WIG NAGA ຮຸ່ນອາຍຸບໍ່ເກີນ 10 ປີກັບ ມາຊດ້າ ຈີບີ ຮຸ່ນອາຍຸບໍ່ເກີນ 8 ປີ ໄປຕາມນັດຜ່ານເຂົ້າຮອບ 4 ທີມສຸດທ້າຍ ໃນການແຂ່ງຂັນບານເຕະລາຍການ SAT FOOTBALL THAILAND CHAMPIONSHIP 2022 ຫຼື ລາຍການແຊັມພົບແຊ້ມ ທີ່ສະໜາມ ອົງການບໍລິຫານສ່ວນຈັງຫວັດຊຽງຣາຍ ປະເທດໄທ ເມື່ອວັນທີ 22 ຕຸລາ 2022.
ເລີ່ມກັນ WIG NAGA ຮຸ່ນອາຍຸບໍ່ເກີນ 10 ປີສ້າງຜົນງານຢ່າງໂດດເດັ່ນລົງສະໜາມ 3 ນັດຊະນະລວດ ຜ່ານເຂົ້າຮອບ 4 ທີມສຸດທ້າຍໃນຖານະແຊ້ມກຸ່ມ ຜ່ານໄປພົບອັນດັບ 2 ຂອງກຸ່ມອື່ນ ( ຍັງບໍ່ທັນໄດ້ຜົນທີ່ຊັດເຈນ ຖ້າໄດ້ຈະລາຍງານໃຫ້ຊາບຕື່ມ),
ສ່ວນຜົນງານຮອບແບ່ງກຸ່ມປະກອບມີຄື: 1.WIG NAGA 11-0 ຊຽງຣາຍ , 2.ສູນຝຶກຟຸດບອລມານິດນ້ອຍເວດ 0-2 WIG NAGA , 3.ເບສິກ 0-1 WIG NAGA
ສ່ວນ ມາຊດ້າ ຢູ 8 ປີ ກໍສ້າງຜົນງານຢ່າງໂດດເດັ່ນ ລົງສະໜາມ 3 ນັດຊະນະ 2 ແລະ ສະເໝີ 1 ນັດ ຜ່ານເຂົ້າຮອບ 4 ທີມເຊັ່ນດຽວກັນ ຜ່ານໄປພົບອັນດັບ 2 ຂອງກຸ່ມອື່ນ ( ຍັງບໍ່ທັນໄດ້ຜົນທີ່ຊັດເຈນ ຖ້າໄດ້ຈະລາຍງານໃຫ້ຊາບຕື່ມ), ສ່ວນຜົນຮອບຄັດເລືອກມີດັ່ງນີ້:
ຜົນຂອງການແຂ່ງຂັນ:
ນັດທຳອິດ Mazda GB FC U8 3-0 ອາຍຸດທະຍາ ຢູ່ໄນເຕັດ , ນັດທີສອງ Mazda GB FC U8 2-2 TACTEAM , ນັດທີສາມ Mazda GB FC U8 3-0 ສີຣາຊາ ຈູເນີຍ
ລາຍການດັ່ງກ່າວ ທີມຈາກ ສປປ ລາວ ສົ່ງເຂົ້າຮ່ວມ 2 ທີມຄື: LAOS WIG NAGA ສົ່ງເຂົ້າຮ່ວມ 3 ຮຸ່ນອາຍຸປະກອບດ້ວຍ 9, 10 ແລະ 11 ປີ, ສ່ວນ LAOS MAZDA ສົ່ງເຂົ້າຮ່ວມ 2 ຮຸ່ນອາຍຸປະກອບມີ ບໍ່ເກີນ 8 ປີ ແລະ 13 ປີ ເຊິ່ງໃນແຕ່ລະຮຸ່ນແມ່ນມີທີມເຂົ້າຮ່ວມ 8 ທີມ ແບ່ງເປັນ 2 ສາຍໆລະ 4 ທີມ ຄັດເອົາທີມຊະນະເຂົ້າຮອບ 4 ທີມ, ປາກົດວ່າ: ທີມຈາກລາວ ຜ່ານເຂົ້າຮອບ 2 ຊຸດຄື: WIG NAGA ຮຸ່ນອາຍຸບໍ່ເກີນ 10 ປີກັບ ມາຊດ້າ ຈີບີ ຮຸ່ນອາຍຸບໍ່ເກີນ 8 ປີ