ແຂວງບໍລິຄໍາໄຊ ສຸມໃສ່ແກ້ໄຂບັນຫາຢາເສບຕິດ ຈັບເປົ້າໝາຍມາດຳເນີນຄະດີໄດ້ 503 ຄົນ

    0
    58

    ແຂວງບໍລິຄໍາໄຊ ເປັນແຂວງໜຶ່ງທີ່ມີການລະບາດຂອງຢາເສບຕິດ ເຮັດໃຫ້ເກີດບັນຫາປະກົດການຫຍໍ້ທໍ້ຕ່າງໆພາຍໃນແຂວງຕາມມາ ເພື່ອແກ້ໄຂໜໍ່ແໜງຄວາມບໍ່ສະຫງົບ, ຄະນະນໍາແຂວງ ຈຶ່ງມອບໝາຍໃຫ້ກໍາລັງປ້ອງກັນຄວາມສະຫງົບສຸມໃສ່ສະກັດກັ້ນ ແລະ ແກ້ໄຂບັນດັ່ງກ່າວຢ່າງຈິງຈັງ ແລະ ເຂັ້ມງວດ ເພື່ອຮັບປະກັນໃຫ້ແຂວງມີຄວາມສະຫງົບ.

    ພັອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ ກ່າວວ່າ: ຢາເສບຕິດໄດ້ສ້າງຜົນຮ້າຍເປັນໄພອັນຕະລາຍທີ່ສົ່ງຜົນກະທົບທາງກົງ ແລະ ທາງອ້ອມຕໍ່ການພັດທະນາເສດຖະກິດ-ສັງຄົມ; ຜ່ານມາແຂວງບໍລິຄໍາໄຊ ໄດ້ຮັບຜົນກະທົບຈາກການລະບາດຂອງຢາເສບຕິດ ພາໃຫ້ເກີດມີປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນບັນຫາຂີ້ລັກງັດແງະ, ຊິງ ຊັບ, ປຸ້ນຊັບ, ນັກເລງອັນຕະພານ, ກິນຫຼິ້ນຟຸມເຟືອຍ ແລະອື່ນໆ; ໃນ 1 ປີຜ່ານມາ, ເຈົ້າໜ້າທີ່ໄດ້ເອົາໃຈໃສ່ປະຕິບັດຜັນຂະຫຍາຍວາລະແຫ່ງຊາດວ່າດວ້ຍການແກ້ໄຂບັນຫາຢາເສບຕິດ ແລະ ໄດ້ລົງໂຄສະນາເຜີຍແຜ່ເອກະສານ, ກົດ ໝາຍວ່າດ້ວຍຢາເສບຕິດ, ສາຍສາລະຄະດີກ່ຽວກັບຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ ເພື່ອປູກຈິດສຳນຶກໃຫ້ປະຊາຊົນ, ຊາວໝຸ່ມ-ແມ່ຍິງ, ນັກຮຽນ, ນັກສຶກສາໃຫ້ເຂົ້າໃຈເຖິງຜົນກະທົບຂອງຢາເສບຕິດທີ່ມີຕໍ່ຜູ້ຄ້າ-ຂາຍ, ຜູ້ຂົນສົ່ງ, ຜູ້ຄອບຄອງ ແລະ ຜູ້ເສບ, ຜົນສະທ້ອນຕໍ່ຄອບຄົວ ແລະ ສັງຄົມ. ຜ່ານມາໄດ້ລົງເຜີຍແຜ່ຈຳນວນ 234 ຄັ້ງ, ມີຜູ້ເຂົ້າຮ່ວມ 12.953 ຄົນ ຍິງ 5.800 ຄົນ ແລະ ອອກຂ່າວທາງສື່ອອນລາຍ 65 ຄັ້ງ.

    ຄຽງຄູກັນນັ້ນ, ຍັງສຸມໃສ່ວຽກງານສະກັດກັ້ນ ແລະ ແກ້ໄຂ້ບັນຫາຢາເສບຕິດ ສາມາດມ້າງຄະດີໄດ້ທັງໝົດ 327 ເລື່ອງ, ຈັບຜູ້ຖືກຫາໄດ້ 503 ຄົນ ຍິງ 41 ຄົນ, ຕ່າງປະເທດ 6 ຄົນ, ຢຶດຂອງກາງຢາເສບຕິດປະເພດຢາບ້າ 250.158 ເມັດ, ຝິ່ນ 500 ກຼາມ, ເຮໂຣອິນ 9 ແທ່ງ ນໍ້າໜັກ 3,5 ກິໂລກຼາມ, ຢາໄອສ໌ 110 ກິໂລກຼາມ, ກັນຊາແຫ້ງ 3.722 ກິໂລກຼາມ, ກາ ເຟຊອງປະສົມສານເສບຕິດ 783 ຊອງ, ກະ ເຟປ໋ອງປະສົມສານເສບຕິດ 87 ປ໋ອງ, ລົດໃຫ່ຍ 10 ຄັນ, ລົດຈັກ 44 ຄັນ, ປືນສັ້ນ 2 ກະບອກ, ລູກປືນ AK ຈໍານວນ 2 ລູກ, ລູກປືນ K44 ຈໍານວນ 7 ລູກ, ປືນປະດິດຍີງດ້ວຍລູກຕະປູກ 1 ກະບອກ, ປືນແກ໋ບ 1 ກະບອກ; ຈາກຄະດີ ທີ່ແກ້ໄຂໄດ້ ພວກເຮົາສົ່ງສໍານວນຄະດີໃຫ້ໄອ ຍະການຟ້ອງສານຕັດສິນ ຈໍານວນ 233 ເລື່ອງ, ມີຜູ້ຖືກຫາ 290 ຄົນ ຍິງ 18 ຄົນ, ຢາບ້າ 408.060 ເມັດ, ເຮໂຣອິນ 600 ແທ່ງ ນໍ້າໜັກ 231 ກິໂລກຼາມ, ຢາໄອສ໌ 35 ກິໂລກຼາມ, ກັນ ຊາ 1.752 ກິໂລກຼາມ, ປືນແກ໋ບ 6 ກະບອກ, ລົດໃຫ່ຍ 9 ຄັນ ແລະ ລົດຈັກ 18 ຄັນ.

    ນອກຈາກນີ້, ໃນວັນທີ 12 ຕຸລາ 2022, ແຂວງບໍລິຄໍາໄຊ ກໍໄດ້ຈັດພິທີຈູດຢາເສບຕິດຂຶ້ນ ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 21 ປີ ໂດຍການເປັນປະທານຂອງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ມີການນໍາແຂວງ, ເຈົ້າເມືອງ-ຮອງເຈົ້າເມືອງ, ສະພາປະຊາຊົນແຂວງ, ພະແນກການກົມກອງອ້ອມຂ້າງແຂວງ ພ້ອມດ້ວຍກອງບັນຊາການທະຫານແຂວງ ກອງບັນຊາການ ປກສ ແຂວງ ແລະ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ຢາເສບຕິດທີ່ນໍາມາຈູດໃນຄັ້ງນີ້ ລວມມີ: ຢາບ້າຈໍານວນ 3.209.928 ເມັດ, ຢາໄອສ໌ 35 ກິໂລກຼາມ, ກັນຊາແຫ້ງ 5.602 ກິໂລກຼາມ ທີ່ເປັນຂອງກາງຄະດີ ໂດຍຜ່ານການສືບສວນ-ສອບສວນ, ດຳເນີນຄະດີ ແລະ ຜ່ານການຕັດສິນຢ່າງຖືກຕ້ອງຕາມລະບຽບກົດໝາຍ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.