ປະຊາຊົນທີ່ໄດ້ຮັບຜົນກະທົບພໍໃຈຕໍ່ການຊົດເຊີຍຈາກເຂດເສດຖະກິດພິເສດບໍ່ເຕ່ນແດນງາມ

0
64

ປະຊາຊົນທີ່ໄດ້ຮັບຜົນກະທົບພໍໃຈຕໍ່ການຊົດເຊີຍຈາກເຂດເສດຖະກິດພິເສດບໍ່ເຕ່ນແດນງາມທ່ານ ກົງແສງ ແກ້ວແກ່ນຈັນ ນາຍບ້ານບໍ່ເຕ່ນ ແຂວງຫຼວງນໍ້າທາໄດ້ໃຫ້ສໍາພາດຕໍ່ນັກຂ່າວສະຖານີໂທລະພາບສູນກາງຈີນ(CMG )ເມື່ອບໍ່ດົນມານີ້ວ່າ: ບ້ານບໍ່ເຕ່ນມີປະຊາຊົນທັງໝົດ 1.315 ຄົນ, ຍິງ 545 ມີ 380 ​ຄອບຄົວ, ມີ 357 ຫຼັງຄາເຮືອນ

ປະກອບມີ 8 ຊົນເຜົ່າ,ເຊັ່ນ: ເຜົ່າລື້ກວມ 75%,​ ກຶມມຸ,​ ໄຕດໍາ, ເຜົ່າຍວນ, ເຜົ່າລາວ,​ເຜົ່າສາມຕາວ, ເຜົ່າມົ້ງ. ສະເພາະບ້ານ ແລະປະຊາຊົນທີ່ຖືກຜົນກະທົບຈາກໂຄງການສ້າງເຂດເສດຖະກິດພິເສດບໍ່ເຕ່ນແດນງາມ, ກໍໄດ້ຍົກຍ້າຍປະຊາຊົນໄປຢູ່ບ່ອນໃໝ່ຫ່າງຈາກເທດສະບານແຂວງປະມານ 3ກິໂລແມັດ, ບ້ານດັ່ງກ່າວແມ່ນຖືກຍົກຍ້າຍ

ມາແຕ່ປີ 2004 ພາຍຫຼັງພັກ ແລະ ລັດຖະບານມີການຊົດເຊີຍທີ່ຢູ່ອາໃສໃຫ້ແກ່ພໍ່ແມ່ປະຊາຊົນ ຜູ້ທີ່ມີເຮືອນຫຼັງນ້ອຍກໍສາມາດປຸງເຮືອນຫຼັງໃຫຍ່ ຜູ້ທີ່ມີເຮືອນຫຼັງໃຫຍ່ກໍ

ສາມາດປຸກເຮືອນແລະຍັງມີທຶນເຮັດທຸລະກິດພາຍໃນແກ່ຄອບຄົວ, ສວ່ນຄອບຄົວທີ່ຖືກໂຄງການແມ່ນໄດ້ຮັບການຊົດເຊີຍ ແລະມີເຮືອນວິລາຢູ່ໝົດທຸກຄອບຄົວ. ມາຮອດປະຈຸບັນ, ເຫັນວ່າສະພາບຊີວິດການເປັນຢູ່ດີຂຶ້ນກວ່າແຕ່ກ່ອນ.

ນາຍບ້ານຍັງໃຫ້ຮູ້ວ່າ: ໃນແຜນການພັດທະນາ 5 ປີຕໍ່ໜ້າ ແມ່ນຈະສືບຕໍ່ສ້າງອາຊີບໃຫ້ປະຊາຊົນຕໍ່າຫູກ, ທໍໄໝ ທີ່ເປັນເອກະລັກຂອງເຜົ່າລື້ ແລະປູກເຫັດ ເພື່ອຫຼີກລ່ຽງບໍ່ໃຫ້ປະຊາຊົນໄປເຮັດວຽກບ່ອນອື່ນ. ນອກນີ້, ຈະປັບປຸງສະຖານທີ່ຕະຫຼາດໃຫ້ມີຄວາມສະອາດ ໃນຕໍ່ໜ້າ ຫາກສປ ຈີນ ເປີດດ່ານກໍຈະມີນັກທ່ອງທ່ຽວເຂົ້າມາທ່ຽວຫຼາຍຂຶ້ນ ເຊິ່ງຈະສ້າງລາຍຮັບໃຫ້ແກ່ປະຊາຊົນໃນເຂດດັ່ງກ່າວຢ່າງໝັ້ນຄົງ.

ໂດຍລວມແລ້ວ, ພາຍຫຼັງທີ່ມີສະຖານີບໍ່ເຕ່ນຂອງສະຖານີລົດໄຟລາວ-ຈີນເກີດຂື້ນ,ກໍາມະກອນກໍເພີ່ມຂຶ້ນ ແລະມີຕະຫຼາດແຫ່ງໃໝ່ເກີດຂຶ້ນ,ເຮັດໃຫ້ປະຊາຊົນສ່ວນໃຫຍ່ແມ່ນປະກອບອາຊີບຄ້າ-ຂາຍຢູ່ໃນຕະຫຼາດແຫ່ງດັ່ງກ່າວ. ຕໍ່ກໍລະນີນີ້, ທ່ານນາຍບ້ານບໍ່ເຕ່ນໄດ້ກ່າວຕື່ມອີກວ່າ: ພາຍຫຼັງເລີ່ມມີການສໍາຫຼວດ ແລະ ກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ

ໃນປີ 2017 ເປັນຕົ້ນມາ, ໄດ້ມີວິຊາການລາວ-ຈີນ,ກຳມະກອນມາພັກເຊົາພາຍໃນເຂດກໍ່ສ້າງທາງລົດໄຟຫຼາຍຂື້ນ ແລະພາໃຫ້ມີທຸລະກິດການຄ້າຂາຍເກີດຂື້ນຢ່າງຄຶກຄື້ນ,

ແລະມາຮອດປະຈຸບັນ, ໄດ້ມີບໍລິສັດເອກະຊົນພາຍໃນບ້ານມາສໍາປະທານເຮັດເປັນຕະຫຼາດຊົນນະບົດ ເພື່ອເຮັດໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານບໍ່ເຕ່ນປປະກອບອາຊີບໃຫ້ຜູ້ຍິງຄ້າຂາຍ, ຜູ້ຊາຍກໍເປັນກໍາມະກອນ, ເຊິ່ງໄດ້ສ້າງວຽກເຮັດງານທໍາໃຫ້ແກ່ພໍ່ແມ່ປະຊາຊົນ,ທັງເຮັດໃຫ້ການເດີນທາງໄປມາຄ້າຂາຍກໍຍິ່ງສະດວກສະບາຍ.