ມອບຊັບທີ່ສານຕັດສິນ ຕົກເປັນຂອງລັດ ຫລາຍລາຍການ

    0
    66

    ໃນວັນທີ 21 ຕຸລາ 2022 ເຈົ້າຫນ້າທີ່ ຕຳຫລວດ ໄດ້ມີການມອບຊັບສິນ ທີ່ຖືກສານຕັດສິນແລ້ວ ໃຫ້ກະຊວງການເງິນ ຈຳນວນຫລາຍການ ( ສຳລັບ ນະຄອນຫລວງວຽງຈັນ )

    ເຊິ່ງຊັບສິນປະກອບມີ: ທີ່ດິນພ້ອມເຮືອນຈໍານວນ 8 ຕອນ ໄມ້ແປຮູບຈໍານວນ 92 ໂຕ ລົດໃຫຍ່ຈໍານວນ 12 ຄັນ ລົດຈັກຈໍານວນ 19 ຄັນ ວັດຖຸມີຄ່າຈໍານວນ 43 ລາຍການໃນ 17 ຄະດີ ເງິນສົດ.

    ໃນນີ້ ເງິນກີບຈຳນວນ 2.103 ຕື້ກີບ ເງິນບາດໄທຈຳນວນ 698.680 ບາດ ເງິນໂດລາສະຫະລັດ ຈຳນວນ 4.202 ໂດລາສະຫະລັດ ເງິນຢວນຈຳນວນ 50 ຢວນ ເງິນດົງ ຈຳນວນ 10.000 ດົງ. ທັງຫມົດແມ່ນຄະດີຢາເສບຕິດ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.