ເກີດແຜ່ນດິນໄຫວ ຄວາມແຮງ 2.1 ຣີກເຕີ ໃນບໍລິເວນແຂວງຫລວງນໍ້າທາ

0
72

ເກີດແຜ່ນດິນໄຫວ ຄວາມແຮງ 2.1 ຣີກເຕີ ໃນບໍລິເວນແຂວງຫລວງນໍ້າທາ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານສະພາບການເກີດ ແຜ່ນດິນໄຫວ ຈາກສູນຂ່າວສານແຜ່ນດິນໄຫວແຫ່ງຊາດ ໃນວັນທີ 13 ພະຈິກ 2022 ເວລາ 03:54 ໂມງ ໄດ້ພົບສັນຍານແຜ່ນດິນໄຫວ 01 ຄັ້ງ ໃນບໍລິເວນ ແຂວງຫລວງນໍ້າທາ ມີຈຸດສູນກາງຢູ່

ເສັ້ນຂະໜານທີ 20.905 ອົງສາເໜືອ ແລະ ເສັ້ນແວງທີ 100.619 ອົງສາຕາເວັນອອກ ຄວາມແຮງ ສັ່ນສະເທືອນວັດແທກໄດ້ 2.1 ຣີກເຕີ ເຊິ່ງມີຄວາມເລິກຈາກເທິງໜ້າດິນ ປະມານ 05 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ບໍລິເວນ ບ້ານປຸຸງໄຊ ເມືອງລອງ ແຂວງຫລວງນໍ້າທາ ເຊີ່ງຈຸດເກິດແຜ່ນດິນໄຫວ ແມ່ນຫ່າງຈາກເທສະບານ ເມືອງໄຊສະຖານ ປະມານ 21 ກິໂລແມັດ. ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.