ເກີດແຜ່ນດິນໄຫວ ໃນບໍລິເວນແຂວງຄໍາມ່ວນ ຄວາມແຮງ 3,7 ຣິກເຕີ

0
77

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານສະພາບການເກີດ ແຜ່ນດິນໄຫວ ຈາກສູນຂ່າວສານແຜ່ນດິນໄຫວແຫ່ງຊາດ ໃນວັນທີ 26 ພະຈິກ 2022 ເວລາ 01:24 ໂມງ
ໄດ້ພົບສັນຍານເກີດແຜ່ນດິນໄຫວ 1 ຄັ້ງໃນບໍລິເວນ ແຂວງຄໍາມ່ວນ

ມີຈຸດສູນກາງຢູ່ເສັ້ນຂະໜານທີ 17.380 ອົງສາເໜືອ ແລະ ເສັ້ນແວງທີ 105.660 ອົງສາຕາເວັນອອກ ບໍລິເວນເມືອງບົວລະພາ ແຂວງຄໍາມ່ວນ ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກ ເທສະບານ ເມືອງບົວລະພາ ປະມານ 13 ກິໂລແມັດ.

ຄວາມແຮງ ສັ່ນສະເທືອນວັດແທກໄດ້ 3,7 ຣິກເຕີ ເຊິ່ງມີຄວາມເລິກຈາກເທິງໜ້າດິນ ປະມານ 7 ກິໂລແມັດ ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ..