ມອບບັດພະນັກງານ-ລັດຖະກອນໃຫ້ ສານປະຊາຊົນສູງສຸດ ແລະ ສານພາກກາງ

    0
    67

    ໃນວັນທີ 31 ຕຸລາ ຜ່ານມາ, ກົມຈັດຕັ້ງ-ພະນັກງານ ສານປະຊາຊົນສູງສຸດ ໄດ້ຈັດກອງປະຊຸມມອບ-ຮັບ ແລະ ແຈກຢາຍບັດພະນັກງານ-ລັດຖະກອນໃຫ້ພະນັກງານຂອງ ສານປະຊາຊົນສູງສຸດ ແລະ ສານປະຊາຊົນພາກກາງ, ເຂົ້າຮ່ວມເປັນປະທານໂດຍ ທ່ານ ຄໍາພັນ ບຸນພາຄົມ ຮອງປະທານສານປະຊາຊົນສູງສຸດ, ມີບັນດາທ່ານຫົວໜ້າຫ້ອງການ ພ້ອມດ້ວຍກົມ, ສານພາກກາງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    ສໍາລັບການອອກບັດພະນັກງານ-ລັດຖະກອນຂອງ ສານປະຊາຊົນ ໃນຄັ້ງນີ້ ແມ່ນເປັນການຈັດຕັ້ງປະຕິບັດຕາມຄໍາແນະນໍາ ສະບັບເລກທີ 01/ພນ, ລົງວັນທີ 25 ກຸມພາ 2021, ເຊິ່ງໄລຍະຜ່ານມາ ສານປະຊາຊົນສູງສຸດ ກໍໄດ້ສົມທົບກັບ ກະຊວງພາຍໃນ ເພື່ອອອກບັດໃຫ້ພະນັກງານ-ລັດຖະກອນ ຄື: ສານປະຊາຊົນສູງສຸດ, ສານປະຊາຊົນພາກກາງ ແລະ ສານປະຊາຊົນພາກເໜືອ.

    ສ່ວນສານປະຊາຊົນພາກໃຕ້ ແມ່ນຍັງບໍ່ທັນແຈກຢາຍເທື່ອ ເນື່ອງຈາກວ່າໄລຍະນັ້ນ ແມ່ນມີການແພ່ລະບາດຂອງພະຍາດໂຄວິດ-19 ຈຶ່ງເປັນສາເຫດໂຈະໄວ້ກ່ອນ ແລະ ສ່ວນພະນັກງານສານປະຊາຊົນທ້ອງຖິ່ນ ໃນຂອບເຂດເທົ່າປະເທດ ແມ່ນກໍາລັງດໍາເນີນການເກັບກໍາຂໍ້ມູນລາຍລະອຽດ.

    ການມອບ-ຮັບ ແລະ ແຈກຢາຍບັດພະນັກງານ-ລັດຖະກອນ ໃນຄັ້ງນີ້ ມີທັງໝົດ 101 ທ່ານ ຍິງ 42 ທ່ານ. ໃນນັ້ນ, ສານປະຊາຊົນສູງສຸດ ມີຈໍານວນ 77 ທ່ານ ຍິງ 32 ທ່ານ ແລະ ສານປະຊາຊົນພາກກາງ ຈໍານວນ 24 ທ່ານ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.