ບາງຄົນຄິດວ່າການເຮັດວຽກແຕ່ເຊົ້າຮອດຄໍ່າເພື່ອຫາເງິນມາສ້າງຕົວສ້າງຄວາມສຸກໃຫ້ກັບຄອບຄົວ( ກໍ່ເຂົ້າໃຈໄດ້ຜູ້ຊາຍທຸກຄົນກໍ່ຕ້ອງບໍ່ຢາກນ້ອຍຫນ້າໃຜໄປທາງໃດກະຢາກໃຫ້
ຄົນນັບຫນ້າຖືຕາຖ້າເຮົາມີເງິນ) ຢາກໃຫ້ຜູ້ເປັນຜົວລອງຖາມຜູ້ເປັນເມຍເບິ່ງວ່າເຂົາຕ້ອງການເງິນຫລາຍຂະຫນາດນັ້ນບໍ ຫລື ຕ້ອງການຢູ່ກັບຜົວຫັນຫລາຍກວ່າ ສຳລັບເມຍ
ຂ້ອຍບອກກັບຂ້ອຍວ່າ ລາວບໍ່ໄດ້ຕ້ອງການເງິນຫລາຍປານນັ້ນຖ້າຫາກມັນແລກມາກັບການທີ່ຜົວເມຍບໍ່ມີເວລາໃຫ້ກັນ ຄົນເຮົາແຕ່ງງານກັນເພື່ອຢາກໃຊ້ຊີວິດຄູ່ນຳກັນບໍ່ແມ່ນ
ແຕ່ງມາເພື່ອຫາເງິນຈົນບໍ່ມີເວລາໃຫ້ກັນເພື່ອໃຫ້ຄົນອື່ນຍອມຮັບ. ຖ້າເຮົາຍອມຮັບ ກັນ ແລະ ກັນກໍ່ຄືຈົບມີຄວາມສຸກໃນແບບຂອງເຮົາແບບບໍ່ຕ້ອງແຄຄົນອື່ນຕໍ່ໃຫ້ເງິນບໍ່
ຫລາຍເຮົາກໍ່ກິນຫລິ້ນທ່ຽວຕາມທີ່ເຮົາມີຕໍ່ອາດຈະບໍ່ກິນອາຫານດີໆແພງໆຂະແນມໄດ້ນັ່ງກິນເຂົ້ານຳກັນໃນແຕ່ລະມື້ກິນເຂົ້າຈໍ້າແຈ່ວກະຍັງແຊບ ແລະ ມີຄວາມສຸກ (ແຕ່ອາດຈະຈ່ອຍແດ່ເພາະຂາດສານອາຫານ)