ອົງການ USAID, ຂອງສະຫະລັດອາເມລິກາ ແລະ ອົງການອະນາໄມໂລກ ມອບເຄື່ອງຊ່ວຍເຫຼືອໃຫ້ ສປປ ລາວ.ພິທີມອບເຄື່ອງດັ່ງກ່າວໄດ້ຈັດຂື້ນໃນວັນທີ່ 15 ພະຈິກ 2022 ທີ່ກະຊວງສາທາລະສະສຸກ. ເຄື່ອງຊ່ວຍເຫຼືອຄັ້ງນີ້ປະກອບມີ: ຊຸດ PPE, ຊຸດກວດຫາເຊື້ອໂຄວິດ-19ແບບວ່ອງໄວ, ເພີ່ມລະບົບອົກຊີແຊນໃຫ້ສະຖານທີ່ບໍລິການສຸຂະພາບໃນ
ທົ່ວປະເທດ, ຕິດຕັ້ງທໍ່ສົ່ງອົກຊີແຊນຄວາມແຮງສູງແບບຕິດດັງ , ຢາປົວພະຍາດໂຄວິດ-19, ຄອມພີ້ວເຕີ້ໂນສບຸກ ແລະ ແທັບເລັດ ເພື່ອນຳໃຊ້ເຂົ້າໃນວຽກງານເຝົ້າລະວັງ
ແລະ ຊ່ວຍໃຫ້ ສປປ ລາວ ສືບຕໍ່ຈັດຕັ້ງປະຕິບັດວຽກງານປ້ອງກັນພະຍາດໂຄວິດ-19. ເຊິ່ງລວມມູນຄ່າທັງໜົດແມ່ນ 2 ລ້ານໂດລາສະຫະລັດ
ເຂົ້າຮ່ວມພິທີໃນຄັ້ງນີ້ ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດແຫ່ງສະຫະລັດອາເມລິກາປະຈຳ ສປປ ລາວ, ທ່ານ ດຣ. Yu Lee Park ຮັກສາການຜູ້ຕ່າງໜ້າອົງການອະນາໄມໂລກປະຈຳ ສປປ ລາວ. ນອກນັ້ນຍັງມີ ຜູ້ຕ່າງໜ້າອົງການ USAID ປະຈຳລາວ, ຜູ້ຕ່າງ
ໜ້າກະຊວງຕ່າງປະເທດ, ຫ້ອງການກະຊວງສາທາລະນະສຸກ, ບັນດາຫົວໜ້າກົມ,ສູນ, ພະນັກງານສະຖານທູດອາເມລິກາ, ອົງການອະນາໄມໂລກ ແລະ ອົງການUSAID ເຂົ້າຮ່ວມເປັນສັກຂີພະຍານ.
ຂ່າວ: ສູນຂ່າວສານການແພດສຸຂະສຶກສາ