ຈັບໄດ້ແລ້ວ ຄົນລັກອຸປະກອນໄຟຟ້າຂອງສະຖານີໄຟຟ້າໂຄກສະອາດ

0
87

ຈັບແລ້ວ! ຄົນລັກອຸປະກອນໄຟຟ້າຂອງສະຖານີໄຟຟ້າໂຄກສະອາດຕອນເຊົ້າວັນທີ 4 ພະຈິກ 2022 ເວລາ 9:30 ໄດ້ມີແຜນປະກອບຄະດີຂອງບຸກຄົນເຂົ້າມາລັກເອົາອຸປະກອນໄຟຟ້າຂອງສະຖານີໄຟຟ້າໂຄກສະອາດ, ເມືອງໄຊທານີ ນະຄອນຫຼວງ ເຊິ່ງຜູ້ກ່ຽວໄດ້ລັກເຂົ້າມາຕັດເອົາສາຍດີນທີ່ເປັນທອງແດງ 3 ຄັ້ງ ຄັ້ງທີ 1 ວັນທີ 2/10/2022

ຄັ້ງທີ2 ວັນທີ 6/10/2022 ແລະ ຄັ້ງທີ 3 ໃນວັນທີ 14/10/2022 ຜູ້ກ່ຽວໄດ້ຕັດເອົາ 9 ຈຸດ ລວມຄວາມເສຍຫາຍ 16 ລ້ານກວ່າກີບ ອີງຕາມແຈ້ງການ ກະຊວງ

ພະລັງງານ ແລະ ບໍ່ແຮ່ ສະບັບເລກທີ1295/ຫກ ລົງວັນທີ 3 ມີຖຸນາ 2021 ບຸກຄົນທີ່ລັກອຸປະກອນສາຍສົ່ງໄຟຟ້າແຮງສູງແຮງກາງ ແລະ ແຮງຕໍ່າ ໃຫ້ໃຊ້ຄືນຕາມມູນຄ່າ

ພ້ອມທັງປັບໄໝ 200%ຂອງມູນຄ່າເສຍຫາຍ ນອກຈາກນັ້ນ ຖ້າຜູ້ກ່ຽວຫາກເຮັດໃຫ້ລະບົບຮັບສົ່ງໄຟຟ້າຖືກຟ້າຜ່າໝໍ້ແປງໄໝ້ ອຸປະກອນເສຍຫາຍ.

1. ກໍລະນີສົ່ງໄຟບໍ່ໄດ້ 1 ວັນລວມເປັນມູນຄ່າ 793 ລ້ານກວ່າກີບ. 2. ກໍລະນີສົ່ງໄຟບໍ່ໄດ້ 1 ອາທິດລວມມູນຄ່າ 5 ຕື້ 552 ລ້ານກວ່າກີບ. 3. ຖ້າໝໍ້ແປງ 115/22 ກວ ຂະໜາດ 50 ກິໂລໂວນອໍາແປ ມູນຄ່າ 13 ຕື້ກວ່າກີບ.

ສະຖານນີໄຟຟ້າ ຫຼື ລະບົບສົ່ງໄຟຟ້າ ເປັນຊັບຂອງຊາດ ເປັນເຂດທີ່ຕ້ອງຫ້າມ ແລະ ອັນຕະລາຍເຖິງຊີວິດ ຈິ່ງຫ້າມໃຫ້ທຸກຄົນເຂົ້າໄກ້ ແລະ ລັກເອົາອຸປະກອນທຸກຊະນິດຖ້າທ່ານລະເມີດອາດໄດ້ຮັບໂທດ ຕາມກົດໝາຍບ້ານເມືອງ.