ປກສ ແຂວງວຽງຈັນ ມອບລົດຈັກ 2 ຄັນທີ່ຖືກລັກໄປມາຄືນໃຫ້ເຈົ້າຂອງເດີມ

0
84

ວັນທີ 11 ພະຈິກ 2022 ຜ່ານມາ ເຈົ້າໜ້າທີ່ພະແນກຕໍາຫລວດຈະລະຈອນ ປກສ ແຂວງວຽງຈັນ ໄດ້ມອບລົດຈັກທີ່ຄົນບໍ່ດີລັກໄປ 2 ຄັນ ມາຄືນໃຫ້ເຈົ້າຂອງເດີມ, ເຊິ່ງເຈົ້າໜ້າທີ່ສາມາດຮີບໂຮມ ແລະ ເກັບກູ້ຄືນມາໄດ້ ແລ້ວໄດ້ມອບຄືນໃຫ້ເຈົ້າຂອງເດີມເປັນທີ່ຮຽບຮ້ອຍແລ້ວ. ການມອບຄືນດັ່ງກ່າວ ໂດຍທ່ານ ພັທ ພູວັນນີ ຫລິນວັນນະລາດ

ຫົວໜ້າພະແນກຕຳຫລວດຈະລາຈອນ ຫ້ອງຕໍາຫລວດ ປກສ ແຂວງວຽງຈັນ ແລະ  ເຈົ້າຂອງຊັບ.ພ້ອມນີ້, ເຈົ້າໜ້າທີ່ຕໍາຫລວດຈະລະຈອນ ປກສ ແຂວງ ໄດ້ຮຽກຮ້ອງໃຫ້ປະຊາຊົນບັນດາເຜົ່າ, ທະຫານ, ຕຳຫລວດ, ພໍ່ຄ້າແມ່ຄ້າ ແລະ ອື່ນໆ ຈົ່ງມີສະຕິຮັກສາເຄື່ອງຂອງ

ມີຄ່າໄວ້ໃຫ້ດີເພື່ອບໍ່ໃຫ້ກຸ່ມຄົນບໍ່ດີສວຍໂອກາດລັກຊັບສິນຂອງພວກທ່ານ ແລະ ຊ່ວຍເປັນຫູເປັນຕາໃຫ້ເຈົ້າໜ້າທີ່ຕຳຫລວດໃນການສະກັດກັ້ນ-ຕ້ານປະກົດການຫຍໍ້ທໍ້ທີ່ອາດຈະສ້າງຄວາມບໍ່ສະຫງົບໃນສັງຄົມ.


ປກສ ແຂວງວຽງຈັນ ມອບລົດຈັກ 2 ຄັນທີ່ຖືກລັກໄປມາຄືນໃຫ້ເຈົ້າຂອງເດີມ