ເຈົ້າໜ້າທີ່ ປກສ ກຸ່ມບ້ານພົງ ເມືອງຫີນບູນ ແຂວງຄຳມ່ວນ ໄດ້ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າ ດ້ວຍການແກ້ໄຂບັນຫາຢາເສບຕິດ ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ. ໃນນັ້ນ, ຜ່ານການຈັດຕັ້ງປະຕິບັດຕົວຈິງຈໍານວນ 5 ບ້ານ ຄື: ບ້ານປຸ່ງເໜືອ, ບ້ານນາເໜືອ, ບ້ານໂພນຄໍ້, ບ້ານຫ້ວຍກະຊະ ແລະ ບ້ານທ່າສົ້ມໂຮງ ທີ່ຂຶ້ນກັບ ປກສ ກຸ່ມ ໄດ້ເຊີນເອົາຜູ້ຖືກເຄາະຮ້າຍຈາກບັນຫາຢາເສບຕິດຈໍານວນ 177 ຄົນ ຍິງ 7 ຄົນ ມາສຶກສາອົບຮົມໃຫ້ຮັບຮູ້ເຂົ້າໃຈກ່ຽວກັບຜົນຮ້າຍຂອງຢາເສບຕິດ.
ພັທ ແກ້ວອຸດອນ ພວງມະໄລ ຄະນະລົງກໍ່ສ້າງຮາກຖານການເມືອງ 917 ທັງເປັນຄະນະຮັບຜິດຊອບສູນບັ້ນສຶກສາອົບຮົມຜູ້ຖືກເຄາະຮ້າຍຈາກຢາເສບຕິດສູນ ບ້ານປຸ່ງເໜືອ ໄດ້ຜ່ານລາຍງານຜົນຂອງການຈັດຕັ້ງປະຕິບັດບັ້ນສຶກສາອົບຮົມ, ເຊິ່ງນັບແຕ່ວັນທີ 31 ສິງຫາ – ວັນທີ 14 ຕຸລາ 2022, ໃນພິທີປິດຝຶກອົບຮົມຜູ້ເຄາະຮ້າຍຈາກຢາ
ເສບຕິດຢູ່ ປກສ ກຸ່ມບ້ານພົງ, ຄະນະຮັບຜິດຊອບໄດ້ນຳເອົາຜູ້ທີ່ຖືກເຄາະຮ້າຍຈາກຢາເສບຕິດເຂົ້າມາສູນສຶກສາອົບຮົມຕົວຈິ່ງ ຈຳນວນ 177 ຄົນ ຍິງ 7 ຄົນ. ນອກນີ້, ຍັງມີພໍ່-ແມ່ຜູ້ປົກຄອງທີ່ຈິງໃຈນຳເອົາລູກຫຼານຂອງຕົນທີ່ຖືກເຄາະຮ້າຍຈາກຢາເສບຕິດ ຈຳນວນໜຶ່ງມາມອບໃຫ້ເຈົ້າໜ້າທີ່; ເຊິ່ງພາຍຫຼັງຜູ້ຖືກສືກສາອົບຮົມທີ່ເຂົ້າມາສູນແລ້ວ
ແມ່ນໄດ້ປະຕິບັດລະບຽບຂອງສູນວາງອອກຢ່າງເຂັ້ມງວດເປັນຕົ້ນໄດ້ຈັດແບ່ງຈຸແບ່ງໜ່ວຍໃນການກວດກາຈຳນວນພົນໃນແຕ່ລະວັນ ແລະ ເຮັດກິດຈະກຳຕ່າງໆ, ໃນບັ້ນສຶກສາ
ອົບຮົມຄັ້ງນີ້ຜູ້ຖືກເຄາະຮ້າຍຈາກຢາ ເສບຕິດຍັງໄດ້ຮັບຟັງການເຜີຍແຜ່ບັນດາເອກະສານທີ່ສຳຄັນຕ່າງໆ ເຊັ່ນ: ເອກະສານປະເທດລາວຄົນລາວເປັນເຈົ້າຂອງ, ເອກະສານປະມວນກົດໝາຍອາຍາສະບັບປັບປຸງ, ເອກະສານກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ, ເອກະສານກົດລະບຽບຈະລາຈອນທາງບົກ ແລະ ເອກະສານອື່ນໆອີກຈຳ ນວນໜຶ່ງ.
ຜ່ານການສຶກສາອົບຮົມເຜີຍແຜ່ເອກະສານ ແລະ ນິຕິກຳຕ່າງໆຕະຫຼອດໄລຍະ 45 ວັນ ເຫັນວ່າ ຜູ້ຖືກເຄາະຮ້າຍຈາກຢາເສບຕິດຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ເຫັນໄດ້ເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດທີ່ສ້າງຄວາມບໍ່ສະຫງົບ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ ເພື່ອເຮັດໃຫ້ເຂົາເຈົ້າມີການປ່ຽນແປງແນວຄິດຈິດໃຈຕີຖອຍອອກຫ່າງຈາກຢາເສບຕິດ ແລະ ບໍ່ ກັບໄປມົ້ວສຸມຢາເສບຕິດຄືນອີກ.
ໂອກາດດຽວກັນ, ບັນດາຜູ້ເຂົ້າຮ່ວມ, ພໍ່-ແມ່ຜູ້ປົກຄອງ ແລະ ຜູ້ຖືກເຄາະຮ້າຍ ຍັງໄດ້ຮັບຟັງການໂອ້ລົມຈາກ ທ່ານ ສະຫວັດ ໄພມະສານ ປະທານກວດກາພັກ-ລັດ ເມືອງຫີນບູນ ໄດ້ຍົກໃຫ້ເຫັນຜົນຮ້າຍຂອງຢາເສບຕິດ ເພາະວ່າບັນຫາຢາເສບຕິດນີ້ມັນໄດ້ເປັນພື້ນຖານທີ່ພາໃຫ້ເກີດສະພາບປະກົດການຫຍໍ້ທໍ້ເກີດຂື້ນໃນສັງຄົມ ເປັນຕົ້ນສະພາບຂີ້
ລັກງັດແງະ, ປຸ້ນຈີ້ຊິງຊັບເອົາຂອງ, ກໍ່ອາລະວາດຕີກັນ, ລັກຊັບພົນລະເມືອງ ແລະ ບັນຫາອື່ນໆທີສ້າງຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ໃນສັງຄົມ ແລະ ທ່ານຍັງໄດ້ເນັ້ນໃຫ້ຜູ້ຖືກເຄາະຮ້າຍຈາກຢາເສບຕິດທີ່ເຂົ້າມາໃນສູນດັ່ງກ່າວ ພາຍຫຼັງອອກໄປແລ້ວ ຈົ່ງໄດ້ພ້ອມກັນຕັດສິນໃຈໃນການປັບປ່ຽນແນວຄິດຂອງຕົນເອງ ເພື່ອບໍ່ໃຫ້ກັບ
ມາມົ້ວສຸມກັບຢາເສບຕິດອີກ ແລະ ພ້ອມກັນຊອກຫາວຽກເຮັດງານທຳໃນການປະກອບອາຊີບທີ່ສຸດຈະລິດ, ປອດໃສຂາວສະອາດ ເພື່ອເຮັດໃຫ້ຕົນເອງເປັນລູກທີ່ດີຂອງພໍ່-ແມ່, ເປັນພົນລະເມືອງດີຂອງ ສັງຄົມ. ພ້ອມນັ້ນ , ຕ້ອງໃຫ້ທຸກຄົນເປັນເຈົ້າການນຳກັນໃນການເຜີຍ ແຜ່ໂຄສະນາຜົນຮ້າຍຂອງຢາເສບຕິດໃຫ້ທົ່ວເຖິງ ເພື່ອເຮັດໃຫ້ສັງຄົມ
ມີຄວາມສະຫງົບ ແລະ ປອດໄພ ເວົ້າລວມແລ້ວ ກໍຄືການສ້າງສາພັດທະນາປະເທດຊາດ ແລະ ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະ ບຽບຮຽບຮ້ອຍໂດຍພື້ນຖານ.