ປກສ ເມືອງຕົ້ນເຜິ້ງ ສຸມໃສ່ຜັນຂະຫຍາຍວາລະແຫ່ງຊາດໄລຍະທໍາອິດ ມ້າງຄະດີຢາເສບຕິດລາຍໃຫຍ່ໄດ້ຈໍານວນຫຼາຍ
ເຈົ້າໜ້າທີ່ ປກສ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ເລັ່ງສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍດໍາເນີນໄປຕາມ 3 ມາດຕະການຫຼັກກໍຄື ເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບ ເຊິ່ງໃນໄລຍະທີ 1 ສາມາດມ້າງຄະດີຢາເສບຕິດລາຍໃຫຍ່ ທັງເປັນຄະດີທີ່ພົ້ນເດັ່ນໄດ້ເຖິງ 59 ເລື່ອງ ແລະ ຢືດຂອງກາງໄດ້ເປັນຈໍານວນຫຼາຍ.
ພັທ ພົງພັກ ແດນທະນາ ຫົວໜ້າກອງບັນຊາການ ປກສ ເມືອງ ຕົ້ນເຜິ້ງ ໃຫ້ສໍາພາດຕໍ່ສື່ມວນຊົນ ປກສ ໃນວັນທີ 7 ພະຈິກ 2022 ວ່າ: ເພື່ອເຮັດໃຫ້ການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ດຳເນີນໄປຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ຮັບປະກັນໄດ້ 3 ຫຼັກການຄື: ເດັດຂາດ, ໂປ່ງໃສ ແລະ
ເປັນມືອາຊີບ ທັງກໍາແໜ້ນ, ເຊື່ອມຊຶມ ແລະ ຫັນເອົາບັນດາມະຕິຄໍາສັ່ງຕ່າງໆທີ່ຂັ້ນເທິງວາງອອກ ເພື່ອນໍາມາຈັດຕັ້ງຜັນຂະຫຍາຍເປັນແຜນງານ ແລະ ໂຄງການອັນລະອຽດ ເຊິ່ງໄດ້ສຸມໃສ່ຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ຄຽງຄູ່ກັບ່ການຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ສະແດງອອກຄື: ໄດ້ນໍາເອົາເອກະສານວາລະແຫ່ງຊາດວ່າດ້ວຍ
ການແກ້ໄຂບັນຫາຢາເສບຕິດ, ລະບຽບກົດໝາຍ, ຜົນຮ້າຍຂອງຢາເສບຕິດ ແລະ ບັນດານິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບການແກ້ໄຂບັນຫາຢາເສບຕິດ ລົງເຜີຍແຜ່ໃຫ້ພະນັກງານ, ທະຫານ, ຕຳຫຼວດອ້ອມຂ້າງເມືອງ ແລະ ປະຊາຊົນຢູ່ບັນດາບ້ານຕ່າງໆ, ຈັດຕັ້ງກໍາລັງລົງເກັບກໍາຂໍ້ມູນ, ຂຶ້ນບັນຊີເປົ້າໝາຍພົວພັນກັບຢາເສບຕິດ ໃນນັ້ນ,
ຜ່ານການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃນໄລຍະທີ 1 ສາມາດຂຶ້ນບັນຊີເປົ້າໝາຍເສບໄດ້ ຈໍານວນ 635 ຄົນ ຍິງ 12 ຄົນ ແລະ ເປົ້າໝາຍຄ້າຂາຍ-ຂົນສົ່ງ ຈໍານວນ 142 ຄົນ ຍິງ 6 ຄົນ.
ເຖິງຢ່າງໃດກໍຕາມ, ເພື່ອເຮັດສໍາເລັດໜ້າທີ່ຕາມຄາດໝາຍທີ່ວາງໄວ້ ເຈົ້າໜ້າທີ່ກໍາລັງວິຊາສະເພາະ ປກສ ເມືອງຕົ້ນເຜິ້ງ ຍັງສາມາດມ້າງ ແລະ ແກ້ໄຂຄະດີຢາເສບຕິດ ພ້ອມທັງ, ຢຶດຂອງກາງໄດ້ເປັນຈໍານວນຫຼວງຫຼາຍ ສະແດງອອກນັບແຕ່ປີ 2021 ມາເຖິງປັດຈຸບັນ ສາມາດມ້າງຄະດີຢາເສບຕິດໃນທົ່ວເມືອງຕົ້ນເຜິ້ງ ໄດ້ 59 ເລື່ອງ,
ກັກຕົວຜູ້ຖືກຫາໄດ້ 91 ຄົນ ຍິງ 12 ຄົນ ແລະ ຄົນຕ່າງປະເທດ 11 ຄົນ; ຢຶດຂອງກາງຢາບ້າໄດ້ ຈໍານວນ 49.108.000 ເມັດ, ຢາໄອສ໌ 501 ກິໂລກຼາມ, ເຄຕາມິນ
67 ກິໂລກຼາມ, ລົດໃຫຍ່ 8 ຄັນ, ລົດຈັກ 15 ຄັນ ແລະ ເຄື່ອງຂອງກາງທີ່ພົວພັນກັບຄະດີອີກຈໍານວນໜຶ່ງ. ນອກນັ້ນ, ຍັງສາມາດມ້າງພາກສ່ວນມົ້ວສຸມຢາເສບຕິດໄດ້ຈໍານວນ 15 ຈຸດ, ກັກຕົວໄດ້ 60 ຄົນ ຍິງ 23 ຄົນ ພ້ອມທັງ, ກໍານົດຈຸດຂ້າມລອຍຢາເສບຕິດໄດ້ອີກ ຈໍານວນ 13 ຈຸດໃນທົ່ວເມືອງ.
ໃນໂອກາດດັ່ງກ່າວ, ທ່ານຫົວໜ້າກອງບັນຊາການ ປກສ ເມືອງຕົ້ນເຜິ້ງ ຍັງໄດ້ຍົກໃຫ້ເຫັນເຖິງຄະດີທີ່ພົ້ນເດັ່ນຄື: ໃນວັນທີ 25 ຕຸລາ 2021 ສາມາດສະກັດກວດກາລົດເປົ້າໝາຍຂົນສົ່ງຢາເສບຕິດຢູ່ເຂດບ້ານໃຫຍ່ສີເມືອງງາມ ແລະ ຜ່ານການກວດກາລົດຄັນດັ່ງກ່າວພົບເຫັນຢາບ້າຊຸກເຊື່ອງຢູ່ໃນລົດຈໍານວນ 3.000 ມັດ ເທົ່າ ກັບ
6.000.000 ເມັດ ນ້ຳໜັກ 720 ກິໂລກະກຼາມ( ນັບທັງເສື້ອຫຸ້ມຫໍ່ ); ວັນທີ 6 ສິງຫາ 2022 ໄດ້ມ້າງຄະດີຄ້າຂາຍຢາເສບຕິດຢູ່ບ້ານສີບຸນເຮືອງ ກັກຕົວຜູ້ຖືກຫາໄດ້ 2 ຄົນ ຍິງ 1 ຄົນ, ຢຶດຂອງກາງຢາບ້າໄດ້ 6.608.000 ເມັດ, ຢາໄອສ໌ ຈໍານວນ 1 ກິໂລກຼາມ, ເງິນບາດໄທ 4.109.000 ບາດ, ເງິນກີບ 80.000.000 ກີບ, ເງິນ
ຢວນ 10.000 ຢວນ, ລົດໃຫຍ່ 3 ຄັນ ແລະ ລົດຈັກ 1 ຄັນ; ວັນທີ 23 ກັນຍາ 2022 ໄດ້ມ້າງຄະດີຄ້າຂາຍຢາເສບຕິດຢູ່ບ້ານສີບຸນເຮືອງ ກັກຕົວຜູ້ຖືກຫາໄດ້ 1 ຄົນ ແລະ ຢຶດຂອງກາງປະເພດຢາບ້າໄດ້ 33.200.000 ມັດ, ຢາໄອ 500 ກິໂລກຼາມ, ລົດໃຫຍ່ 3 ຄັນ ແລະ ລົດຈັກ 1 ຄັນ; ຫຼ້າສຸດແມ່ນໃນວັນທີ 15.10.2022
ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງຕົ້ນເຜິ້ງ ໄດ້ພົບເຫັນລົດໃຫຍ່ຈອດຢູ່ແຄ້ມທາງເຂດບ້ານໃຫຍ່ສີເມືອງງາມ ເຊິ່ງບັນຈຸຢາເສບຕິດຢູ່ໃນລົດ ຈຳນວນ 1.750 ມັດ ເທົ່າກັບ 3.500.000 ເມັດ ແລະ ເຄຕາມິນ 66 ຫໍ່ ແລະ ລົດໃຫຍ່ 1 ຄັນ.
ໃນຕໍ່ໜ້າ, ຈະສືບຕໍ່ລົງໂຄສະນາບັນດານິຕິກໍາທີ່ກ່ຽວຂ້ອງຕ່າງໆ ເປັນຕົ້ນແມ່ນກົດໝາຍວ່າດ້ວຍຢາເສບຕິດ ແລະ ຜົນຮ້າຍຄວາມເປັນອັນຕະລາຍຂອງຢາເສບຕິດໃຫ້ທຸກຊັ້ນຄົນໃນສັງຄົມໃຫ້ຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງທົ່ວເຖິງ ຄຽງຄູ່ກັບການສືບຕໍ່ນໍາເອົາບັນດາເປົ້າໝາຍມົ້ວສຸມຢາເສບຕິດໃຫ້ໄດ້ເຂົ້າຮັບການບໍາບັດ ພ້ອມທັງສຸມໃສ່ຕິດຕາມບັນດາກຸ່ມແກ້ງ-ເປົ້າໝາຍທີ່ຍັງສືບຕໍ່ເຄື່ອນໄຫວຄ້າຂາຍ-ຂົນສົ່ງມາດໍາເນີນຄະດີໃຫ້ໄດ້ຕາມຄາດໝາຍ.
ຂ່າວ: ລັດດາວັນ