ຂໍຄວາມຊ່ວນເຫຼືອແດ່ຂໍຄຳປຶກສານຳ ທຸກຄົນເລື້ອງມີຢູ່ວ່າທ້າວ ກ (ນາມສົມມຸດ) ລາວມາຂໍຢືມຄຳຂ້ອຍໄປໃສ່ແລ້ວຮອດມື້ຂ້ຍຖາມເອົາຄືນລາວວ່າລາວຂາຍໄປແລ້ວ ຂ້ອຍກັບລາວຈຶ່ງເຮັດໃບສັນຍາໃຊ້ໜີ້ໃສ່ກັນແຕ່ວ່າຜູ້ກ່ຽວບໍ່ຍອມໂອນເງິນຕາມທີ່ສັນຍາໄວ້ຈັກກີບຕອນນີ້ສັນຍາກໍ່ໄດ້ໝົດແລ້ວ ເງິນບໍ່ເຂົ້າບັນຊີຂ້ອຍຈັກກີບຂ້ອຍໄດ້ຖາມລາວຫຼາຍຄັ້ງລາວກະວ່າມື້ນັ້ນມື້ນີ້ຈົນຂ້ອຍທົນບໍ່ໄຫວແລ້ວ ຂ້ອຍຢາກຮູ້ວ່າສາມາດດຳເນີນແຈ້ງຄວາມກັບລາວໄດ້ບໍ່ ຫຼື ມີວິທີໃດແດ່ຂໍພິຈາລະນາຊ່ວຍຂ້ອຍແດ່
ແລະລ່າສຸດໃນທາງກົດໝາຍໄດ້ໂພສວ່າ ຈາກເພກ “Law learning ຮຽນຮູ້ເລື່ອງກົດຫມາຍ” ໄດ້ໂພສວ່າ ໃນກໍລະນີ້ ທ້າວກໍ ຈະມີຄວາມຜິດໃນຂໍ້ຫາ ການສໍ້ໂກງຊັບ ບຸກຄົນໃດ ຫາກໄດ້ໃຊ້ເລ່ລ່ຽມ ຕົວະຍົວະຫຼອກລວງ ດ້ວຍວິທີໃດກໍຕາມ ເພື່ອເຮັດໃຫ້ຜູ້ອື່ນເອົາຊັບ ໃຫ້ຕົນ ຈະຖືກລົງໂທດຕັດອິດສະລະພາບແຕ່ ສາມເດືອນ ຫາ ສາມປີ ໃນກໍລະນີເອົາການສໍ້ໂກງຊັບເປັນອາຈີນ,
ມີການຈັດຕັ້ງເປັນກຸ່ມ ຫຼື ໃນກໍລະນີກໍ່ຄວາມເສຍຫາຍ ແຕ່ສາມປີ ຫາ ແປດປີ ແລະ ຈະຖືກປັບໃໝ ແຕ່ ຄວາມພະຍາຍາມກໍ່ການກະທໍາຜິດ ກໍຈະຖືກລົງໂທດ. ທ້າຍເດືອນຕຸລາ 2022 ທີ່ ນະຄອນຫລວງວຽງຈັນ