ພາສີ ປະຈຳຈຸດປະສານງານນໍ້າເກື້ອ ເມືອງຄຳ ແຂວງຊຽງຂວາງ ກັກລົດຂົນແຮ່ອອກຈາກເຂດບ້ານຍອດລ້ຽງ ຈໍານວນ 13 ຄັນ
ໃນເວລາ14:30ໂມງຂອງວັນທີ25ຕຸລາ2022ຜ່ານມານີ້, ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ) ປະຈຳຈຸດປະສານງານນໍ້າເກື້ອ ເມືອງຄຳ ແຂວງຊຽງຂວາງ, ໄດ້ຮັບແຫຼ່ງຂາວຈາກພົນລະເມືອງດີວ່າ: ມີການຂົນແຮ່ອອກຈາກເຂດບ້ານຍອດລ້ຽງເມືອງຄຳ ແຂວງຊຽງ.
ເມື່ອໄດ້ຮັບແຫຼ່ງຂາວຄືດັ່ງນັ້ນ, ເຈົ້າໜ້າທີ່ ພສປ, ຈຶ່ງໄດ້ປະສານສົບກັບພາສີ ປະຈຳແຂວງຊຽງຂວາງ, ເພື່ອຕິດຕາມຕາມເສັ້ນທາງດັ່ງກ່າວ, ມາຮອດເວລາ24:00ໂມງ, ໄດ້ເຫັນລົດເປົ້າໝາຍຈໍານວນ13ຄັນ, ຈຶ່ງໄດ້ສະກັກ ແລະ ຂໍອະນຸຍາດກວດກາເອກະສານເຫັນວ່າບໍ່ເອກະສານຍັງ.
ພາສີ ປະຈຳຈຸດປະສານງານນໍ້າເກື້ອ ເມືອງຄຳ ແຂວງຊຽງຂວາງ ກັກລົດຂົນແຮ່ອອກຈາກເຂດບ້ານຍອດລ້ຽງ ຈໍານວນ 13 ຄັນ