ພໍ່ບ້ານໃຈກ້າ ລຸງເຊື່ອງເງິນເມຍເປັນເວລາ 5ປີ ແລ້ວແບກເງີນໃສ່ກະເປົ໋າເພື່ອຊື້ຄຳເປັນຂອງຂວັນໃຫ້ເມຍ

    0
    64

    ສຸດຍອດ! ລຸງເຊື່ອງເງິນເມຍຕັ້ງ5ປີ ເປ້ໃສ່ເປົາເພື່ອຊື້ຄຳເປັນຂອງຂວັນໃຫ້ເມຍ.ໂດຍເລື່ອງນີ້ຜູ້ສື່ຂ່າວເດີນທາງໄປພົບ ທ້າວ ປະຈິມ ຄົງແຕງ ( ປະເທດໄທ) ເສື້ອລົດຈັກຮັບຈ້າງເປີດເຜີຍເລື່ອງທີ່ເກີດຂຶ້ນວ່າ ທີ່ຜ່ານຊີວິໃນໄວເດັກຄ່ອນຂ້າງລຳບາກ ຕ້ອງເຮັດວຽກຮັບຈ້າງບໍ່ວ່າຈະເປັນວຽກຮັບຈ້າງອັດອ້ອຍໄດ້ຮັບຄ່າ

    ແຮງ 20ບາດ ຕໍ່ອ້ອຍ 100ມັດ ງານຮັບຈ້າງເກັບໝາດເຜັດຄ່າແຮງ 2ບາດຕໍ່ໝາກເຜັດ 1ກ.ກ ເຮັດໃຫ້ເຫັນຄຸນຄ່າຂອງເງິນ.“ເມື່ອແຕ່ງານມີຄອບຄົວແລ້ວ ບໍ່ຢາກໃຫ້ພັນລະຍາແລະລູກຕ້ອງລຳບາກ ເລີ່ມເກັບອອມເງິນຕັ້ງແຕ່ 20ປີທີ່ຜ່ານມາ ໂດຍຕົນຈະເລືອກໃຊ້ຈ່າຍຢ່າງປະຢັດ ຊື້ເທົ່າທີ່ຈຳເປັນ ແລະໃຊ້ສິ່ງຂອງທຸກອັນຢ່າງຄຸ້ມຄ່າ ການກິນຢູ່ກໍ່ມີການວາງແຜນ ທຸກມື້ນີ້ໃຊ້ເງິນບໍ່ຮອດ 100ບາດ”

    ແລະບອກອີກວ່າສຳລັບເທັກນິກການເກັບເງິນນັ້ນ ເນື່ອງຈາກມີອາຊີບຂີ່ລົດຈັກຮັບຈ້າງ ແຕ່ລະມື້ກໍ່ມີລາຍໄດ້ບໍ່ເທົ່າກັນ ບາງມື້ໄດ້ຫຼາຍບາງມື້ໄດ້ໜ້ອຍ ຈະແບ່ງລາຍໄດ້ສ່ວນໜຶ່ງ ທັງຫຼຽນແລະທະນະບັດ້ກັບໃສ່ຊອງ ແລ້ວນຳໄປຊ່ອນໄວ້ຈຸດຕ່າງໆຂອງເຮືອນບໍ່ໃຫ້ພັນລະຍາຮູ້

    ເມື່ອຮວບຮວມໄດ້ຕາມທີ່ຕ້ອງການແລ້ວຈະນຳໄປຊື້ສິ່ງຂອງໃຫ້ຄົນໃນຄອບຄົວ ແຕ່ຄວາມຕັ້ງໃຈທີ່ສຸດຄື ເກັບເງິນຊືຄຳເປັນຂອງຂວັນໃຫ້ພັນລະຍາ ເນື່ອງຈາກຕົນມີລາຍຈ່າຍທີ່ຕ້ອງຮັບຜິດຊອບ ຕ້ອງໃຊເວລາຊ່ອນເງິນດົນກວ່າ 5ປີ

    ຈົນກະທັ່ງຕອນນີ້ໄດ້ນຳເງິນທີ່ຊ່ອນໄວ້ທັງໝົດອອກມານັບລວມໄດ້ເກືອບ 190.000ບາດ ຈາກນັ້ນໄດ້ພາພັນລະຍາໄປຊື້ຄຳ ແຕ່ຫຼັງຈາກນັ້ນພັນລະຍາໄດ້ປະຕິເສດແລ້ວຍົກຄຳທັງໝົດໃຫ້ຂ້ອຍແທນ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.