ນັກກິລາ ນະຄອນຫລວງ 663 ຄົນ ກາບໄຫວ້ສິ່ງສັກສິດຂໍພອນກ່ອນຮ່ວມ ຊຽງຂວາງເກມ

0
90

ຄະນະນຳ, ຄູຝຶກ ແລະ ນັກກິລານະຄອນຫລວງວຽງຈັນ ຈຳນວນ 663 ຄົນ ຈາກ 25 ປະເພດກິລາ ຊຸດກຽມເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ຫລື “ຊຽງຂວາງ ເກມ” ທີ່ແຂວງຊຽງຂວາງ ຈະຈັດຂຶ້ນໃນລະຫວ່າງວັນທີ 13-22 ທັນວາ 2022 ໄດ້ເຄື່ອນໄຫວກາບໄຫວ້ສິ່ງສັກສິດ 4 ແຫ່ງ ໃນນະຄອນຫລວງວຽງຈັນ ເມື່ອວັນທີ 11 ພະຈິກ ຜ່ານມາ ນຳໂດຍທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ.

ສຳລັບການເຄື່ອນໄຫວກາບໄຫວ້ສະຖານທີ່ສິ່ງສັກສິດ 4 ແຫ່ງໃນຄັ້ງນີ້ ປະກອບມີ ອານຸສາວະລີ ເຈົ້າຟ້າງຸ່ມ, ວັດສີເມືອງ, ພຣະເຈົ້າໄຊເຊດຖາ ແລະ ພິພິຕະພັນປະທານ ໄກສອນ ພົມວິຫານ ເພື່ອຂໍພອນໃຫ້ມີໂຊກມີໄຊ ແລະ ປະສົບຜົນສຳເລັດຕາມເປົ້າໝາຍທີ່ຕັ້ງໄວ້.

ສ່ວນການແຂ່ງຂັນກິລາ “ຊຽງຂວາງ ເກມ” ໃນຄັ້ງນີ້ ແມ່ນມີການຊີງໄຊກັນທັງໝົດ 25 ປະເພດກິລາ ມີ 22 ພາກສ່ວນ, ໃນນັ້ນ ມີ 17 ແຂວງ, 1 ນະຄອນຫລວງວຽງຈັນ ແລະ 4 ກະຊວງ ກໍຄື ກະຊວງປ້ອງກັນປະເທດ ເຈົ້າຂອງເຈົ້າຫລຽນຄຳ ອຸດົມໄຊ ເກມ 2014, ກະຊວງປ້ອງກັນຄວາມສະຫງົບ, ກະຊວງສາທາລະນະສຸກ ແລະ

ກະຊວງພະລັງງານ ແລະ ບໍ່ແຮ່ ງານດັ່ງກ່າວຈະເລີ່ມດຳເນີນແຂ່ງຂັນກ່ອນບາງປະເພດກິລາ ກໍຄື ກິລາຍິງປືນ ເລີ່ມແຂ່ງຂັນໃນວັນທີ 14 ພະຈິກ 2022 ສະໜາມກິລາຍິງປືນ 5 ເມສາ ນະຄອນຫລວງວຽງຈັນ ສະເພາະຍິງປືນ ຈະຈັດຂຶ້ນ ທີ່ສະໜາມກິລາຍິງປືນ 5 ເມສາ ເຂດບ້ານສົມສະຫງ່າ ແລະ ກິລາລອຍນໍ້າຈະຈັດຂຶ້ນ ທີ່ສະໜາມກິລາແຫ່ງຊາດ (ຫລັກ16).

ສ່ວນທັບນັກກິລາ ນະຄອນຫລວງວຽງຈັນ ຈະເຂົ້າຮ່ວມ ຊຽງຂວາງ ເກມ ຈຳນວນ 663 ຄົນ ໃນຄັ້ງນີ້ ປະກອບມີ ຄະນະນຳພານັກກິລາ 14 ທ່ານ, ຄະນະຮັບຜິດຊອບນຳພານັກກິລາ 82 ທ່ານ, ປະທານສະຫະພັນກິລາ 25 ທ່ານ, ຄະນະຮັບຜິດຊອບລະດົມທຶນ 80 ທ່ານ, ຄູຝຶກ 97 ທ່ານ ແລະ ນັກກິລາຊາຍ ມີ 212 ຄົນ ແລະ ນັກກິລາຍິງ 155 ຄົນ.