ກອງທັບ ຄວ້າຫຼຽນຄຳ ທຳອິດໄດ້ ໃນການແຂ່ງຂັນປືນຍາວອັດລົມ ປະເພດທີມຊາຍ

0
71

ປກສ ໄດ້ເພີ່ມອີກຫຼຽນຄຳ ຈາກກິລາຍິງປືນປານ ດວງປະເສີດ ໄດ້ຮັບຫຼຽນຄຳ ທີ 5 ຈາກກິລາປະເພດຍິງປືນຍາວອັດລົມຊາຍໃຫ້ ກະຊວງ ປກສ ໃນງານກິລາແຫ່ງຊາດ ຄັ້ງທີ 11.

ມື້ທີສອງຂອງການແຂ່ງຂັນກິລາຍິງປືນ ວັນທີ 15 ພະຈິກນີ້ ທີ່ສະໜາມກິລາຍຶງປືນ 5 ເມສາ ນະຄອນຫຼວງວຽງຈັນ ມີຊິງ 2 ຫຼຽນຄຳ ປະເພດປືນຍາວອັດລົມ ຊາຍດ່ຽວ ແລະ ທີມຊາຍ.

ຜ່ານການແຂ່ງຂັນ ຫຼຽນຄຳປະເພດຊາຍດ່ຽວເປັນຂອງ ປານ ດວງປະເສີດ ນັກກິລາຍິງປືນຈາກກະຊວງປ້ອງກັນຄວາມສະຫງົບ ຍິງໄດ້ 559 ຄະແນນ, ຫຼຽນເງິນ ດວງຈັນ ສາຍພູຟ້າ ຈາກກະຊວງປ້ອງກັນປະເທດ ຍິງໄດ້ 558 ຄະແນນ, ຫຼຽນທອງຮ່ວມນັກກິລາຈາກກະຊວງປ້ອງກັນປະເທດ.

ສ່ວນປະເພດທີມຊາຍ ຫຼຽນຄຳເປັນຂອງກະຊວງປ້ອງກັນປະເທດ ຍິງໄດ້ 1.632 ຄະແນນ ກາຍເປັນຫຼຽນຄຳທຳອິດຂອງເຈົ້າຄອງຫຼຽນຄຳ ກິລາແຫ່ງຊາດ ຄັ້ງຜ່ານມາ, ຫຼຽນເງິນ ກະຊວງປ້ອງກັນຄວາມສະຫງົບ ຍິງໄດ້ 1 589 ຄະແນນ, ຫຼຽນທອງຮ່ວມ ນະຄອນຫຼວງວຽງຈັນ ແລະ ແຂວງຄຳມ່ວນ.ສຳລັບ ວັນທີ 16 ພະຈິກ 2022 ຈະເປັນການແຂ່ງຂັນປະເພດປືນຍາວອັດລົມ ຍິງດ່ຽວ ແລະ ທີມຍິງ ເລີ່ມເວລາ 9:00 ໂມງເຊົ້າເປັນຕົ້ນໄປ.