາມສາມັກຄີຮັກແພງ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ມູນເຊື້ອດ້ານຫັດຖະກຳ ສີໄມ້ລາຍມື ທີ່ເປັນເອກະລັກຂອງບັນດາເຜົ່າ, ຮີດຄອງປະເພນີອັນດີງາມ ແລະ ອື່ນໆ. ນອກຈາກນັ້ນ, ທ່ານ ຍັງໄດ້ເນັ້ນໜັກ ໃຫ້ຄູອາຈານ ພ້ອມກັນເອົາໃຈໃສ່ ສືບຕໍ່ປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນ ໃຫ້ມີ
ຜົນສຳເລັດ ຕາມພັກ, ລັດ ແລະ ປະຊາຊົນ ມອບໝາຍໃຫ້ ໂດຍສະເພາະ ການປະຕິບັດຫຼັກສູດການຮຽນ-ການສອນ ຕະຫຼອດຮອດການເຄື່ອນໄຫວກິດຈະກໍາຕ່າງໆ ທີ່ປິ່ນອ້ອມ ຢ່າງເປັນລະບົບ, ມີປະສິດທິພາບ ແລະ ປະສິດທິຜົນ; ໃຫ້ລູກຫຼານກໍຄືນັກຮຽນ ຈົ່ງພ້ອມກັນເອົາໃຈໃສ່ສຶກສາຄົ້ນຄວ້າຮໍ່າຮຽນ ໃຫ້ເປັນນັກຮຽນດີ-ຮຽນເກັ່ງ ຂອງຄູ-ອາຈານ, ເປັນລູກທີ່ດີຂອງພໍ່ແມ່, ເປັນລູກຮັກຫຼານແພງ ຂອງລຸງປ້າອາວອາ ແລະ ເປັນຜູ້ສືບທອດພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນອະນາຄົດ.
ພາບ ແລະ ຂ່າວ: ສະຫະພັນແມ່ຍິງ ຫສນຍ