ປະກາດເຖິງຍາດພີ່ນ້ອງ ພົບຜູ້ເສຍຊີວິດໄຫລນໍ້າ ທ່າບ້ານ ວັດແສນ ນະຄອນຫລວງພະບາງ
ໜ່ວຍກູ້ຊີບອົງການກາແດງລາວຫຼວງພະບາງລາຍງານໃຫ້ຮູ້ວ່າ: ວັນທີ 27 ຕຸລາ 2022 ເວລາ 14:22ນາທີ ໄດ້ພົບຜູ້ເສຍຊີວິດໄຫລນ້ຳຄານຢູ່ທ່າບ້ານ ວັດແສນ ນະຄອນຫລວງພະບາງ ຜູ້ເສຍຊີວິດເພດຊາຍ 1 ຄົນ: ຊື່ທ້າວ ກຸນເທວິນ ກຸນທະວັດພິນໂຍ ອາຍຸ 31ປີ ສັນຊາດລາວ (ຕາມໃຍຂັບຂີ່)
ສ່ວນຂໍ້ມູນຕ່າງໆແມ່ນຢູ່ໃນການສືບສວນຂອງເຈົ້າຫນ້າທີ່ຕຳຫລວດປະກາດເຖິງຍາດພີ່ນ້ອງຂອງຜູ້ເສຍຊີວິດເມື່ອຊາບຂ່າວນີ້ໃຫ້ມາພົວພັນເອົາສົບຜູ້ເສຍຊີວິດເພື່ອໄປເຮັດຕາມພິທີຕາມສາສະໜາ.
ທາງທີມງານຂໍສະແດງຄວາມເສຍໃຈມາຍັງຄອບຄົວແລະຍາດພີ່ນ້ອງຂອງຜູ້ເສຍຊີວິດຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ພົບພູມທີ່ດີດ້ວຍເທີ້ນ
ປະກາດເຖິງຍາດພີ່ນ້ອງ ພົບຜູ້ເສຍຊີວິດໄຫລນໍ້າ ທ່າບ້ານ ວັດແສນ ນະຄອນຫລວງພະບາງ