ທະນາຄານແຫ່ງສປປ ລາວ ພາກເໜືອ ດຳເນີນຕິດແຜ່ນກາໝາຍນຳໃຊ້ລົດລັດ

0
84

ຂ່າວສານ ແລະ ເຫດການໃນວັນທີ 9 ພະຈິກ 2022 ຜ່ານມານີ້, ທີ່ທະນາຄານແຫ່ງ ສປປ ລາວ ພາກເໜືອທີ່ແຂວງອຸດົມໄຊ, ໄດ້ຈັດພິທີການຕິດແຜ່ນກາໝາຍລົດລັດ ຫຼືQR codeໂດຍມີທ່ານ ສາຍສະໝອນ ກີບເກສອນ ຮອງຫົວໜ້າຫ້ອງການ ທະນາຄານແຫ່ງ ສປປ ລາວ, ພ້ອມດ້ວຍຄະນະຈາກສູນກາງທີ່ລົງມາຕິດຕາມຊຸກຍູ້ການຕິດ

ກາໝາຍນຳໃຊ້ລົດລັດ, ມີທ່ານ ແອ ສ້ອຍສຸວັນ ຮອງຫົວໜ້າທະນາຄານແຫ່ງ ສປປ ລາວ ພາກເໜືອທີ່ແຂວງອຸດົມໄຊ, ພ້ອມດ້ວຍພະນັກງານພາຍໃນ ທະນາຄານແຫ່ງ ສປປ ລາວ ພາກເໜືອແຂວງ ອຸດົມໄຊ ເຂົ້າຮ່ວມ.

ສຳລັບການຕິດແຜ່ນກາໝາຍນຳໃຊ້ລົດລັດຂອງທະນາຄານແຫ່ງ ສປປ ລາວ ພາກເໜືອທີ່ແຂວງອຸດົມໄຊຄັ້ງນີ້ມີລົດໃຫຍ່ຈຳນວນ7ຄັນ ແລະ ລົດຈັກຈຳນວນ7ຄັນ, ຈຸດປະສົງຂອງການຕິດແຜ່ນການໝາຍແມ່ນເປັນການປະຕິບັດດຳລັດຂອງລັດຖະບານ ສະບັບເລກທີ599/ລບ ວ່າດ້ວຍລົດລັດ ແລະ ປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງ

ການເງິນກ່ຽວກັບການນຳໃຊ້ລົດລັດ, ຊຶ່ງລົດຂອງລັດແມ່ນຕ້ອງໃຊ້ເຂົ້າໃນວຽກງານທາງລັດຖະການນຳໃຊ້ໃຫ້ຖືກຕ້ອງຕາມເປົ້າໝາຍມີຄວາມໂປ່ງໃສ່ ແລະ ສາມາດກວດກາໄດ້. ໃນນັ້ນ, ແຜ່ນກາໝາຍຄີວອາໂຄດ ແມ່ນໄດ້ບັນທຶກຂໍ້ມູນເຂົ້າໃນໂປຣແກຣມຄຸ້ມຄອງຊັບສິນຂອງລັດ, ຊຶ່ງສາມາດກວດກາໄດ້ໂດຍການສະແກນ.

ໃນພິທີຍັງໄດ້ມີການແນະນຳຈາກຄະນະຕິດຕາມ ຊຸກຍູ້ການຕິດແຜ່ນກາໝາຍຈາກສູນກາງ ເພື່ອເຮັດໃຫ້ ການຄຸ້ມຄອງນຳໃຊ້ລົດລັດໃຫ້ຖືກຕ້ອງຕາມນິຕິກຳ ແລະ ລະບຽບການທີ່ໄດ້ກຳນົດໄວ້.