ເຈົ້າໜ້າທີ່ ບຸກຈັບເຈົ້າຂອງຢາບ້າ ເກືອບ 2 ລ້ານເມັດຄາເຮືອກາງນ້ຳຂອງ

    0
    87

    ຕອນເຊົ້າເວລາປະມານ 2:10 ໂມງ ຂອງວັນທີ 20 ຕຸລາ, ເຈົ້າໜ້າທີ່ທະຫານຊາຍແດນ ກອງຮ້ອຍ 324 ກອງບັນຊາການທະຫານແຂວງສະຫວັນນະເຂດ ປະຕິບັດໜ້າທີ່ວິຊາສະເພາະອອກເຄື່ອນໄຫວລາດຕະເວນ ພົບເຫັນຊາຍ 3 ຄົນ ຢູ່ໃນເຮືອທີ່ສົງໄສກາງນໍ້າຂອງ ເຂດບ້ານໂນນອຸດົມ ນະຄອນໄກ ສອນ ພົມວິຫານ ຈຶ່ງທຳການເຂົ້າກວດຄົ້ນພົບເຫັນຢາເສບຕິດ ຈໍານວນ 10 ເປົາ ຫຼື ເທົ່າກັບ 1.994. 000 ເມັດ ພ້ອມທັງກັກຕົວເປົ້າໝາຍໄດ້ 2 ຄົນ ມາສອບສວນຂະຫຍາຍຜົນ.

    ຕໍ່ກັບຄະດີດັ່ງກ່າວ, ເຈົ້າໜ້າທີ່ ວິຊາສະເພາະລາຍງານໃຫ້ຮູ້ວ່າ: ໃນເວລາປະມານ 2:10 ໂມງ ຂອງວັນທີ 20 ຕຸລາ 2022, ເຈົ້າໜ້າທີ່ທະຫານຊາຍ ແດນ 324 ທີ່ກໍາລັງປະຕິບັດໜ້າທີ່ອອກກວດກາເຄື່ອນໄຫວຕະເວນຢູ່ໃນເຂດຄວາມຮັບຜິດຊອບຂອງຕົນໄດ້ພົບເຫັນເຮືອ ແລະ ຊາຍ 3 ຄົນ ຢູ່ໃນເຮືອທີ່ຕ້ອງສົງໄສຢູ່ກາງລຳແມ່ນ້ຳຂອງ ຈຸດບ້ານ

    ໂນນອຸດົມ ນະຄອນໄກສອນ ພົມວິຫານ ເໜືອປາກຫ້ວຍຄຳກ້ານ, ເຊິ່ງໜ້າກັບບ້ານທ່າໄຄ້ ແຂວງມຸກ ດາຫານ (ປະເທດໄທ). ຈາກນັ້ນ, ເຈົ້າໜ້າທີ່ 324 ຈຶ່ງໄດ້ຕິດຕາມ ແລະ ກັກເຮືອຄັນດັ່ງກ່າວ ພ້ອມເຂົ້າຈັບກຸມພວກຖືກຫາໄດ້ 2 ຄົນ ຄື: ທ້າວ ກິໂຫຼນ ອາຍຸ 53 ປີ ຢູ່ບ້ານຜັກຂະ ແລະ ທ້າວ ສຸວັນ ອາຍຸ 38 ປີ ຢູ່ບ້ານນາໂພ ທັງສອງ

    ຄົນຢູ່ນະຄອນໄກສອນພົມວິຫານ, ສ່ວນ ອີກຄົນໜຶ່ງແມ່ນໄດ້ເອົາຕົວຫຼົບໜີ; ໃນນັ້ນ, ກວດພົບເຫັນຂອງກາງຢາເສບຕິດ ຈໍານວນ 10 ເປົາ ມີ 997 ມັດ ຫຼື ເທົ່າກັບ 1.994.000 ເມັດ, ພາຫະນະເຮືອຫາງຍາວ 1 ລໍາ ແລະ ຈັກຍີ່ຫໍ້ຮອນດ້າ 13 ແຮງມ້າ.

    ຜ່ານການສືບສວນ-ສອບສວນເບື້ອງຕົ້ນ, ຜູ້ຖືກຫາທັງສອງຄົນໄດ້ໃຫ້ຂໍ້ມູນວ່າ: ຢາເສບຕິດປະເພດຢາບ້າທີ່ ເຈົ້າໜ້າທີ່ຢຶດໄດ້ໃນຄັ້ງນີ້, ແມ່ນພວກກ່ຽວເປັນຄົນຮັບມາຂາຍຕໍ່ ໂດຍຂາຍຂ້າມໄປປະເທດໄທ ສ່ວນເຈົ້າຂອງຢາບ້າແມ່ນບໍ່ຮູ້ຊື່ ແລະ ທີ່ຢູ່.

    ໃນວັນດຽວກັນເຈົ້າໜ້າທີ່ກອງບັນຊາການທະຫານ ແຂວງສະຫວັນນະເຂດ ຍັງໄດ້ນໍາຢາເສບຕິດຈໍານວນດັ່ງກ່າວມາມອບໃຫ້ ເຈົ້າໜ້າທີ່ກອງບັນ ຊາການ ປກສ ແຂວງສະຫວັນນະເຂດ ສືບຕໍ່ດໍາເນີນການສອບສວນຂະຫຍາຍຜົນ, ເຊິ່ງກ່າວມອບໂດຍ ພັທ ແກ້ວ ຄຳ ບຸນເລີຍ ຮອງຫົວໜ້າກອງບັນຊາ ການທະຫານແຂວງ ແລະ ກ່າວຮັບໂດຍ ພັທ ວົງຄຳ ອິນທະບານ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະຫ້ອງ ປກຊ-ປກສ ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.