ຫລ້າສຸດ! ວັນທີ 24 ພະຈິກ 2022 ນີ້, ເຈົ້າຂອງລົດທີ່ຂົນສົ່ງນ້ຳມັນ ກໍຄືບໍລິສັດ Buntherng Transport Co.,LTD ໄດ້ເຂົ້າພົບພ້ອມໃຫ້ປາກຄຳຕໍ່ພະນັກງານສອບ
ສວນ ສພ.ເມືອງໜອງຄາຍ ແລະ ຢືນຢັນວ່າບໍ່ມີສ່ວນກ່ຽວຂ້ອງກັບຄະດີຢູ່ດ່ານພາສີໜອງຄາຍ ທີ່ຮ່ວມກັບເຈົ້າໜ້າທີ່ຈັບກຸມການຂົນສົ່ງຢາເສບຕິດ ປະເພດຢາບ້າ 4 ລ້ານ
ເມັດ, ຢາໄອສ໌ 10 ກິໂລ ແລະ ຢາອີ 5 ພັນເມດ ທີ່ຊຸກເຊື່ອງໃນລົດ ຂົນສົ່ງນໍ້າມັນທີ່ກັບຈາກການສົ່ງນໍ້າມັນມາແຕ່ ສປປ ລາວ ລວມມູນຄ່າ 100 ລ້ານບາດ.
ເຈົ້າຂອງລົດໃຫ້ຮູ້ຕື່ມວ່າ: ຈາກຄະດີດັ່ງກ່າວທາງບໍລິສັດ NTP Trading Petroleum Public Company (ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ ມະຫາຊົນ) ແມ່ນ
ບໍ່ມີສ່ວນກ່ຽວຂ້ອງກັບການຂົນຢາເສບຕິດ, ເປັນພຽງບໍລິສັດວ່າຈ້າງຂົນສົ່ງນ້ຳມັນຈາກປະເທດໄທ ມາສົ່ງ ສປປ ລາວ. ທັງນີ້ທັງນັ້ນສອງຝ່າຍກໍພ້ອມຈະໃຫ້ຄວາມຮ່ວມມືກັບທາງເຈົ້າໜ້າທີ່ຢ່າງເຕັມທີ່ ເພື່ອສືບສວນ-ສອບສວນຂະຫຍາຍຜົນຄະດີດັ່ງກ່າວ.
ລ່າສຸດ ເຈົ້າຂອງລົດຢືນຢັນບໍ່ມີສ່ວນກ່ຽວຂ້ອງກັບຄະດີຂົນຢາເສບຕິດລາຍໃຫຍ່ ທີ່ດ່ານໜອງຄາຍ