ກະຊວງ ປກສ ໄດ້ຈັດຕັ້ງໂຄສະນາກ່ຽວກັບບັນຫາທີ່ພາໃຫ້ເກີດປະກົດການຫຍໍ້ທໍ້ໃນສັງຄົມ

    0
    60

    ກົມຕໍາຫຼວດສືບສວນ-ສອບສວນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ຈັດຕັ້ງໂຄສະນາກ່ຽວກັບບັນຫາທີ່ພາໃຫ້ເກີດປະກົດການຫຍໍ້ທໍ້ໃນສັງຄົມໃນວັນ ທີ 20 ຕຸລາ 2022, ເຂົ້າຮ່ວມມີ ພົຈວ ແກ່ນຈັນ ພົມມະຈັກ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ, ຫົວໜ້າກົມສືບສວນ-ສອບສວນ, ມີຮອງຫົວໜ້າກົມສືບສວນ-ສອບ ສວນ, ຕາງໜ້າພະແນກທີ່ກ່ຽວຂ້ອງ, ນາຍ ແລະ ພົນຕໍາຫຼວດ ເຂົ້າຮ່ວມ.

    ພັທ ໄພວັນ ໄຊປະເສີດ ຮອງຫົວໜ້າ ພະແນກສະກັດກັ້ນອາຊະຍາກໍາ ແລະ ຕ້ານກໍ່ການຮ້າຍ ກ່າວວ່າ: ການຈັດຕັ້ງໂຄສະນາກ່ຽວກັບບັນຫາປະກົດ ການຫຍໍ້ທໍ້ຕ່າງໆໃນຄັ້ງນີ້, ເພື່ອເປັນການໂຄສະນາເຜີຍແຜ່ໃຫ້ບັນດາພະແນກ, ນາຍ ແລະ ພົນຕໍາຫຼວດທີ່ກ່ຽວຂ້ອງຮັບຮູ້ ແລະ ເຂົ້າໃຈກ່ຽວກັບເງື່ອນໄຂ, ສາເຫດ, ວິທີການ, ແຮງຈູງໃຈທີ່ພາໃຫ້ມີການກໍ່ເຫດການປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ໃນສັງຄົມປັດຈຸບັນນີ້, ເພື່ອຊອກຫາວິທີການແກ້ໄຂໃຫ້ວ່ອງໄວ, ທັນການ ແລະ ຖືກເປົ້າໝາຍ.

    ການໂຄສະນາຄັ້ງນີ້, ມີເອກະສານກ່ຽວກັບບັນຫາການຍາດຊິງຊັບ, ເອກະສານກ່ຽວກັບບັນຫາການລັກຊັບ, ເອກະສານກ່ຽວກັບບັນຫາການຄາດຕະກໍາ ແລະ ເອກະສານກ່ຽວກັບບັນຫາການປຸ້ນຊັບ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.