ບຸນນະມັດສະການພະທາດຫລວງປີນີ້ ຂໍຢ່າໃຫ້ມີການສວຍໂອກາດເກັບຄ່າຝາກລົດເກີນກຳນົດ

0
121

ສະບາຍດີ, ເພື່ອນຜູ້ອ່ານ ທີ່ຮັກແພງ, ກໍດັ່ງພວກເຮົາໄດ້ ຮັບຮູ້ນຳກັນແລ້ວວ່າສະພາບປັ້ນປ່ວນທີ່ສຸດໃນງານບຸນອອກ ພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ນັ້ນ ແມ່ນຜູ້ປະກອບການຮັບຝາກ ລົດຕ່າງໆ ຢູ່ບໍລິເວນງານບຸນ ດ່ັງກ່າວສວຍໂອກາດຂຶ້ນລາຄາ ໂດຍລຳພັງຈົນຄະນະຮັບຜິດ ຊອບຈັດງານກໍບໍ່ສາມາດຄຸ້ມ ຄອງໄດ້ຄື: ລາຄາ

ຝາກລົດຈັກ ທາງການກຳນົດ 10.000 ກີບຕໍ່ຄັນ ແຕ່ມີຜູ້ປະກອບການບາງຈຸດເກັບສູງເຖິງ 15-20 ພັນກີບ, ລົດໃຫຍ່ 20.000 ກີບ ເກັບຂຶ້ນເປັນ 30-50 ພັນກີບ, ອັນໄດ້ສ້າງພາບພົດບໍ່ດີ ແລະ ກໍໃຫ້ ເກີດມີຫາງສຽງສັງຄົມ.

ດັ່ງນັ້ນຍັງອີກບໍ່ດົນງານບຸນນະມັດສະການພະທາດຫລວງກໍຈະໝູນວຽນມາຮອດແລ້ວ ແລະ ກໍເປັນງານໃຫຍ່ ລະດັບຊາດອີກງານໜຶ່ງ, ໂດຍ ຈະມີຜູ້ມາທ່ຽວຊົມເປັນຈຳ ນວນຫລາຍນັບທັງແຂກພາຍໃນ ແລະ ຕ່າງປະເທດກໍຈະເພີ່ມທະວີຂຶ້ນເພາະງານບຸນທາດຫລວງປີນີ້ ຈະຈັດຂຶ້ນແບບຍິ່ງໃຫຍ່ ແລະ ມີຫລາຍກິດຈະກຳ.

ເຊິ່ງນອກຈາກການຄົບງັນທາງສາສະໜາແລ້ວກໍຈະມີ ຫລາຍກິດຈະກຳອື່ນໆ ອີກເຊັ່ນ: ໃນມື້ເລີ່ມຕົ້ນກໍຈະມີຂະບວນ ແຫ່ຜາສາດເຜິ້ງ, ງານວາງ​ສະ​ແດງ​ການ​ທ່ອງ​ທ່ຽວ ນະ​ວັດ​ຕະ​ກຳ​ໃໝ່ ທາງ​ລົດ​ໄຟ​ຄວາມ​ໄວ​ສູງ ເຂດ​ໂລ​ຈິດ​ສະ​ຕິກ ທາງ​ດ່ວນ ຮ້ານ​ວາງ​ສະ​ແດງ​ສິນ​ຄ້າ ຈາກ ສ​ສ ຫວຽດ​ນາມ (ຮ່າ​ໂນ້ຍ ໂຮ່​ຈີ່​ມິນ ຢ່າ​ຈາງ) ສິນ​ຄ້າ​ໂອ​ດ໋ອບ ສິນ​ຄ້າ​ຄອບ​

ຄົວ​ຕົວ​ແບບ ສິນ​ຄ້າ​ຜະ​ລິດ​ຕະ​ພັນ​ພາຍ​ໃນ ແລະ ວາງ​ສະ​ແດງ​ສິນ​ຄ້າ ປະ​ເທດ​ທ່ອງ​ທ່ຽວຄາ​ດ​ຄະ​ເນ​ລວມ 215 ຫ້ອງ ສິນ​ຄ້າ​ປະ​ເພດ: ບໍ​ລິ​ສັດ​ຂາ​ເຂົ້າ-ຂາ​ອອກ ເສື້ອ​ຜ້າ ສິນ​ຄ້າ​

ທົ່ວ​ໄປ ແລະ ເຄື່ອງຫຼິ້ນ​ຈຳ​ນວນ 669 ຫ້ອງ ປະ​ເພ​ດ​ອາ​ຫານ ແລະ ເຄື່ອງ​ດື່ມ ເຂົ້າຫລາມ, ປີ້ງ​ໄກ່, ຢູ່​ເຂດ​ຮອບນອກ​ 134 ຫ້ອງ ລວມ​ທັງ​ໝົດ​ມີ​ປະ​ມານ 1.018 ຫ້ອງ, ງານສິລະປະ ການສະແດງຕ່າງໆ ແລະ ມື້ສຸດທ້າຍກໍຈະມີພິທີຕັກບາດຖວາຍສັງຂະທານຂະໜາດໃຫຍ່ ໃນງານບຸນດັ່ງກ່າວ. (ງານບຸນປີນີ້ແມ່ນກຳນົດເອົາວັນທີ4-8 ພະຈິກ 2022)

ດັ່ງນັ້ນການເພີ່ມທະວີຄຸ້ມຄອງຈັດສັນຄວາມເປັນລະບຽບຮຽບຮ້ອຍ, ການເອົາໃຈໃສ່ດ້ານສຸຂະອະນາໄມ, ການຄວບຄຸມລາຄາສິນຄ້າ ແລະ ຄ່າບໍລິການຕ່າງໆ ໂດຍສະເພາະແມ່ນການຄຸ້ມຄອງລາຄາຝາກລົດແມ່ນຈະຕ້ອງໄດ້ ເຮັດຢ່າງຈິ່ງຈັງເພື່ອສະກັດກັ້ນ ບໍ່ໃຫ້ມີປະກົດການສວຍໂອກາດຂຶ້ນລາຄາຝາກລົດ ຢ່າງຄວບຄຸມບໍ່ໄດ້, ດັ່ງຢູ່ບຸນອອກພັນສາທ່າວັດຈັນ ແລະ ອື່ນໆ. ເພື່ອບໍ່ໃຫ້ມີຫາງສຽງ ສັງຄົມເກີດຂຶ້ນ.