ທັມມະພຣະລາວ DhammaCoach ໂພສພາບ ແລະ ຂໍ້ຄວາມວ່າເບິ່ງລະຄຶດເອົາເອງເດີ ອາຈານບໍ່ຢາກວ່າຫຍັງຕໍ່ພິຈາຣະນາຄວາມເຫມາະສົມເອົາເອງເພາະເບິ່ງແລ້ວກະເປັນຜູ້ໃຫຍ່ຫລາຍຄົນເພິ່ນຄົງແຍກແຍະພິຈາຣະນາຄວາມເຫມາະສົມໄດ້ຖ້າຖືເບົາ ຖ້າບໍ່ໃສ່ໃຈຫລັກປະຕິບັດພິທີການທາງສາສະນາກະບໍ່ຮູ້ຈະວ່າຫຍັງກັນຕໍ່
ສູ່ມື້ນີ້ເຮັດຫຍັງກໍພໍແຕ່ເປັນພິທີ ແລ້ວຍັງບໍ່ເຂົ້າໃຈພິທີອີກຕອນບຸນທາດຫລວງກະເຫັນເອົາເບຍມາໃສ່ງານຕັກບາດອາຈານຫາກບໍ່ຢາກທ້ວງ ເລີຍບໍ່ເອົາມາເວົ້າ
ຫມູ່ເຮົາເຈົ້າຂ້ອຍເຮັດຫຍັງກໍຄວນມີຜູ້ຮູ້ແນະນໍາກັນບໍ່ແມ່ນບໍ່ຮູ້ກໍບໍ່ສຶກສາຫຍັງເລີຍ ເຮົາມີຄວາມຮູ້ມີການສຶກສາເຮົາຈຶ່ງໃສ່ໃຈ ບໍ່ລະເລີຍເມີນເສີຍຄວາມຖືກຕ້ອງເຫມາະສົມ
ນົບມືເອົາບຸນຕ້ອງເຮັດໃຫ້ມັນສົມຈະໄດ້ບຸນຢ່າເຮັດແຕ່ເປັນພິທີຢ່າງດຽວເນາະທົບທວນກັນແດ່ເນີ
ເປັນແບບຢ່າງທີ່ດີແກ່ລູກຫລານລຸນຫລັງແດ່ເນາະຈັດທີ່ນັ່ງໃຫ້ເຫມາະສົມເຢີ ຢາກນັ່ງສູງກໍຢ່າຈັດໃຫ້ພຣະນັ່ງຕ່ໍາກວ່າເຮົາຂະຫນາດບາງຄົນເປັນເຈົ້າຊີວິດເພິ່ນຍັງຮູ້ຂາບພຣະບໍ່ນັ່ງສູງກວ່າພຣະສົງອົງຄະເຈົ້າ ພໍ່ແມ່ເຮົາສອນກັນມາ