ພາຍນອກສົດໃສ ພາຍໃນບໍ່ມີໃຜຮູ້ ເປັນໂລກຊຶມເສົ້າມາຫຼາຍປີ ກ່ອນຈົບຊີວິດ ໂພສບອກລາຂໍໂທດ

    2
    765

    ຈາກໂພສ CK Kaimook ໂພສ 23ປີ ທີ່ເປັນອ້າຍເປັນນ້ອງກັນມາຮ່ວມສຸກຮ່ວມທຸກກັນຫຼາຍເທົ່າໃດເປັນຫຍັງມຶງຄືບໍ່ອົດອີກຕື່ມມຶງຄືຕັດສິນໃຈຈົບຊີວິດແບບນີ້ ໃຈກູສະຫຼາຍຊຳ່ໃດອີ່ແມ່ແຮງໃຈສະຫຼາຍກ່ອນຊຳ່ນັ້ນ ຄອບຄົວທຸກຄົນຮັກມຶງໂອບອ້ອມເອົາມຶງບໍ່ຢາກໃຫ້ມຶງເປັນຫຍັງ


    ແຕ່ມຶງໄປເຈີ້ປັນຫາໂຕໃດມາມັນຍາກທີ່ຈະແກ້ໄຂປານນັ້ນພຸ້ນຫວາາ ຍາມກູລົ້ມມືງດຶງກູຂື້ນສະເຫມີ ນ້ອງກັບແມ່ຢາກກິນຫຍັງໄດ້ຫຍັງອ້າຍກະພາໄປຫາໃຫ້ ແຕ່ບາດນີ້ທີ່ມຶງລົ້ມເປັນຫຍັງມຶງຄືເລືອກທີ່ຈະຈົບຊີວິດແບບນີ້ ຄືບໍ່ຖ້າກູກ່ອນກູຈະຊ່ວຍມຶງທຸກຢ່າງໃນເມື່ອທີ່ກູພ້ອມຂໍແຄ່ມຶງຖ້າ ເວລາເຈີ້ເລື່ອງຕະຫຼົກມືງມັກຈະສົ່ງມາໃຫ້ກູເບີ່ງ ເວົ້າໃຫ້ກູຟັງ


    ແຕ່ເວລາມືງມີເປັນຫຍັງຄືບໍ່ຄ່ອຍບອກກູແນ່ ຫຼື ຜິດທີ່ກູເອງບໍທີ່ບໍ່ໃສ່ໃຈມຶງໃຫ້ຫຼາຍກ່ອນນິ ເພາະອາການຂອງມຶງມັນເດົາບໍ່ຄ່ອຍອອກເລີຍ ອ້າຍເອີ້ຍຍຍ ໄປສູ່ພົບພູມທີ່ດີເດີ້ບໍ່ເຈັບບໍ່ປ່ວຍບໍ່ຕ້ອງຫ່ວງຫຍັງຫຼືເປັນຫຍັງແລ້ວ ຊາດນີ້ໂລກໃຈຮ້າຍກັບມຶງເກີນໄປເກີດຊາດຫນ້າຂໍໃຫ້ໂລກໃຈດີກັບມຶງເດີ້ອ້າຍເອີ້ຍເກີດຊາດຫນ້າສັນໃດໃຫ້ເຮົາກັບມາເປັນອ້າຍນ້ອງກັນອີກເດີ້ກູຮັກມຶງຫຼາຍ!


    ສາເຫດ: ການຈາກໄປຂໍບໍ່ລົງລາຍລະອຽດຫຍັງ ລາວເປັນໂລກຊຶມເສົ້າມາຫຼາຍປີແລ້ວ ແລະບໍ່ຄ່ອຍສະແດງອາການແບບຊັດເຈນປານໃດ ເພາະບາງມື້ລາວກະດີບາງມື້ກະບໍ່ດີ ສຸດທ້າຍນີ້ຢາກຝາກເປັນອຸທາຫອນໃຫ້ທຸກຄົນທີ່ມີຄົນໃກ້ຊິດມີແນວໂນ້ມເປັນໂລກຊຶມເສົ້າ ຢາກໃຫ້ເບີ່ງແຍງໃສ່ໃຈເຂົ້າໃຈແລະຮັບຟັງເຂົາເຈົ້າໃຫ້ຫຼາຍສ້າງສິ່ງແວດລ້ອມທີ່ດີໃຫ້ກັນ ເຂົ້າຫາທາງແພດໄດ້ແຮງເປັນການດີ ເພາະຊີວິດຫນື່ງມັນມີຄ່າແລະສຳຄັນກັບອີກຫຼາຍຊີວິດ …


    ດ້ວຍຮັກແລະອາໄລອ້າຍສຸດທີ່ຮັກຂອງຂ້ອຍ ທ້າວ ອຸ່ນເຮືອນ ວົງສິນນະສອນ 31-08-1995/ 19-11-2022


    ພາຍນອກສົດໃສ ພາຍໃນບໍ່ມີໃຜຮູ້ ເປັນໂລກຊຶມເສົ້າມາຫຼາຍປີ ກ່ອນຈົບຊີວິດ ໂພສບອກລາຂໍໂທດ


    ພາຍນອກສົດໃສ ພາຍໃນບໍ່ມີໃຜຮູ້ ເປັນໂລກຊຶມເສົ້າມາຫຼາຍປີ ກ່ອນຈົບຊີວິດ ໂພສບອກລາຂໍໂທດ

    ຈາກໂພສ CK Kaimook

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.