ຄົນເກີດວັນອາທິດ:ການງານຫັກໂຫມວຽກຫຼາຍເກີນໄປສົ່ງຜົນຕໍ່ສຸຂະພາບເຮັດໃຫ້ເຈັບປ່ວຍໄດ້ ການເງິນຄົນຜິວຂາວຈະເຂົ້າມາອຸປະຖຳທາງການເງິນ ຄວາມຮັກທ່ານຍັງພົບຄວາມຜິດຫວັງເລື່ອງຄວາມຮັກ ເຄື່ອງມຸງຄຸນຫີຫີນນໍາໂຊກສີແດງ ສີມຸງຄຸນສີບົວ ເລກນຳໂຊກ9
ຄົນເກີດວັນຈັນ:ການງານໃຊ້ຈິນຕະນາການ ແລະ ຄວາມສ້າງສັນຜົນງານອອກມາໄດ້ຢ່າງໂດດເດັ່ນ ການເງິນເກີດການປ່ຽນແປງຂໍ້ຕົກລົງສັນຍາທາງດ້ານການເງິນ ຄວາມຮັກໄດ້ພົບຮັກກັບຄົນທີ່ມີຜິວສອງສີ ອາດເປັນບຸກຄົນທີ່ທ່ານອາດຄາດບໍ່ເຖິງ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີດໍາ ເລກນຳໂຊກ5
ຄົນເກີດວັນອັງຄານ:ການງານເກີດການຂັດແຍ້ງແຕກແຍກກັບຜູ້ບັງຄັບບັນຊາ ການເງິນການເດີນທາງໄກຈະເຮັດໃຫ້ໄດ້ເງິນກ້ອນໃຫຍ່ເຂົ້າມາໃຫ້ໃຊ້ຈ່າຍ ຄວາມຮັກເກີດຄວາມເຫີນຫ່າງກັບຄົນຮັກຫລາຍຂຶ້ນເພາະບໍ່ຄ່ອຍມີເວລາໃຫ້ກັນ ເຄື່ອງມຸງຄຸນ ເພັດສີແດງ ສີມຸງຄຸນສີຟ້າ ເລກນຳໂຊກ1
ຄົນເກີດວັນພຸດ:ການງານເກີດການປ່ຽນແປງຍົກຍ້າຍໄດ້ຮັບຕຳແໜ່ງໃໝ່ມີຊື່ສຽງແລ້ວໄດ້ເງິນຫລາຍຂຶ້ນກວ່າເກົ່າ ການເງິນໄດ້ເງິນມາເປັນຈຳນວນຫລາຍແຕ່ກໍໄປໃຊ້ເງິນຊື້ເຄື່ອງໃຫ້ກັບຄອບຄົວຂອງທ່ານເອງ ຄວາມຮັກໄດ້ພົບຮັກກັບຄົົນທີ່ມີສະເໜ່ ມີຊື່ສຽງໂດ່ງດັ່ງ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີເຫຼືອງ ເລກນຳໂຊກ2
ຄົນເກີດວັນພະຫັດ:ການງານການເດີນທາງຕິດຕໍ່ທຸລະກິດເກີດຂໍ້ຕົກລົງປະສົບຜົນດີີໃນວຽກງານຂອງທ່ານ ການເງິນໄດ້ຮັບຂ່າວດີເພາະຈະໄດ້ເງິນກ້ອນໃຫຍ່ເຂົ້າມາໃຫ້ທ່ານໄດ້ໃຊ້ຈ່າຍ ຄວາມຮັກການເດີນທາງໄປເຮັດບຸນມີໂອກາດໄດ້ພົບຮັກ ອາດໄດ້ພົບຮັກແບບບັງເອີນ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີນໍ້າຕານ ເລກນຳໂຊກ4
ຄົນເກີດວັນສຸກ:ການງານເຮັດທຸລະກິດຜິດພາດເຮັດໃຫ້ເສຍເງິນທຶນເປັນຈຳນວນຫລາຍໃນຊ່ວງນີ້ ການເງິນຄົນຮັກຈະມາຊ່ວຍເຫລືອ ແລະ ອຸປະຖຳທາງການເງິນ ຄວາມຮັກໃຫ້ລະວັງເລື່ອງຂອງການເຈລະຈາກັບຄົນຮັກ ເພາະທ່ານອາດໃຊ້ອາລົມເກີນໄປ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີສົ້ມ ເລກນຳໂຊກ3
ຄົນເກີດວັນເສົາ:ການງານ ການເຮັດທຸລະກິດໃນຮູບແບບໃໝ່ທີ່ທ່ານຄິດຢູ່ຈະເກີດຜົນຄວາມສຳເລັດ ການເງິນຫາເງິນໄດ້ເຂົ້າມາເປັນຈຳນວນຫລາຍແຕ່ໃຫ້ລະວັງເລື່ອງຂອງລາຍຈ່າຍໃຫ້ຫຼາຍເຊັ່ນດຽວກັນ ຄວາມຮັກຈະປະຕິເສດຄວາມສຳພັນໃນເລື່ອງຮັກເພາະທ່ານຍັງບໍ່ຢາກມີໃຜເຂົ້າມາ ເຄື່ອງມຸງຄຸນ ຄໍາ ສີມຸງຄຸນສີດໍາ ເລກນຳໂຊກ7