ລົດໄຟລາວ-ຈີນ ເພີ່ມຖ້ຽວລົດໄຟ EMU ສອງຂະບວນຕໍ່ໃສ່ກັນ ເພື່ອຮອງຮັບຜູ້ມາທ່ຽວຊົມໃນງານບຸນທາດຫລວງ 4-8 ພະຈິກ
ເພື່ອຕອບສະໜອງຕາມຄວາມຕ້ອງການໃນການເດີນທາງຂອງຜູ້ໂດຍສານທີ່ເພີ່ມຂຶ້ນ ພ້ອມທັງອໍານວຍຄວາມສະດວກໃນການເດີນທາງມາທ່ຽວງານບຸນນະມັດສະການພະທາດຫລວງວຽງຈັນປະຈໍາປີ ພສ 2565 ຄສ 2022, ບໍລິສັດທາງລົດໄຟລາວ-ຈີນ ຈະໄດ້ເພີ່ມຂະບວນລົດໄຟຜູ້ໂດຍສານ EMU ສອງຂະບວນຕໍ່ໃສ່ກັນຄື: ຖ້ຽວ C84/3 ແລະ ຖ້ຽວ C92/1 ແລ່ນໄປ-ກັບ ຕັ້ງແຕ່ວັນວັນທີ 4-8 ພະຈິກ 2022.
ຕາຕະລາງແລ່ນລົດໄຟ EMU ຖ້ຽວ C92/1 ສອງຂະບວນຕໍ່ໃສ່ກັນຖ້ຽວ C92 ອອກຈາກສະຖານີນະຄອນຫລວງວຽງຈັນ 9:20 ໂມງ, ຮອດສະຖານີວັງວຽງ 10:15 ໂມງ ແລະ ຮອດສະຖານີປາຍທາງຫລວງພະບາງ, ເວລາ 11:13 ໂມງ. ສ່ວນ C91 ອອກຈາກສະຖານີຕົ້ນທາງຫລວງພະບາງເວລາ 11:40 ໂມງ, ຮອດສະຖານີວັງວຽງ, ເວລາ
12:32 ແລະຮອດສະຖານີປາຍທາງນະຄອນຫລວງວຽງຈັນ, ເວລາ 13:33 ໂມງ.ຕາຕະລາງແລ່ນລົດໄຟ EMU ຖ້ຽວ C84/3 ສອງຂະບວນຕໍ່ໃສ່ກັນ
ຖ້ຽວ C84 ອອກຈາກສະຖານີຕົ້ນທາງນະຄອນຫລວງວຽງຈັນ, ເວລາ 15:05 ໂມງ, ຮອດສະຖານີວັງວຽງ 16:11 ໂມງ ແລະຮອດສະຖານີປາຍທາງຫລວງພະບາງ, ເວລາ 17:10 ໂມງ. ສ່ວນ ຖ້ຽວ C83 ອອກຈາກສະຖາຫລວງພະບາງ 18:20, ຮອດສະຖານີວັງວຽງ 19:12 ແລະຮອດສະຖານີປາຍທາງນະຄອນຫລວງວຽງຈັນ, ເວລາ 20:13 ໂມງ.