ຜະລິດຕະພັນໂອດ໊ອບ ປີ້ງໄກ່ເຊໂນ ຈະມີການຫຸ້ມຫໍ່ທີ່ເປັນເອກະລັກໃນໄວໆນີ້ເພື່ອເປັນການຈັດຕັ້ງປະຕິບັດ ແຜນພັດທະນາວຽກງານໃນຂົງ ເຂດອຸດສາຫະກຳ ແລະການຄ້າ ໄລຍະ 05 ປີ 2021-2025, ແຜນປີ 2022 ແລະວາລະແຫ່ງ ຊາດ 2021-2023 ໃຫ້ໄດ້ຮັບ ຜົນສຳເລັດຕາມຄາດໝາຍ ທີ່ວາງໄວ້ ແລະວຽກສົ່ງເສີມການ ຜະລິດເປັນສິນຄ້າ“ໜຶ່ງເມືອງ ໜຶ່ງຜະລິດຕະພັນ” (ໂອດອບ) ເປັນວຽກງານໜຶ່ງທີ່ສຳຄັນທີ່ ນອນໃນພື້ນຖານເສດຖະກິດຂອງ ສປປ ລາວ.
ດັ່ງນັ້ນ, ໃນວັນທີ 11 ພະຈິກ 2022 ທ່ານ ໄຊຍະເດດ ຜຸຍຍະວົງ ຮອງຫົວໜ້າພະແນກອຸດສາຫະ ກຳ ແລະການຄ້າ ແຂວງສະຫວັນ ນະເຂດ ພ້ອມດ້ວຍພະນັກງານວິ ຊາການຂະແໜງສົ່ງເສີມວິສາ ຫະກິດຂະໜາດນ້ອຍ-ກາງ ແລະ ການຄ້າລົງຊຸກຍູ້ຂະບວນການ ຜະລິດສິນຄ້າ “ໜຶ່ງເມືອງໜຶ່ງ ຜະລິດຕະພັນ” (ໂອດອບ) ຫຼື ສິນ ຄ້າພູມ
ປັນຍາຊາວບ້ານຢູ່ຮາກ ຖານທ້ອງຖິ່ນຂັ້ນເມືອງ ມີເມືອງອຸທຸມພອນ ແລະ ເມືອງອາດສະພອນ ເຊິ່ງທັງ 02 ເມືອງແມ່ນ ໄດ້ຮັບການຢັ້ງຢືນມີສິນຄ້າ “ໜຶ່ງເມືອງ ໜຶ່ງຜະລິດຕະພັນ” (ໂອດ໊ອບ) ມາແລ້ວຄື: ເມືອງອຸທຸມ ພອນແມ່ນປີ້ງໄກ່ລາດເຊໂນແລະ ເມືອງອາດສະພອນແມ່ນເຄື່ອງ ປັ້ນດິນເຜົາບ້ານຜັກຂະຫຍ່າ.
ໃນພາກເຊົ້າ, ຄະນະໄດ້ເຮັດ ວຽກຮ່ວມກັບຄະນະກຳມະການ ໂອດອບຂັ້ນເມືອງອຸທຸມພອນ ແລະຜູ້ປະກອບການໂດຍການ ເຂົ້າຮ່ວມຂອງທ່ານ ຄຳພົງ ສຸລິ ເຍດ ຮອງເຈົ້າເມືອງ ທັງເປັນປະ ທານຄະນະກຳມະການໂອດອບ ຂັ້ນເມືອງ. ກອງປະຊຸມໄດ້ມີການ ປຶກສາຫາລື ແລກປ່ຽນຄຳຄິດຄຳ ເຫັນຕໍ່ການປັບປຸງຜະລິດຕະພັນ ໂອດອບ ປີ້ງໄກ່ລາດ
ເຊໂນ ໂດຍສະ ເພາະການຫຸ້ມຫໍ່ບັນຈຸພັນ, ໂລໂກ້ ແລະຕູ້ແກ້ວເກັບຮັກສາໃນການ ວາງຂາຍ ເພື່ອຄວາມສະອາດຖືກ ສຸຂະອະນາໄມ ເຊິ່ງຜົນຂອງການ ປຶກສາຫາລືຄາດວ່າໃນທ້າຍປີ 2022 ຜະລິດຕະພັນປີ້ງໄກ່ລາດ ເຊໂນຈະໄດ້ມີການບັນຈຸຫຸ້ມຫໍ່ທີ່ເປັນເອກະລັກສະເພາະຢ່່າງແນ່ນອນ.
ຂ້ໍມູນຂ່າວ: ສະຫວັນພັດທະນາ