ອ່ານແລ້ວນ້ຳຕາຊິໄຫຼ! ຄຳວ່າລຳບາກຂອງແຕ່ລະຄົນບໍ່ຄືກັນແທ້ໆ ບາງມື້ກິນເຂົ້າລ້າມື້ນີ້ກິນແຈ່ວປາກະເຕົາ ອ່ານແລ້ວນ້ຳຕາຊິໄຫຼ! ຄຳວ່າລຳບາກຂອງແຕ່ລະຄົນບໍ່ຄືກັນແທ້ໆ ໃຜທີ່ກຳລັງທໍ້ເບິ່ງລຸງຄົນນີ້ເປັນຕົວຢ່າງເດີ້ ຈາກຜູ້ໃຊ້ເຟສບຸກ Noui Simoukda ໄດ້ໂສວ່າ: ຖາມທຳອິດ ກິນເຂົ້າແລ້ວບໍ່ລຸງ? ບໍ່ຢາກເຂົ້າ ກິນບໍ່ແຊບ (ນ່ານພັດຊິມາຕວະ ຄົນຂີ້ຕວະຄືເຮົາ ບໍ່ຄືໜາາ)
ຖາມຈີ້ເຂົ້າໄປ ຈື່ງຮູ້ວ່າບໍ່ມີເງິນ ຊື້ຂອງກິນ (ເພາະຫາກໍ່ເລີ່ມມາເຮັດວຽກ ຍັງບໍ່ໄດ້ເງິນເດືອນ ຕ້ອງໄດ້ອົດປະຫຍັດ) ເຂົ້າໜຽວ ແມ່ນບໍລິສັດເອົາໃຫ້ ສ່ວນອາຫານ ບາງມື້ຂໍກິນນໍາໝູ່ ບາງມື້ກິນເຂົ້າລ້າ (ມື້ນີ້ກິນແຈ່ວປາກະເຕົາ ກັບເຮົານີ້ນໍລຸງ ແຊບຄືກັນ)
ມື້ຕໍ່ໄປຈື່ງວ່າກັນນໍ ປ່ອນຍື່ນ ຊ່ວຍກັນເພື່ອນມະນຸດ. ຊິວິດໃນເມືອງ ຜັກ1ເສັ້ນກໍ່ໄດ້ຊື້ກິນ ບໍ່ຄືຢູ່ເຂດນອກນໍລຸງ ພໍໄດ້ເຂົ້າປ່າຫາກິນ ເກັບຜັກຫັກໜໍ່ ປະທັງຊີວິດໄປ.ເປັນເລື້ອງລາວດີໆ ທີ່ຢ່າງນ້ອຍກໍ່ເຮັດໃຫ້ຮູ້ວ່າຄົນລາວເຮົາເປັນຄົນມີນ້ຳໃຈກັນ ເຫັນຕົກທຸກໄດ້ຍາກກໍ່ຍິນດີທີ່ຈະຊ່ວຍກັນ ແລະ ມີນ້ຳໃຈໃຫ້ກັນ