ອາທິດນີ້ຍັງຈະເຢັນຫາໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ຢູ່ພາກເໜືອ ພາກກາງ ແລະ ພາກໃຕ້

0
73

ສະພາບອາກາດອາທິດນີ້ ຍັງຈະເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ຢູ່ແຂວງພາກເໜືອ, ຂະນະທີ່ພາກກາງ ແລະ ພາກໃຕ້ ອາກາດຮ້ອນໃນຕອນກາເວັນ ພ້ອມມີຝົນຕົກຟ້າຮ້ອງຟ້າເຫຼືອມລະດັບຄ່ອຍ ຫາ ປານກາງ.

ກົມອຕຸຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 14 ຫາ 20 ພະຈິກ 2022 ວ່າ: ໄລຍະວັນທີ 14 ຫາ 20 ພະຈິກນີ້ ມວນອາກາດເຢັນຈະປົກຄຸມຢູ່ທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ ສົມທົບກັບກະແສລົມຕາເວັນອອກ – ຕາເວັນອອກສ່ຽງເໜືອພັດປົກຄຸມ, ຊື່ງຈະເຮັດໃຫ້ອາກາດຍັງຈະເຢັນ ຫາ ໜາວເຢັນ

ໃນຕອນກາງຄືນ ຫາ ຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມຈະມີໝອກບາງປົກຫຸ້ມຢູ່ທົ່ວໄປ, ສ່ວນພາກກາງ ແລະ ພາກໃຕ້ ອາກາດຈະຮ້ອນໂດຍສະເພາະໃນໄລຍະຕອນກາງເວັນ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼືອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນຢູ່ໃນແຕ່ລະພາກ.