ເກີດແຜ່ນດິນໄຫວບໍລິເວນ ແຂວງໄຊຍະບູລີ ຄວາມແຮງສັ່ນສະເທືອນວັດແທກໄດ້ 2.5 ຣິກເຕີ

0
71

ລາຍງານສະພາບການເກີດແຜ່ນດິນໄຫວ ໃນຄັ້ງວັນທີ 05 ພະຈິກ 2022, ເວລາ 11:27 ໂມງ.ລາຍງານການເກີດແຜ່ນດິນໄຫວຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດທົ່ວປະເທດເຊິ່ງໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍ ໃນປະເທດລາວ ຈຳນວນ 01 ຄັ້ງ, ໃນບໍລິເວນ ແຂວງ ໄຊຍະບູລີ ລາຍລະອຽດຂອງການເກີດແຜ່ນດິນໄຫວ ມີຄືດັ່ງລຸ່ມນີ້:

1. ໃນເວລາ 11:27:10, ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງເສັ້ນຂະໜານທີ່ 19.265°N ແລະ​ ເສັ້ນແວງທີ່ 101.350°E ຄວາມແຮງສັ່ນສະເທືອນວັດແທກໄດ້ 2.5 ຣິກເຕີ, ເຊິ່ງມີຄວາມເລີກຈາກເທິງໜ້າດິນປະມານ​ 10 Km ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ ບໍລິເວນ ບ້ານ ສີຊາຍທອງ ເມືອງ ໄຊສະຖານ ແຂວງ ໄຊຍະບູລີ, ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງ ໄຊສະຖານ ປະມານ 13 Km.
ໝາຍເຫດ: ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.