ກາຍປະເດັນ Miss Grand ລາວ-ໄທ ຈາກໄລສົດ ດີນ້າ ແລະ ຜູ້ອໍານວຍການກອງປະກວດ ມິສແກນລາວທີ່ໄລສົດ ຫຼຸດເວົ້າວ່ານາງງາມບາງຄົນທີ່ໄດ້ເຂົ້າຮອບ ພາສາບໍ່ເກັ່ງປານໃດ ໄດ້ພຽງ ເອບີຊີດີ

    2
    656

    ກ່ຽວກັບເວທີນາງງາມ ຕິດຕາມມາພັກໜຶ່ງກ່ຽວກັບເລື່ອງນີ້ຫຼັງຈາກການປະກວດຈົບ ດີນ້າ ແລະ ອ້າຍ ສາຍແກ້ວ ຜູ້ອໍານວຍການກອງປະກວດ ມິສແກນລາວ ອອກມາໄລສົດ ແລ້ວລົມກັນຫຼິ້ນໆ ກ່ຽວກັບນາງງາມຕ່າງໆ ທີ່ໄດ້ເຂົ້າຮອບ ປະເດັນນຄື ທາງ ດີນ້າ ແລະ ອ້າຍ ສາຍແກ້ວ ຫຼຸດເວົ້າວ່ານາງງາມບາງຄົນທີ່ໄດ້ເຂົ້າຮອບ ພາສາບໍ່ເກັ່ງປານໃດ ໄດ້ພຽງ ເອບີຊີດີ ແລ້ວຫົວຂວັນ

    ເຮັດໃຫ້ແຟນຄັບນາງງາມຫຼາຍໆຄົນ ບໍ່ພໍໃຈ ແລະ ຄັອມເມັ້ນຕ່າງໆໃນທາງທີ່ບໍ່ດີທີ່ນາງງາມລາວ ແລະ ຜູ້ອໍານວຍການກອງປະກວດ ມິສແກນລາວ ອອກມາໄລສົດ ເຖິງ

    ແມ່ນວ່າຈະບໍ່ໄດ້ອອກຊື່ວ່າ ເປັນນາງງາມປະເທດໃດ ຫຼື ໃຜກໍ່ຕາມເຮັກໃຫ້ຄົນຄົນໃຈວ່າໄປພາດພິງ ລະ ເຮັດໃຫ້ຄົນເອົາໄປໂຍງວ່າໄປເວົ້າໃຫ້ ມິສແກນໄທ ຫຼື ເປັນອິງຟ້າ ວະ

    ລາຫະ ທີ່ບໍ່ເກັ່ງພາສານັ້ນເອງ ເຊິ່ງອິງຟ້າໄດ້ເປັນຮອງອັນດັບສອງ ຂອງ miss grand international 2022 ກໍ່ເລີຍເຮັດໃຫ້ຄົນຄິດແລະເກີດປະເດັນນີ້ຂື້ນມາ ວ່າໄປພາດພິງອິິງຟ້າ ເກີດການວິພາກວິຈານຈາກແຟນນາງງາມ ທັງລາວ ແລະ ໄທ ຂື້ນ ບາງຄົນກໍ່ໃຫ້ກຳລັງໃຈ ບາງຄົນກໍ່ວິຈານແລະຊ້ຳເຕີມ

    ແລະຫຼ້າສຸດ ອິງຟ້າ ມິສແກນໄທແລນ 2022 ຫຼື ຮອງມິສແກນອິນເດີແນ່ຊັນນໍ 2022 ອອກວ່າບອກວ່ານອຍ ນອຍໃຈ ທັງທີ່ຢູ່ໃນກອງເປັນໝູ່ກັນ ຄິດວ່າເປັນໝູ່ກັນ
    ທັງນີ້ກໍຖ້າຕິດຕາມການເຄຍໃຈຕ່າງໆ ແລະ ຂໍໃຫ້ປັບຄວາມເຂົ້າໃຈກັນໂດຍດີເດີ້ ນາງງາມລາວໄທ ແລະຂໍຝາກຖິ້ມທ້າຍວ່າ ການທີ່ເປັນຄົນຈອງສັງຄົມ ຕ້ອງລະມັດລະວັງຄຳເວົ້າໜ້ອຍໜຶ່ງ ເພາະເວົ້າໄປແລ້ວ ຍິ່ງມີການຖ່າຍລົງໃນໂຊຊ້ຽວແລ້ວ ຄຳເວົ້າທີ່ເວົ້າໄປບໍ່ສາມາດແກ້ໄຂໄດ້ ເພາະມັນມີທັງຂໍ້ດີແລະຂໍ້ເສຍ


    ກາຍປະເດັນ Miss Grand ລາວ-ໄທ ຈາກໄລສົດ ດີນ້າ ແລະ ຜູ້ອໍານວຍການກອງປະກວດ ມິສແກນລາວທີ່ໄລສົດ ຫຼຸດເວົ້າວ່ານາງງາມບາງຄົນທີ່ໄດ້ເຂົ້າຮອບ ພາສາບໍ່ເກັ່ງປານໃດ ໄດ້ພຽງ ເອບີຊີດີ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.