ຊຸມຂ້ອຍສອງຄົນທີ່ປະກັນແລ້ວ ຍັງເວົ້າກັນປົກກະຕິ ມ່ອມກະຍັງເຮັດໜ້າທີແມ່ ຂ້ອຍກະເຮັດໜ້າທີ່ພໍ່ໃຫ້ລູກ

    2
    644

    ເທິ ຢູນາ ໂພສອີກຄັ້ງ“ໃນຂະນະທີ່ຊຸມຂ້ອຍສອງຄົນທີ່ປະກັນແລ້ວຍັງເວົ້າກັນປົກກະຕິ ແຕ່ຄວາມເປັນຜົວເມຍຕ້ອງຕັດແບບເດັດຂາດ. ມ່ອມກະຍັງເຮັດໜ້າທີແມ່ຂ້ອຍກະເຮັດໜ້າທີ່ພໍ່ໃຫ້ລູກ…


    ມື້ນີ້ຂ້ອຍຕື່ນຄໍ່າຕ້ອງຝາກແມ່ມັນໄປຊື້ນົມແຕ່ປົກກະຕິຂ້ອຍຊິເປັນຄົນໄປຊື້ແລະໄປສົ່ງໃຫ້. ແຕ່ບັກ Joseph Akaravong ສ່ຽວລຸງພັດເດືອດຮ້ອນແທນຕູ ຄິດແທນຕູ ພະຍາຍາມເຮັດໃຫ້ຄົນຄິດວ່າຕູຜິດກັນຊັງກັນ ຈຶ່ງປະກັນ


    ແມ່ນຫຍັງຂອງມຶງ ຄົນປະກັນໂດຍບໍ່ຜິດກັນບໍ່ດ່າກັນບໍ່ຕີກັນນິມັນຜິດປົກກະຕິແຮງເບາະ. ພວກຂ້ອຍແຕ່ງກັນແລະປະກັນຢ່າງຖືກຕ້ອງຕາມກົດໝາຍແລະຮີດບ້ານຄອງເມືອງແລ້ວ ບັກໂຈຊິພໍໃຈຫຼືບໍ່ພໍໃຈກະເລື່ອງຂອງມຶງ ເພາະມຶງບໍ່ແມ່ນເຖົ້າແກ່ຝ່າຍໃດຂອງຕູ.


    ຖ້າມຶງບໍ່ເຂົ້າໃຈກ່ຽວກັບກົດໝາຍວ່າດ້ວຍຄອບຄົວເລກທີ 05/ສພຊ ມຶງກະໄປອ່ານດີໆມາກ່ອນຈຶ່ງເວົ້າ ບໍ່ແມ່ນລ່າຍກ່ອນຈຶ່ງໄປຫາອ່ານ.


    ຊຸມຂ້ອຍສອງຄົນທີ່ປະກັນແລ້ວ ຍັງເວົ້າກັນປົກກະຕິ ມ່ອມກະຍັງເຮັດໜ້າທີແມ່ ຂ້ອຍກະເຮັດໜ້າທີ່ພໍ່ໃຫ້ລູກ

    Ther Una

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.