ກົດໄລ້ກົດແຊຣ໌ ດວງລາຍວັນປະຈຳວັນທີ 8 ພະຈິກ 2022 ການງານ ການເງິນ ຄວາມຮັກ

0
65

ຄົນເກີດວັນອາທິດ:ການ​ງານມີ​ໂອ​ກາດ​ໄດ້ຮັບ​ຫນ້າທີ່​ຫລື​ຕຳແໜ່ງ​ໃໝ່ເຂົ້າມາໃນດ້ານການງານ ການ​ເງິນມີ​ໂອ​ກາດ​ຈະ​ໄດ້ຮັບ​ເງິນ​ກ້ອນ​ໃຫຍ່ ຄວາມ​ຮັກມີ​ໂອ​ກາດ​ໄດ້​ພົບ​ຮັກຈາກຄົນໄກ ຫຼື ອາດເປັນຄົນທີ່ເຂົ້າມາສົນທະນານໍາທ່ານໃນຊ່ວງນີ້ ເຄື່ອງມຸງຄຸນຄໍາຝຮັ່ງ ການ​ງານຜູ້ໃຫຍ່​ຈະ​ອຸປະຖຳ​ຊ່ວ ສີມຸງຄຸນ​ສີສົ້ມ ເລກ​ນຳ​ໂຊກ​7

ຄົນເກີດວັນຈັນ:ຊ່ວຍ​ເຫລືອ ໃນເລື່ອງຂອງການເງິນໄດ້ເປັນຢ່າງດີ ການ​ເງິນພົບ​ເລື່ອງ​ເສຍ​ເງິນ​ໂດຍ​ບໍ່ທັນຕັ້ງໂຕ ຕ້ອງໃຫ້ລະວັງລາຍຈ່າຍ ຄວາມ​ຮັກ​ມື້​ນີ້​ຈະ​ພົບ​ຮັກ​ກັບ​ຄົນ​ຜິວ​ສອງ​ສີ ເຄື່ອງມຸງຄຸນ​ໄຂ່ມຸກ ສີມຸງຄຸນສີນໍ້າຕານ ເລກ​ນຳ​ໂຊກ​7

ຄົນເກີດວັນອັງຄານ:ການ​ງານພົບ​ເລື່ອງ​ກົດ​ດັນ​ໃນ​ການ​ເຮັດ​ວຽກງານໃນໜ້າທີ່ການງານ ການ​ເງິນມີ​ໂຊກ​ຈາກ​ການສ່ຽງໂຊກ ແຕ່ຕ້ອງໃຫ້ສ່ຽງພໍປະມານ ຄວາມ​ຮັກພົບ​ຄວາມ​ສຳພັນ​ບໍ່​ຊັດເຈນຈາກຄົນຮັກ ເພາະຄົນຮັກບໍ່ຍອມທີ່ຈະສະແດງຕົວຕົນ ເຄື່ອງມຸງຄຸນ​  ເພັດສີແດງ ສີມຸງຄຸນສີ​ນໍ້າຕານ ເລກ​ນຳ​ໂຊກ​1

ຄົນເກີດວັນພຸດ:ການ​ງານ​ການເຈລະ​ຈາ​ທຸລະກິດ​ຈະປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນຈະ​ເສຍ​ເງິນ​ຊື້ເຄື່ອງໃຊ້​​ໃໝ່ເຂົ້າມາແບບຈໍາເປັນ ຄວາມ​ຮັກຄວາມ​ສຳພັນ​ຢູ່ໃນ​ເກນ​ທີ່​ດີ ແຕ່ຕ້ອງລະວັງຄໍາເວົ້າທີ່ຮຸນແຮງຕໍ່ການສົນທະນ ເຄື່ອງມຸງຄຸນ​​ ແຫວນຄໍາ ສີມຸງຄຸນສີບົວ ເລກ​ນຳ​ໂຊກ​4

ຄົນເກີດວັນພະຫັດ:ການ​ງານການສ້າງ​ຜົນ​ງານ​ໄດ້​ໂດດ​ເດັ່ນ ຈະເຮັດໃຫ້ທ່ານມີຄວາມສາມາດເພີ່ມຂື້ນ ການ​ເງິນ​ຈະ​ເກີດ​ເລື່ອງ​ໂຊ​ກໃນເລື່ອງຂອງການເງິນ ຄວາມ​ຮັກເລື່ອງຄວາມຮັກຈະເປັນອີກໜື່ງກ້າວທີ່ເຮັດໃຫ້ທ່ານມີຄວາມອົດທົນ ແລະ ປະເສີດກັບທຸກບັນຫາ ເຄື່ອງມຸງຄຸນ ຕ່າງຫູຄໍາ ສີມຸງຄຸນສີຂາວ ເລກ​ນຳ​ໂຊກ​1

ຄົນເກີດວັນສຸກ:ການ​ງານການວາງ​ແຜນ​ຂະຫຍາຍ​ທຸລະກິດຄວນໃຫ້ມີຄວາມຮອບຄອບໃຫ້ຫຼາຍ ການ​ເງິນປະ​ສົບ​ບັນຫາ​ທາງ​ການ​ເງິນອາດໃຊ້ເງິນເກີນຈໍານວນທີ່ຕັ້ງໄວ້ ຄວາມ​ຮັກບໍ່ຄວນເປັນຄົນໃຈຮ້ອນໂດຍໃຊ້ຄໍາເວົ້າທີ່ຮຸນແຮງ ເພາະອາດເຮັດໃຫ້ຄວາມຮັກມີບັນຫາໄດ້ ເຄື່ອງມຸງຄຸນ​​ຫີນນໍາໂຊກສີແດງ ສີມຸງຄຸນສີມ້ວງ ເລກ​ນຳ​ໂຊກ​7

ຄົນເກີດວັນເສົາ:ການ​ງານການທີ່ມີຄວາມຕັ້ງໃຈຢາກເຮັດທຸລະກິດຂອງຕົວເອງ ພ້ອມການເຮັດວຽກໄປນໍາຕ້ອງໃຊ້ຄວາມຮອບຄອບໃຫ້ຫຼາຍ ການ​ເງິນ ​​ ມີ​ຂ່າວ​ດີ​ທາງ​ດ້ານ​ການ​ເງິນ ຈະມີຜູ້ໃຫຍ່ຊ່ວຍອຸປະຖໍາຄວາມ​ຮັກພົບ​ຮັກ​ທີ່​ດີ​ມີ​ຄວາມ​ສຸກຄົບກັນແບບຜູ້ໃຫຍ່ ໃຊ້ເຫດຜົນໃນການສົນທະນາກັນຈະເປັນສິ່ງທີ່ດີ ເຄື່ອງມຸງຄຸນ  ເງິນ ສີມຸງຄຸນສີຟ້າ
ເລກ​ນຳ​ໂຊກ​2