ຄົນເກີດວັນອາທິດ:ການງານເໝາະທີ່ຈະເຮັດທຸລະກິດທາງດ້ານເປັນທີ່ປຶກສາ ຈະໄດ້ຮັບຄ່າຕອບແທນຄຸ້ມຄ່າ ການເງິນອາດຈະມີພີ່ນ້ອງ ຫລື ຄົນທີ່ທ່ານເຊື່ອໃຈຈະນຳໂຊກມາໃຫ້
ຄວາມຮັກລະວັງເກີດຄວາມຂັດແຍ້ງກັບຄົນຮັກ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີຂາວ ເລກນຳໂຊກ2
ຄົນເກີດວັນຈັນ:ການງານຊ່ວງນີ້ຖ້າຈະເຮັດທຸລະກິດແບບສາຍດ່ຽວຈຶ່ງຈະປະສົບຄວາມສຳເລັດໄດ້ດີ ການເງິນມີໂຊກຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງ ຄວາມຮັກລະວັງຄຳເວົ້າ ແລະ ການສື່ສານທີ່ເຮັດໃຫ້ເກີດຄວາມບໍ່ເຂົ້າໃຈກັນ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີສົ້ມ ເລກນຳໂຊກ4
ຄົນເກີດວັນອັງຄານ:ການງານເຮັດທຸລະກິດເປັນທີ່ປຶກສາ ກັບຊາວຕ່າງຊາດ ຈະເຮັດໃຫ້ກ້າວໜ້າຫລາຍໆ ການເງິນຈະນຳເງິນຂອງຕົນເອງໄປຊ່ວຍເຫລືອຄົນໃນຄອບຄົວ
ຄວາມຮັກຕົນເອງນັ້ນມີສະເໜ່ຫລາຍໆຈະພົບໃຜທີ່ຈະເຂົ້າມາໃຫ້ເລືອກຫລາຍກວ່າ 1 ຄົນ ເຄື່ອງມຸງຄຸນ ຫີນນໍາໂຊກສິແດງ ສີມຸງຄຸນສີບົວ ເລກນຳໂຊກ2
ຄົນເກີດວັນພຸດ:ການງານຊ່ວງນີ້ໃຫ້ຕຽມແຜນງານທຸລະກິດຈະການງານເອົາໄວ້ກ່ອນ ຍັງບໍ່ແມ່ນຈັງຫວະທີ່ດີທີ່ຈະໃຊ້ເງິນລົງທຶນເພີ່ມເຕີມ ການເງິນຈະໄດ້ເງິນຫລືເຄື່ອງປະດັບຂອງທີ່ຖືກໃຈ ຄວາມຮັກມີໂອກາດພົບຮັກຄົົນທີ່ເຂົ້າມາໃນຊ່ວງນີ້ ຢູ່ໃນເກນຜິວສອງສີ ເຄື່ອງມຸງຄຸນສາຍຄໍຄໍາ ສີມຸງຄຸນສີດໍາ ເລກນຳໂຊກ7
ຄົນເກີດວັນພະຫັດ :ການງານເຮັດທຸລະກິດດ້ານແຟຊັ່ນ ການຄ້າເສື້ອຜ້າ ທຸລະກິດຈະການຂາຍອາຫານ ທຸລະກິດງານສິນປະ ຈະເຮັດໃຫ້ໄດ້ຮັບຜົນກຳໄລ ການເງິນຈະໄດ້ເງິນກ້ອນໃຫຍ່ແບບບໍ່ຄາດຝັນເຂົ້າມາຢ່າງຕໍ່ເນື່ອງໃນຊ່ວງນີ້ ຄວາມຮັກຈະພົບຮັກກັບຄົົນທີ່ມີສະເໜ່ຫລາຍໆ ມີເກນອາຍຸນ້ອຍກວ່າ ເຄື່ອງມຸງຄຸນ ຕ່າງຫູຄໍາ
ສີມຸງຄຸນສີຟ້າ ເລກນຳໂຊກ6
ຄົນເກີດວັນສຸກ:ການງານຖ້າຕິດຕໍ່ສະໝັກວຽກງານໄວ້ຈະໄດ້ວຽກງານໃໝ່ ຫລື ຜູ້ໃຫຍ່ຈະຊ່ວຍເຫລືອອຸປະຖຳ ການເງິນໂຊກດີມີໂຊກຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງ ຄວາມຮັກພົບຮັກແບບບໍ່ທັນຕັ້ງໂຕກັບຄົນຜິວຂາວ ໝູ່ເພື່ອນຈະຍິນດີດ້ວຍກັບຄວາມຮັກເທື່ອນີ້ ເຄື່ອງມຸງຄຸນເງິນ ສີມຸງຄຸນສີນໍ້າຕານ ເລກນຳໂຊກ6
ຄົນເກີດວັນເສົາ:ການງານຊ່ວງນີ້ຄວນລະງັບໂປຣເຈັກ ໂຄງການຕ່າງໆ ເອົາໄວ້ກ່ອນ ການເງິນ ໂຊກດີຈະໄດ້ເງິນ ມີໂຊກຈາກເພດກົງກັນຂ້າມຄອຍຖ້າອຸປະຖຳແລະຊ່ວຍເຫຼືອ ຄວາມຮັກຈະເລືອກຄົົນທີ່ມີສະເໜ່ ແລະ ທ່ານຈະນຳຄວາມສຸກ ຄວາມຮັກ ຄວາມຈິງໃຈມາສູ່ທ່ານ ເຄື່ອງມຸງຄຸນ ສີມຸງຄຸນສີບົວ ເລກນຳໂຊກ0