ບິນລີ້ ເກດແກ້ວພົມພອນ ກອງໜ້າ ອາຍຸ 32 ປີ ຂອງຊາດລາວ ສົນໃຈຢາກມາຫຼີ້ນໄທລີກ ເມື່ອບໍ່ດົນມານີ້, ສື່ໄທລາຍງານໂດຍອ້າງຄຳສຳພາດຜູ້ຈັດການທີມຊາດລາວ ວ່າ: ບິນລີ້ ເກດແກ້ວພົມພອນ ກອງໜ້າ ອາຍຸ 32 ປີ ຂອງຊາດລາວ ກຽມຫາສະໂມສອນທີ່ປະເທດໄທ ລົງຫຼີ້ນໃນຕົ້ນປີໜ້າ ເຊິ່ງຕະຫຼາດຊື້-ຂາຍ ນັກເຕະໄທລີກ ຈະເປີດລະຫວ່າງວັນທີ 19 ທັນວາ 2022 ຫາ 17 ມັງກອນ 2023
ຜູ້ຈັດການທີມຊາດລາວ ວ່າ ໃຫ້ຮູ້ວ່າ: ໄລຍະຜ່ານມາ ບິນລີ້ ບໍ່ມີຕົ້ນສັງກັດ ແລະ ລາວສົນໃຈຢາກຈະມາຫຼີ້ນໄທລີກ ທີ່ປະເທດໄທ, ສ່ວນໃນລາຍການ AFF MItsubishi Electric Cup 2022 ບິນລີ່ ບໍ່ມີຊື້ຕິດທີມຊາດ ເນື່ອງຈາກພວກເຮົາກຳລັງສ້າງນັກເຕະໃຫມ່ ເພື່ອຕໍ່ຍອດໃນອະນາຄົດ
ບິນລີ້ ເກດແກ້ວພົມພອນ ປັດຈຸບັນອາຍຸ 32 ປີ ຜ່ານປະສົບການຄ້າແຂ່ງກັບຫຼາຍທີມໃນຝຣັ່ງ ໂດຍໃນປີ 2015-2018 ເຄີຍລົງຫຼີ້ນໃນລີກ ເອີງ ກັບສະໂມສອນ ອອງເຊ.
ທີ່ມາຂ່າວໂດຍ: siamsport.co.th, ຮູບ: ຄິກອັອຟ