ໃນວັນທີ 15 ພະຈິກ 2022 ນີ້, ທີ່ພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ), ໄດ້ຈັດພິທີມອບ-ຮັບລົດກະບະ ຟອດ ເລນເຈີ ແລະ ອຸປະກອນຮັບໃຊ້ວຽກງານດ້ານການບັງຄັບໃຊ້ກົດໝາຍ ແລະ ຄຸ້ມຄອງດ່ານພາສີຊາຍແດນ ໃຫ້ກົມພາສີ ກະຊວງການເງິນ ສປປ ລາວ.
ໂດຍຕາງໜ້າເຊັນມອບຂອງທ່ານ ວິນລ້ຽມ ໂຊເລ ຫົວໜ້າຫ້ອງການຕ້ານຢາເສບຕິດ ແລະ ບັງຄັບໃຊ້ກົດໝາຍ ສະຫະລັດອາເມລິກາ ປະຈໍາສປປ ລາວ ແລະ ຕາງໜ້າຮັບໂດຍທ່ານ ພຸດທະນິກອນ ເຄນນະວົງ ຫົວໜ້າພະແນກຮ່ວມມືພາສີສາກົນ ກົມພາສີ ກະຊວງການເງິນ, ໂດຍການເຂົ້າຮ່ວມຂອງທ່ານ ພູເຂົາຄໍາ ວັນນະວົງໄຊ ຫົວໜ້າກົມ
ພາສີ ກະຊວງການເງິນ ແລະ ທ່ານ ປີເຕີ ເອັມ ເຮມອນ (Peter M.Haymond) ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈໍາສປປ ລາວ, ມີຫົວໜ້າພະແນກ, ຮອງຫົວໜ້າພະແນກ, ເຈົ້າໜ້າທີ່ພາສີ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.ສຳລັບລົດກະບະ ຟອດ ເລນເຈີ (Ford Ranger) ຈໍານວນ 2 ຄັນ, ອຸປະກອນກວດສານ
ເສບຕິດແບບພົກພາ (Narcotic Detector) ຈໍານວນ 20 ຊຸດ, ແວ່ນກວດກາໃຕ້ກ້ອງລົດ ຈໍານວນ 170 ຊຸດ,ໂດຍໄດ້ຮັບການສະໜັບສະໜູນຈາກຫ້ອງການຕ້ານຢາເສບຕິດ ແລະ ບັງຄັບໃຊ້ກົດໝາຍ ຂອງລັດຖະບານສະຫະລັດອາເມລິກາ ໃຫ້ກົມພາສີ ກະຊວງການເງິນ ສປປ ລາວ, ພາຍໃຕ້ສັນຍາຮ່ວມມືຂອງລັດຖະບານສປປ ລາວ
ແລະ ສະຫະລັດອາເມລິກາດ້ານບັງຄັບໃຊ້ກົດໝາຍ (LOA) ທີ່ໄດ້ລົງນາມສັນຍາໃນວັນທີ 25 ກັນຍາ 2018 ທີ່ຜ່ານມານີ້.ສຳລັບລົດ ແລະ ອຸປະກອນດັ່ງກ່າວແມ່ນເພື່ອນໍາໃຊ້ເຂົ້າໃນການປະຕິບັດໜ້າວຽກງານຂອງເຈົ້າໜ້າທີ່ພາສີ ພສປ, ເພື່ອຕໍ່ຕ້ານການລັກສອບໜີພາສີ ແລະ ອາດຊະຍາກໍາອື່ນໆຕາມດ່ານພາສີຊາຍແດນສປປ ລາວ ແລະ ປາບປາມການລັກລອບສິນຄ້າ ແລະ ສິ່ງຜິດກົດໝາຍ.