ກາຍເປັນເລື້ອງດີ ລົດໄຟ​ ລາວ-ຈີນ ສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນທ້ອງຖິ່ນ

0
83

ລົດໄຟ​ ລາວ-ຈີນ ສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນທ້ອງຖິ່ນໃນໂອກາດທີມງານໂຄງການບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟ​ ລາວ-ຈີນ​ ເຄື່ອນໄຫວເກັບກຳຂໍ້ມູນຂ່າວສານທີ່ແຂວງຫຼວງນໍ້າທາເມື່ອວັນທີ 15 ພະຈິກ​ 2022​ ທີມງານໄດ້ສຳພາດ​ ທ່ານ ນາງ ວິໄລ ອິນທະວີໄຊ ຜູ້ຈັດການບໍລິສັດລາວກົງ ທີ່ໃຫ້ບໍລິການຂົນສົ່ງຜູ້ໂດຍສານດ້ວຍ

ລົດແທັກຊີ, ລົດຕູ້ ທີ່ປະຈໍາຢູ່ສະຖານີນາເຕີຍ,​ ໂດຍທ່ານໄດ້ລາຍງານໃຫ້ຮູ້ວ່າ: ຜ່ານມາບໍລິສັດລາວກົງແມ່ນໄດ້ໃຫ້ບໍລິການລົດເມ, ລົດແທັກຊີ ແລະ ລົດຕູ້ທີ່ຮັບສົ່ງຜູ້ໂດຍສານທັງພາຍໃນ ແລະ​ ຕ່າງປະເທດ, ແຕ່ພາຍຫຼັງມີລົດໄຟ​ ລາວ-ຈີນ​ ເປັນຕົ້ນມາ,​ ພວກເຮົາຈຶ່ງໄດ້ຫັນມາເປັນການຂົນສົ່ງຜູ້ໂດຍສານຈາກສະຖານີນາເຕີຍ ຫາ​ ເມືອງ

ຫຼວງນໍ້າທາ ແລະ ບັນດາເມືອງຕ່າງໆພາຍໃນແຂວງ, ໂດຍມີປ່ອງບໍລິການຜູ້ໂດຍສານປະຈໍາຢູ່ສະຖານນີນາເຕີຍ.​ ປະຈຸບັນ, ມີລົດແທັກຊີ ຈໍານວນ 20 ກວ່າຄັນແລະ​ ລົດຕູ້ເພື່ອອໍານວຍຄວາມສະດວກໃຫ້ແກ່ຜູ້ໂດຍສານທີ່ເດີນທາງດ້ວຍລົດໄຟລາວ-ຈີນມາຍັງແຂວງຫຼວງນໍ້າທາ. ທ່ານ ບຸນເຮືອງ ສຸລິນ ອາຍຸ 53 ປີ ຜູ້ຂັບລົດຕູ້ຂອງບໍລິສັດດັ່ງ
ກ່າວໃຫ້ຮູ້ວ່າ, ຕົນເອງໄດ້ຂັບລົດມາໄດ້ 15 ປີແລ້ວ, ແຕ່ກ່ອນລູກຄ້າບໍ່ຫລາຍ,​ ລາຍຮັບກໍຕໍ່າ ແຕ່ພາຍຫຼັງມີລົດໄຟແລ້ວ ຕົນຈຶ່ງໄດ້ຊື້ລົດຕູ້ມາຂັບເພື່ອຂົນສົ່ງຜູ້ໂດຍສານຈາກ

ສະຖານີໄປຍັງເມືອງຫລວງນໍ້າທາ,​ ເມືອງຕ່າງໆພາຍໃນແຂວງ​ ແລະ​ ແຂວງອ້ອມຂ້າງໂດຍຈະແລ່ນແຕ່ຫຼວງນໍ້າທາ, ຫຼວງພະບາງ ແລະ​ ອຸດົມໄຊ ພາຍຫຼັງມີລົດໄຟລາວ-ຈີນ
ແລ້ວ ເຫັນວ່າມີລູກຄ້າມາໃຊ້ບໍລິການເພີ່ມຂຶ້ນຫລາຍ ໂດຍສະເພາະໄລຍະເທດສະການ ແລະທ້າຍອາທິດ.ປະຈຸບັນໄດ້ຮັບໃຊ້ລູກຄ້າທຸກມື້, ສ້າງລາຍໄດ້ໃຫ້ແກ່ຄອບຄົວບໍ່ຫຼຸດ 7-8

ລ້ານຕໍ່ເດືອນ.​ ສ່ວນ​ ທ່ານ ວັນທອນ ໄຊຍະສິດ ຜູ້ຂັບລົດແທັກຊີປະຈໍາຢູ່ສະຖານີນາເຕີຍກໍໃຫ້ຮູ້ອີກວ່າ: ຂັບລົດແທັກຊີມາດົນແລ້ວ ແລະ​ ພາຍຫຼັງເປີດປະເທດ ຜູ້ຄົນກໍເລີ່ມເຂົ້າມາຫຼວງນໍ້າທານັບມື້ຫຼາຍຂຶ້ນ ມື້ໜຶ່ງຮັບສົ່ງຜູ້ໂດຍສານບໍ່ຕໍ່າກວ່າ 3 ຖ້ຽວ ຍ້ອນລົດໄຟໄດ້ອໍານວຍຄວາມສະດວກໃຫ້ແກ່ການເດີນທາງ ເຮັດໃຫ້ມີລູກຄ້າທຸກມື້ແລະສ້າງລາຍຮັບໄດ້ດີກວ່າຕອນບໍ່ທັນມີລົດໄຟລາວ-ຈີນ.